ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງບໍລິຄຳໄຊ ອອກແຮງແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ v ຂອງອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2020-11-01 13:28:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ເນື່ອງໃນໂອກາດຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ ທີ່ຈະໄຂຂຶ້ນໃນມໍ່ໆນີ້, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ສຸມໃສ່ສ້າງຂະບວນ ການຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວ ໂດຍສະເພາະແມ່ນຂະ ບວນການສຶກສາອົບຮົມການ ເມືອງ-ນຳພາແນວຄິດ, ຂະບວນ ການກໍ່ສ້າງປັບປຸງກົມກອງໄປ ພ້ອມໆກັບການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຢ່າງເປັນ ຂະບວນການຟົດຟື້ນ ແຂງແຮງ. ສະຫາຍ ພົນຈັດຕະວາ ຈວງ ຈັນ ລາດຊະວົງ ກຳມະການຄະ ນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນ ຊາການທະຫານແຂວງບໍລິຄຳໄຊ ໃຫ້ສຳພາດຕໍ່ນັກຂ່າວໜັງສື ພິມກອງທັບວ່າ: ເພື່ອສ້າງຂະ ບວນການຂໍ່ານັບຮັບຕ້ອນກອງ ປະຊຸມໃຫຍ່ຄັ້ງທີ V ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາ ກາດຟົດຟື້ນແຂງແຮງ, ທະຫານ ແຂວງບໍລິຄຳໄຊ ພວກເຮົາໄດ້ຈັດ ຕັ້ງສ້າງຂະບວນການຫຼາຍດ້ານ ທີ່ປິ່ນອອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກເປັນ ຕົ້ນແມ່ນຂະບວນການສຶກສາ ອົບຮົບການເມືອງ-ນຳພາແນວ ຄິດ, ຂະບວນການປັບປຸງກໍ່ສ້າງ ກົມກອງ, ຂະບວນກີລາ,ສິລະ ປະ-ວັນນະຄະດີ, ການເຝິກແອບ ຮໍ່າຮຽນວຽກງານການທະຫານ ແລະ ຂະບວນການປະດັບປະດາ ອອກແຮງງານອະນາໄມ ເພື່ອ ເຮັດໃຫ້ກົມກອງມີຄວາມສະອາດ ຈົບງາມ, ໃນນີ້ອັນທີ່ພົ້ນເດັ່ນແມ່ນ ຂະບວນການສຶກສາອົບຮົມການ ເມືອງ-ນຳພາແນວຄິດ, ເຊິ່ງຄະ ນະພັກພວກເຮົາໄດ້ສຸມໃສ່ຈັດຕັ້ງ ຜັນຂະຫຍາຍມະຕິຕ່າງໆ ຂອງ ຂັ້ນເທິງ ເຊິ່ງເຮັດໃຫ້ສະພາບພາຍ ໃນກົມກອງມີສະຖຽນລະພາບ ທາງດ້ານການເມືອງ, ພະນັກ ງານ-ນັກຮົບມີຄວາມອຸ່ນອຽນ ທຸ່ນທ່ຽງເຊື້ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ທັງເປັນເຈົ້າການ ເຂົ້າຮ່ວມວຽກງານປ້ອງກັນ ຊາດ- ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າເອົາໃຈໃສ່ ຊີ້ນຳກຳ ລັງລົງກໍ່ສ້າງຮາກຖານການ ເມືອງແບບມູນເຊື້ອຂອງກອງທັບ ແລະ ຕາມທິດຊີ້ນໍາຂອງແຂວງ ໂດຍສະເພາະແມ່ນ ຈຸດທຸລະກັນ ດານຫ່າງໄກສອກຫຼີກທີ່ມີຄວາມ ສ່ຽງ ເພື່ອນໍາເອົາແນວທາງແຜນ ນະໂຍບາຍຂອງພັກ-ລັດວາງ ອອກ ໄປຈັດຕັ້ງຜັນຂະຫຍາຍຢູ່ ຮາກຖານໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ແລະ ເກັບກໍາຂໍ້ມູນຂ່າວສານສົ່ງໃຫ້ຂັ້ນ ເທິງເປັນປົກະຕິ, ເອົາໃຈໃສ່ຊີ້ນໍາ ພະນັກງານ-ນັກຮົບ ໃຫ້ມີສະຕິ ລະວັງຕົວກຽມພ້ອມສູ້ຮົບ ແລະ ຈັດຕັ້ງໃຫ້ມີຄະນະປະຈໍາການບັນ ຊາແຕ່ລະຂັ້ນ ເພື່ອຕິດຕາມກໍາ ແໜ້ນສະພາບຮອບດ້ານ, ກຽມ ພ້ອມປະຕິບັດຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ. ນອກນີ້ ຍັງໄດ້ສຸມໃສ່ສ້າງຜົນງານເຂົ້າໃນການປັບປຸງກໍ່ສ້າງກົມກອງ ໂດຍເລັ່ງໃສ່ ການພັດທະນາພື້ນຖານໂຄງລ່າງ ໃນນັ້ນໄດ້ກໍ່ສ້າງ, ສ້ອມແປງຫ້ອງ ການເຮືອນນອນ, ເຮືອນຄົວ ແລະ ສາງຄັງຕ່າງໆມູນຄ່າ 300 ລ້ານ ກີບ, ປັບປຸງກໍ່ສ້າງສາງຍຸດໂທ, ສູນບັນຊາສື່ສານ, ໂຮງງານນ້ຳ ດື່ມ, ຫໍມູນເຊື້ອກອງບັນຊາການ ແລະ ຄອກລົດໃຫຍ່ ເພື່ອຮັບປະ ກັນເຂົ້າໃນດ້ານຕ່າງໆໃຫ້ວຽກ ງານສໍາເລັດຕາມແຜນການ . ນອກນັ້ນ ໄດ້ກໍ່ສ້າງຄັງລ້ຽງ ສັດມີມູນຄ່າ 400 ລ້ານກີບ ເພື່ອ ຮັບປະກັນເຂົ້າໃນວຽກງານພະ ລາທິການ ໃຫ້ມີຄວາມເຂັ້ມແຂງ ທາງດ້ານເສດຖະກິດ ຕອບສະ ໜອງໃຫ້ກັບທຸກຂົງເຂດວຽກ ງານໃນການປະຕິບັດໜ້າທີ່ສຳ ເລັດຕາມທິດຂອງຂັ້ນເທິງ ກໍຄື ຮັບປະກັນວຽກງານ ປກຊ-ປກສ ເຮັດໃຫ້ສະພາບມີຄວາມສະ ຫງົບໂດຍພື້ນຖານ. ພ້ອມດຽວ ກັນນີ້ ບັນດາກົມກອງຍັງໄດ້ຈັດ ຕັ້ງສ້າງຂະບວນການກີລາ, ສິລະ ປະ-ວັນນະຄະດີ ແລະ ປະດັບປະ ດາ ເຊິ່ງໄລຍະຜ່ານມາ ກໍໄດ້ປະ ກອບສ່ວນສ້າງບັນຍາກາດໃນ ວັນສຳຄັນຕ່າງໆຂອງຊາດ, ຂອງ ກອງທັບ ກໍຄື ຂອງກົມກອງເຊິ່ງ ເຮັດໃຫ້ພະນັກງານນັກ-ນັກຮົບ ມີຄວາມສາຄີ, ມີສຸຂະພາບແຂງ ແຮງ ແລະ ມີຜົນງານອັນໃໝ່ ໃຫຍ່ຫຼວງ ແລະ ທັງເປັນການປະ ກອບສ່ວນສ້າງບັນຍາກາດໃຫ້ ແກ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກກະຊວງປ້ອງກັນ ປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ ມີບັນຍາກາດຟົດຟື້ນ ແລະ ມີຜົນ ສໍາເລັດຢ່າງຈົບງາມ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ