ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍພາກສ່ວນມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມທີ່ເມືອງເຊໂປນ
ເວລາອອກຂ່າວ: 2020-10-30 08:54:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນຕອນເຊົ້າ ວັນທີ 28 ຕຸລາ 2020 ຢູ່ຈຸດຮັບເຄື່ອງຫ້ອງວ່າ ການປົກຄອງ ເມືອງເຊໂປນ ແຂວງສະຫວັນນະເຂດໄດ້ມີຫຼາຍ ພາກສ່ວນນຳເອົາເຄື່ອງໄປ ມອບໃຫ້ອຳນາດການປົກຄອງ ເພື່ອສົ່ງຕໍ່ໃຫ້ຜູ້ປະສົບໄພນໍ້າ ຖ້ວມຢ່າງທົ່ວເຖິງ ໃນນັ້ນ, ມີຄະ ນະພະອາຈານ ທິກມິນ ກວາງ ເຈົ້າອະທິການວັດເຝິດຕິກ ແລະ ພະອາຈານ ຊ່ອງແກ້ວ ວໍລະກຸມ ມານ ວັດມະຫາພຸດທະວົງ ພ້ອມຄະນະເດີນທາງຈາກ ນະຄອນຫຼວງວຽງຈັນ, ນໍາ ເອົາເຄື່ອງມາມອບໃຫ້ອໍານາດ ການປົກຄອງເມືອງເຊໂປນ ເພື່ອ ໄປເພື່ອໄປແຈກຢາຍຕໍ່ໃຫ້ປະ ຊາຊົນທີ່ໄດ້ຮັບຜົນກະທົບຈາກ ໄພພິບັດນໍ້າຖ້ວມ ເຊິ່ງເຄື່ອງທີ່ນຳມາມອບປະກອບມີເຂົ້າສານ ໜຽວ, ເຂົ້າສານຈ້າວ, ໝີ່ສໍາເລັດ ຮູບ, ປາກະປ່ອງ , ເຄື່ອງນຸ່ງ ຫົ່ມ, ເກືອ, ຄຸຢາງ, ກະຕິກໃສ່ນໍ້າ, ໝໍ້ໜຶຶ້ງ ເຂົ້າ, ຄຽງ ແລະ ຮວດຈຳ ນວນ 400 ຊຸດ ລວມມູນຄ່າ 100 ລ້ານກີບ . ພ້ອມນີ້, ມີມູນນິທິຮ່ວມໃຈ ຊ່ວຍ ເຫຼືອຜູ້ປະສົບໄພນະຄອນຫຼວງ ວຽງຈັນ ໄດ້ນຳຖົງເຄື່ອງປະກອບ ມີເສື້ອກັນໜາວ, ໝີ່, ປາກະປ່ອງ, ເກືອ, ແຟັບ, ສະບູ, ຢາ-ແປງຖູແຂ້ວ ຈໍານວນ 300 ຖົງ, ເຄື່ອງນຸ່ງຫົ່ມ 200 ຖົງ, ເຂົ້າສານ 200 ຖົງ, ນໍ້າ ດື່ມຕຸກໃຫຍ່ 90 ແກັດ, ນໍ້າ ດື່ມ ຕຸກນ້ອຍ 60 ແກັດ, ຜ້າຫົ່ມ300 ຜືນ ແລະ ມຸ້ງ 100 ດາງລວມ ມູນຄ່າທັງໝົດ 81 ລ້ານກວ່າ ກີບ ແລະ ຄອບຄົວທ່ານແສງ ແກ້ວ ປ່ອນສະຫວັນ ພ້ອມດ້ວຍ ໝູ່ເພື່ອນ, ຍາດຕິພີ່ນ້ອງນະຄອນ ຫຼວງວຽງຈັນ ໄດ້ນໍາເຂົ້າປາອາ ຫານແຫ້ງ, ນໍ້າດື່ມມູນຄ່າ15 ລ້ານກີບ, ຄອບຄົວທ່ານ ຄໍາ ສິງ ລາດສະພົນ ໄດ້ມອບເຄື່ອງ ນຸ່ງຫົ່ມ 1 ກະສອບມູນຄ່າ 6 ແສນກີບ ຄອບຄົວທ່ານ ພູວຽງ ຕັນທະວົງ ທີ່ມາຈາກເມືອງອຸ ທຸມພອນ ມອບເຄື່ອງນຸ່ງຫົ່ມ 1 ກະ ສອບມູນຄ່າ 6 ແສນກີບ. ຈາກນັ້ນ, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມ ດ້ວຍຄະນະ, ກອງເລຂາເຝົ້າລະ ວັງໄພພິບັດຂັ້ນເມືອງໄດ້ນໍາເອົາ ເຄື່ອງອຸປະໂພກ ແລະ ບໍລິໂພກ ດັ່ງກ່າວ ໄປມອບໃຫ້ໂຮງຮຽນ ສາມັນ ກິນນອນຊົນເຜົ່າ (ມສ ເຊໂປນ) ຈຳນວນ 315 ຄົນ, ຍິງ 141 ຄົນ ແລະ ໂຮງຮຽນເຕັກ ນິກວິທະຍາເຂດເຊໂປນ ຈຳ ນວນ 196 ຄົນ, ຍິງ 79 ຄົນ ແລະ ອີກຈໍານວນໜຶ່ງຈະໄດ້ນໍາ ໄປມອບໃຫ້ປະຊົນພາຍໃນບ້ານ ທີ່ຖືກໄພນໍ້າຖ້ວມ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ