ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງພະນັກງານນຳພາ - ບັນຊາຂັ້ນຕ່າງໆ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2020-11-03 08:30:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ວັນທີ 30 ຕຸລາ 2020 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວ ໜ້າກົມ-ຮອງກົມ, ຫົວໜ້າການ ທະຫານໂຮງຮຽນ 303 ແລະ ບັນດາພະແນນ, ຂະແໜງການ ທີ່ຂຶ້ນກັບກົມໃຫຍ່ເສນາທິ ການກອງທັບ, ໂດຍການເປັນ ປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ພະແນກການ, ຂະແໜງການ, ຄະນະພັກ-ຄະນະບັນຊາກອງ ຮາກຖານເຂົ້າຮ່ວມ. ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ຄະນະພັກ, ຫົວໜ້າຫ້ອງ ການເມືອງກົມໃຫຍ່ເສນາທິການ ກອງທັບໄດ້ຂຶ້ນຜ່ານຂໍຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ມີຄື: ຍົກ ຍ້າຍ ພັນໂທ ຄໍາແສງ ແກ້ວດວງ ດີ ຫົວໜ້າການທະຫານໂຮງຮຽນ 303 ໄປໃຫ້ກົມ 49 ເພື່ອໄປຮັບ ໜ້າທີ່ໃໝ່; ແຕ່ງຕັ້ງ ພັນເອກ ອຸ ດອນ ອ້ວນສັກດາ ເປັນຫົວໜ້າ ກົມ 49, ພັນໂທ ຄໍາແສງ ແກ້ວ ດວງດີ ເປັນຮອງຫົວໜ້າກົມ ແລະ ພັນໂທ ທອງດໍາ ດວງມາລາ ເປັນ ຮອງຫົວໜ້າກົມ; ຍົກຍ້າຍ ພັນ ເອກ ດາວໄກ ເລີດລີວັນ ສໍາເລັດ ໜ້າທີ່ເປັນທີ່ປຶກສາທູດປ້ອງ ກັນຊາດລາວປະຈໍາປະເທດ ໄທ ເປັນຮອງຫົວໜ້າກົມທະ ຫານຊາຍແດນ; ແຕ່ງຕັ້ງ ພັນໂທ ກົມພັນ ຈັນທະວົງ ເປັນຮອງຫົວ ໜ້າກົມສູ້ຮົບ; ແຕ່ງຕັ້ງ ພັນໂທ ພູເງິນ ພົມເມືອງ ເປັນຮອງຫົວ ໜ້າກົມອົບຮົມ; ແຕ່ງຕັ້ງ ພັນໂທ ໄຊພອນ ນະຄອນໄຊ ເປັນ ຫົວໜ້າ ການທະຫານໂຮງຮຽນ 303; ແຕ່ງຕັ້ງ ພັນໂທ ພົງສະ ຫວັດ ຄໍາຜຸຍ ເປັນຮອງຫົວໜ້າພະ ແນກຍຸດທະວິທີ ແລະ ພັນໂທ ລັດສະໝີ ແສງດາວັນ ເປັນຮອງ ຫົວໜ້າພະແນກສິລະປະຍຸດ; ແຕ່ງ ຕັ້ງພັນຕີ ຄໍາປ່ຽນ ວິໄລ ສານ ເປັນຮອງຫົວໜ້າພະແນກ ຈັດຕັ້ງປະກອບຂອງກົມກອງ ທ້ອງຖິ່ນ; ແຕ່ງຕັ້ງ ພັນຕີ ໄກ່ ແກ້ວ ວົງພະຈັນ ເປັນຫົວໜ້າພະ ແນກຫ້ອງການ ແລະ ບໍລິຫານ ຂອງກອງກີລາ ແລະ ແຕ່ງຕັ້ງ ຮ້ອຍໂທ ດົ່ງພອນ ເພັດລາທັນ ເປັນຫົວໜ້າຂະແໜງປະກັນສັງ ຄົມຂອງໂຮງງານແຜ່ນທີ່ກອງ ທັບ. ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າ ທີ່ໃໝ່, ທຸກສະຫາຍຕັ້ງໜ້າ ປະຕິບັດໜ້າທີ່ວຽກງານທີ່ຂັ້ນ ເທິງມອບໝາຍໃຫ້ຢ່າງຕັ້ງໜ້າ ເພາະການທີ່ໄດ້ໄດ້ຮັບໜ້າທີໃໝ່ ນີ້ເປັນການໄວ້ເນື້ອເຊື່ອໃຈຈາກ ຂັ້ນເທິງ ພ້ອມທັງເປັນອີກບາດ ກ້າວໜຶ່ງຂອງໜ້າທີ່ການເມືອງ ຂອງບັນດາສະຫາຍ, ເຮັດວຽກ ຢ່າງມີສະຕິ ແລະ ມີຄວາມຮັບຜິດ ຊອບສູງ, ເປັນແບບຢ່າງໃຫ້ພະ ນັກງານ-ນັກຮົບ, ເຮັດວຽກຕ້ອງ ມີແບບແຜນ ແລະ ຕ້ອງມີຄວາມ ສາມັກຄີເປັນປຶກແຜ່ນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ