ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນປັດໄຈ ຫັດແອບປະສານສຽງແຕກ ປະຈຳປີ 2020
ເວລາອອກຂ່າວ: 2020-11-03 08:28:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ບັ້ນຫັດແອບປະສານສຽງ ແຕກປະຈຳປີ 2020 ຢູ່ສະ ໜາມເຝິກແອບຂອງກອງພັນ ປັດໄຈ ກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ຈັດຂຶ້ນ ໃນວັນທີ 27 ຕຸລາ 2020 ນີ້, ໂດຍມີທ່ານ ບົວສອນ ສີນວນ ທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຊຽງຂວາງ, ມີພັນເອກ ບຸນຊູ ໄຊລາສີ ຄະນະ ປະຈຳພັກແຂວງ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງ, ມີຫົວໜ້າຫ້ອງການ ປກຊ-ປກສ ແຂວງ, ມີຄະນະພັກ-ຄະນະບັນຊາໃນອົງການ 5 ຫ້ອງ, ໜ່ວຍງານລົງກໍ່ສ້າງຮາກຖານ ກອງພັນປັດໄຈ, ພະແນກການ ທີ່ກ່ຽວຂ້ອງຄູ-ອາຈານ ແລະ ນັກ ເຝິກອົບຮົມເຂົ້າຮ່ວມ. ບັ້ນຫັດແອບປະສານສຽງ ແຕກປະຈຳປີ 2020 ຢູ່ກອງພັນ ປັດໄຈແມ່ນໄດ້ເລີ່ມການເຝິກ ແອບມາແຕ່ວັນທີ 15 ຕຸລາເຖິງ ວັນທີ 27 ຕຸລາ ໂດຍມີຄູເຝິກ ຈາກພະແນກອົບຮົມຫ້ອງເສນາ ທິການທະຫານແຂວງ ແລະ ໂຮງ ຮຽນທະຫານທ້ອງຖິ່ນ ເຊິ່ງມີນັກ ເຝິກອົບຮົມຂອງກອງພັນປັດໄຈ ເຂົ້າຮ່ວມທັງໝົດ 125 ສະຫາຍ ແລະ ນັກເຝິກອົບຮົມແມ່ນໄດ້ ຮຽນຮູ້ດ້ານທິດສະດີຫຼັກການ ແລະ ສະມັດຕະພາບຂອງປືນປະ ເພດຕ່າງໆ ເປັນຕົ້ນແມ່ນປືນ ເດກາ ( DK ) 82 ມມ, ເດກາ (DK ) 75 ມມ, ເບ 40 ( B40 ປືນ 12,7 ມມ, ເປກາແອ່ມ ( PKM ) ອາກາ ( AK ) ທາດ ແຕກເຕເອັນເຕ( TNT)200 ຊຸດ ແລະ ໄດ້ຈັດຕັ້ງເປັນ 6 ພາກ ສ່ວນ. ຜ່ານການເຝິກແອບປະ ສານສຽງແຕກຕົວຈິງ ສາມາດ ບັນລຸຕາມຄາດໝາຍທີ່ວາງໄວ້ ແລະຮັບປະກັນໄດ້ຄວາມປອດໄພ 100%. ທັງນີ້ກໍເພື່ອເຮັດໃຫ້ຄະນະ ພັກ-ຄະນະບັນຊາພ້ອມດ້ວຍ ພັກນັກງານ-ນັກຮົບໃນກຳລັງ ປະກອບອາວຸດຂອງແຂວງຊຽງ ຂວາງ ເວົ້າລວມ, ເວົ້າສະເພາະ ແມ່ນກອງພັນປັດໄຈກຳໄດ້ທິດ ສະດີຫຼັກການຕ່າງໆ ຂອງການ ນຳໃຊ້ອາວຸດຍຸດໂທປະກອນ, ສິລະປະຍຸດ-ຍຸດທະວິທີ ໃຫ້ມີ ຄວາມ ຄວາມຊຳນິຊຳນານ ແລະ ກຽມພ້ອມເຮັດໜ້າທີ່ປົກປັກຮັກ ສາຜືນແຜນດິນຊຽງຂວາງ ໃຫ້ ມີຄວາມສະຫງົບ ແລະ ປອດໄພ 100%. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ