ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມກວດກາເຜີຍແຜ່ກົດໝາຍການຕ້ານການສໍ້ລາດບັງຫຼວງຢູ່ວິທະຍາຄານພະລາທິການກອງທັບ
ເວລາອອກຂ່າວ: 2020-11-01 12:08:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ສະ ຫາຍ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າກົມກວດກາ ກະຊວງປ້ອງ ກັນປະເທດ ພ້ອມຄະນະລົງ ເຜີຍແຜ່ກົດໝາຍຕ້ານການສໍ້ລາດ ບັງຫຼວງຢູ່ວິທະຍາຄານພະລາທິການກອງທັບ, ເຊິ່ງມີຄະນະພັກ-ຄະນະອຳນວຍການ, ຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກ ງານ-ນັກຮົບ ແລະ ພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ການເຜີຍແຜ່ໃນຄັ້ງນີ້, ມີກົດ ໝາຍ ວ່າດ້ວຍ ການຕ້ານສໍ້ລາດ ບັງຫຼວງປະກອບມີ 10 ໝວດ 64 ມາດຕາ, ເອກະສານ 14 ຂໍ້ຫ້າມ ຂອງພະນັກງານ, ເອກະສານ ການແຈ້ງຊັບສິນ ຫຼື ໜີ້ສິນ,ດຳ ລັດ ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ຍຸດທະສາດຕ້ານ ແລະ ການສໍ້ລາດບັງຫຼວງປະ ກອບມີ 4 ພາກ, ທັງນີ້, ເພື່ອເຮັດ ໃຫ້ພະນັກງານ-ນັກຮົບທົ່ວວິທະ ຍາຄານດັ່ງກ່າວໄດ້ຮັບຮູ້ເຊື່ອມ ຊຶມກ່ຽວກັບກົດໝາຍ ວ່າດ້ວຍ ການສໍ້ລາດບັງຫຼວງ ຫຼື ເນື້ອໃນ ເອກະສານຕ່າງໆທີ່ມີຄວາມໝາຍ ຄວາມສຳຄັນກ່ຽວກັບບັນດານິຕິ ກຳຕ່າງໆຂອງກົດໝາຍ ເພື່ອພ້ອມ ກັນນຳໄປໝູນໃຊ້ ແລະ ປະຕິບັດ ໃຫ້ຖືກຕ້ອງສອດຄ່ອງກັບວຽກ ງານດັ່ງກ່າວ ໂດຍສະເພາະຂະ ແໜງກວດກາ ເພື່ອຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ວຽກງານ ການກວດກາພັກ-ລັດ ເຮັດວຽກ ງານການເມືອງໃຫ້ໜັກແໜ້ນ ເຂັ້ມ ແຂງ ເປັນເສນາທິການໃຫ້ຄະນະພັກຂັ້ນເທິງດ້ານວຽກງານກວດ ກາຢ່າງຮັດກຸມ ເຮັດໃຫ້ວຽກງານ ດັ່ງກ່າວເດີນແລ່ນແມ່ນສະດວກ ຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ