ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການຂະຫຍາຍຕົວຂອງເສດຖະກິດມີທ່າອ່ຽງຫຼຸດລົງຍ້ອນມີອຸປະສັກ ແລະ ສິ່ງທ້າທາຍຈຳນວນໜຶ່ງ
ເວລາອອກຂ່າວ: 2020-10-30 08:56:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ກອງປະຊຸມສະໄໝ ສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII, ໄດ້ດຳເນີນເປັນມື້ທີ 2 ໃນວັນທີ 27 ຕຸລາ ນີ້, ທ່ານ ສອນ ໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ໄດ້ຂຶ້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ແຜນງົບປະມານ ແຫ່ງລັດ 5 ປີ (2016-2020), ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021- 2025) ແລະ ແຜນງົບປະມານ ແຫ່ງລັດ 5 ປີ (2021-2025) ເປັນຕົ້ນການເຕີບໂຕຂອງເສດ ຖະກິດ ສປປ ລາວ ສະເລ່ຍ 5 ປີ (2016-2020) ເພີ່ມຂຶ້ນປະ ມານ 5,8% ຕໍ່ປີ, ຫຼຸດຄາດໝາຍ ທີ່ກຳນົດໄວ້ (ມະຕິສະພາ 7,2%) ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະ ປີ, ແຕ່ຖ້າທຽບໃສ່ປະເທດອ້ອມ ຂ້າງໃນພາກພື້ນ ເຫັນວ່າ ຍັງຢູ່ໃນ ລະດັບສູງ, GDP ຕໍ່ຫົວຄົນໃນປີ 2020 ຄາດວ່າ ຈະບັນລຸ 2.664 ໂດລາສະຫະລັດເທົ່າກັບ 89,45% ຂອງແຜນການ (ມະ ຕິສະພາ 2.978 ໂດລາສະຫະ ລັດ) ໃນນີ້, ຂະແໜງກະສິກຳຂະ ຫຍາຍຕົວ 1,9% ກວມເອົາ 15,9% ຂອງ GDP (ມະຕິສະ ພາ ດັດແກ້ 3,4% ກວມ16,8% GDP);ຂະແໜງອຸດສາຫະກຳ ຂະຫຍາຍຕົວ 8,7% ກວມເອົາ 31,7% ຂອງ GDP (ມະຕິສະພາ ດັດແກ້ 9,30% ກວມ 93% GDP). ສຳລັບຂະແໜງບໍລິການ ຂະຫຍາຍຕົວ 4,2% ກວມ 41,2% ຂອງ GDP (ມະຕິສະພາດັດແກ້ 8,10% ກວມ 35,4% GDP) ແລະ ຂະແໜງພາສີ-ອາກອນຜະ ລິດຕະພັນ ແລະ ການນຳເຂົ້າ 5,1% ກວມເອົາ 11,1% ຂອງ GDP (ມະຕິສະພາດັດແກ້ 5% ກວມ 8,8% GDP). ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ ຕື່ມວ່າ: ການຈັດຕັ້ງປະຕິບັດໃນ ໄລຍະ 5 ປີ ຜ່ານມາ ພວກເຮົາ ຍັງ ມີຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກ ແລະ ສິ່ງທ້າທາຍຈຳນວນໜຶ່ງ, ໂດຍສະເພາະການຂະຫຍາຍ ຕົວຂອງເສດຖະກິດມີທ່າ ອ່ຽງຫຼຸດລົງໃນແຕ່ລະປີ, ຄຸນ ນະພາບຂອງການເຕີບໂຕບໍ່ສູງ ຍັງເອື່ອຍອີງໃສ່ຂະແໜງຊັບ ພະຍາກອນ ທຳມະຊາດ, ການ ຜະລິດເປັນສິນຄ້າຍັງບໍ່ຫຼາກ ຫຼາຍບໍ່ທັນເປັນທ່າແຮງຂອງ ການສົ່ງອອກ. ພ້ອມກັນນີ້, ຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ-ເງິນຕາ ແລະ ບັນຫາໜີ້ສິນສາທາລະນະຍັງ ບໍ່ທັນສາມາດແກ້ໄຂໃຫ້ມີການ ຫັນປ່ຽນຢ່າງແຂງແຮງແລະ ເລິກເຊິ່ງ, ການເກັບລາຍຮັບ ບໍ່ກຸ້ມລາຍຈ່າຍພາຍໃນ, ການ ຂາດດູນງົບປະມານ, ບັນຫາໜີ້ ສິນ, ການປະຕິບັດວິໄນແຜນ ການ-ການເງິນບໍ່ເຄັ່ງຄັດ, ຄັງ ສຳຮອງເງິນຕາຕ່າງປະເທດ ຕໍ່າກວ່າແຜນການທີ່ວາງໄວ້ ໃນບາງໄລຍະ (ປີ 2017); ການ ປັບປຸງສະພາບແວດລ້ອມດ້ານ ການລົງທຶນຍັງບໍ່ທັນໄດ້ຮັບການ ແກ້ໄຂ ດ້ວຍນະໂຍບາຍ ແລະ ກົນໄກແບບບຸກທະລຸ, ຍັງຊັກຊ້າ, ຜ່ານຫຼາຍຂອດບໍລິຫານຄຸມ ເຄືອ, ສັບສົນ ບໍ່ທັນໂລ່ງລ່ຽນ, ເຊິ່ງກາຍເປັນສິ່ງກົດໜ່ວງ ໂດຍ ກົງຕໍ່ ຄວາມອາດ ສາມາດ ໃນການ ສ້າງແຮງດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ການປະຕິບັດ ມາດຕະ ການຕົວຈິງ ເພື່ອຊຸກຍູ້ສົ່ງເສີມ ຜູ້ປະກອບການພາຍໃນ ໂດຍ ສະເພາະ SME, MSME ຍັງ ບໍ່ທັນມີປະສິດທິຜົນ, ບັນດາວິສາ ຫະກິດ ພາຍໃນປະເທດ ສ່ວນໃຫຍ່ ຍັງອ່ອນແອ ຍັງບໍ່ທັນມີຖານ ການຜະລິດ, ການບໍລິການ ແລະ ການຕະຫຼາດ ທີ່ໝັ້ນຄົງແຂງ ແຮງ, ລັດວິສາຫະກິດສ່ວນຫຼາຍ ດຳເນີນທຸລະກິດທີ່ຂາດທຶນ ແລະ ເຮັດໃຫ້ມີໜີ້ສິນຄຸມເຄືອ. ການເສີມ ຂະຫຍາຍ, ນຳໃຊ້ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນ ດ້ານຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ ແລະ ປັດໄຈ ອື່ນໆ ຂອງຊາດ ຄຽງຄູ່ກັບການ ໃຊ້ກາລະ ໂອກາດ, ເງື່ອນໄຂໃໝ່ໆ ທີ່ເກີດຈາກການຮ່ວມມືສາກົນ ຍັງບໍ່ທັນແຂງແຮງ, ກົງກັນຂ້າມ ການປົກປັກຮັກສາສິ່ງແວດລ້ອມ ຈາກການນຳໃຊ້ຊັບພະຍາກອນ ທຳມະຊາດ ຍັງບໍ່ຮັດກຸມເທົ່າທີ່ ຄວນ; ການກໍ່ສ້າງ ແລະ ຍົກລະດັບ ດ້ານວິຊາການ-ເຕັກນິກໃນ ຫຼາຍຂົງເຂດຍັງບໍ່ສາມາດຕອບ ສະໜອງຄວາມຕ້ອງການຂອງ ບັນດາໂຄງການພັດທະນາໃນ ແຕ່ລະໄລຍະ; ປະກົດການຫຍໍ້ ທໍ້ໃນສັງຄົມຍັງຄຸມເຄືອບໍ່ທັນ ແກ້ໄຂໄດ້ຢ່າງຂາດຕົວ, ການປົກ ປ້ອງຕຳແໜ່ງງານໃຫ້ຄົນລາວ ຍັງບໍ່ທັນໄດ້ຮັບການປະຕິບັດ ຢ່າງແຂງແຮງ, ການແກ້ໄຂ ແຮງງານບໍ່ຖືກກົດໝາຍຈາກ ຕ່າງປະເທດ, ການຄຸ້ມຄອງຄົນ ລາວໄປອອກແຮງງານຢູ່ຕ່າງ ປະເທດ ຍັງບໍ່ທັນຮັດກຸມ, ສະ ພາບຄວາມແຕກໂຕນທາງສັງຄົມ ລະຫວ່າງກຸ່ມຄົນຮັ່ງ ແລະ ຄົນທຸກ ມີທ່າອ່ຽງຍັບອອກຫ່າງກັນ, ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ເຖິງວ່າໄດ້ ເອົາໃຈໃສ່ ແຕ່ກໍຍັງບໍ່ແທດເຖິງ ແລະ ບໍ່ທັນເຂົ້າສູ່ລວງເລິກເທົ່າ ທີ່ຄວນ. ນອກຈາກນີ້, ການບໍລິຫານ ແລະ ຄຸ້ມຄອງສັງຄົມຕາມກົດໝາຍບໍ່ ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີ ປະກົດການລະເມີດກົດໝາຍ, ການປະຕິບັດຄຳຕັດສິນຂອງ ສານບາງກໍລະນີ ຍັງບໍ່ທັນໃຊ້ ໄດ້ຢ່າງເດັດຂາດ, ການກ້າວ ກ່າຍຂອງການຈັດຕັ້ງ ຫຼື ບຸກ ຄົນໃນຂະບວນບໍລິຫານລັດ ແລະ ຂະບວນຍຸຕິທຳຍັງບໍ່ທັນໄດ້ຮັບ ການແກ້ໄຂຢ່າງເຖິງຖອງ; ພະນັກ ງານຈຳນວນໜຶ່ງ ຍັງຂາດຄວາມ ຮັບຜິດຊອບ ແລະ ຍັງມີປະກົດ ການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວທາງ ກົງ ຫຼື ທາງອ້ອມ, ການສັບຊ້ອນ ຈັດວາງພະນັກງານຢູ່ແຕ່ລະຂັ້ນ ຢູ່ບາງຂົງເຂດວຽກງານຍັງບໍ່ ທັນສາມາດສ້າງການຫັນປ່ຽນ ແບບບຸກທະລຸ ແລະ ເລິກເຊິ່ງແທ້. ໂດຍ: ນ. ຄຳປັອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ