ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ຮັບຮອງເອົາແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2020-11-04 08:44:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ໃນວັນທີ 3 ພະຈິກ 2020, ເຊິ່ງເປັນມື້ທີ 6 ຂອງການດຳ ເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍການເປັນປະທານ ຂອງ ທາ່ນ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານສະມາ ຊິກສະພາແຫ່ງຊາດໃນແຕ່ລະ ເຂດເລືອກຕັ້ງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການສະເໜີລາຍງານຈາກທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ເຊິ່ງມີ ເນື້ອໃນວ່າ: ຄວາມຈຳເປັນ ແລະ ຄວາມໝາຍຄວາມສຳຄັນໃນ ການສະເໜີແຜນຜັງລວມຂອງ ຕົວເມືອງນະຄອນຫຼວງວຽງຈັນ ເຊິ່ງໄດ້ມີການສ້າງຂຶ້ນ ແລະ ປັບປຸງໃນແຕ່ລະໄລຍະໂດຍສະ ເພາະນັບແຕ່ປີ 1975 ເປັນຕົ້ນ ມາຮອດປັດຈຸບັນແມ່ນສະບັບທີ 4 ແລ້ວ, ທັງນີ້ເພື່ອແນໃສ່ສ້າງນະ ຄອນຫຼວງວຽງຈັນຕາມທິດຫັນ ເປັນຕົວເມືອງທີ່ໜ້າຢູ່ຍືນຍົງ ແລະ ອັດສະຣິຍະເປັນກ້າວໆ ໂດຍສ້າງ ໃຫ້ເປັນສູນກາງແຫ່ງຊາດຮອບ ດ້ານ, ສູນກາງການເຊື່ອມໂຍງ ກັບສາກົນ ແລະ ອະນຸພາກພື້ນ ແລະ ຕົວເມືອງນິເວດເປັນມິດກັບ ສິ່ງແວດລ້ອມ ເຊິ່ງໄດ້ກຳນົດ 3 ທິດທາງຄື: ທິດທາງທີ 1 ເສັ້ນ ທາງ 11 ເໜືອ ເຂດໂຄກແຫ້, ເມືອງສັງທອງ ເປັນໃຈກາງຊຸມ ຊົນເມືອງ, ທິດທາງທີ 2 ໄປຕາມ ເສັ້ນທາງເລກ 10 ເຂດດົງໝາກ ຄາຍ-ທ່າງອນ ເປັນໃຈກາງເຂດ ຊຸມຊົນເມືອງ, ທິດທາງທີ 3 ໄປ ຕາມເສັ້ນທາງວົງແຫວນຕັດເຂົ້າ ເມືອງທຸລະຄົມ ແຂວງວຽງຈັນ ເຂດນາໂງ່ມນາຕານ ເມືອງໄຊທາ ນີ ເປັນໃຈກາງຊຸມຊົນເມືອງ ແລະ ທິດທາງທີ 4 ໄປຕາມເສັ້ນທາງ 13 ໃຕ້ ເຂດບ້ານພ້າວ, ເມືອງ ປາກງຶ່ມ ເປັນຈຸດໃຈກາງຊຸມຊົນ ເມືອງ, ໃນການວາງແຜນຜັງຄັ້ງ ນີ້ແມ່ນກວມເອົາ 81.600 ເຮັກ ຕາ ເພີ່ມຂຶ້ນຈາກຄັ້ງກ່ອນປະມານ 3 ເທົ່າ ແລະ ກວມເອົາ 288 ບ້ານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ຕົວຈິງມີຈຸດສຸມ ແລະ ບັນລຸເປົ້າ ໝາຍແຜນຜັງລວມສະບັບນີ້ຍັງ ໄດ້ກຳນົດໂຄງການບູລິມະສິດທັງ ໝົດ 79 ໂຄງການ, 7 ແຜນງານ. ຫຼັງຈາກນັ້ນ, ສສຊ ໃນແຕ່ລະ ເຂດເລືອກຕັ້ງໄດ້ພ້ອມກັນສຸມປະ ກອບຄຳເຫັນໃສ່ແຕ່ລະເນື້ອ ໃນຢ່າງກົງໄປກົງມາຍັງໃຫ້ເຫັນ ຫຼາຍດ້ານທີ່ຕັ້ງໜ້າ, ຫຍໍ້ທໍ້ທີ່ເປັນ ອຸປະສັກ ແລະ ສິ່ງທ້າທາຍ, ເພື່ອ ເຮັດໃຫ້ເນື້ອໃນຂອງບົດລາຍ ງານມີເນື້ອໃນຄົບຖ້ວນ, ອຸດົມສົມ ບູນ ແລະ ສາມາດນຳໄປຈັດຕັ້ງ ປະຕິບັດໄດ້. ໃນຕອນທ້າຍ, ສະມາຊິກສະພາ ແຫ່ງຊາດໃນແຕ່ລະເຂດເລືອກ ຕັ້ງໄດ້ໃຊ້ສິດປະຊາທິປະໄຕຂອງ ຕົນລົງຄະແນນສຽງຮັບຮອງເອົາ ແຜນຜັງລວມຕົວເມືອງນະຄອນ ຫຼວງວຽງຈັນ ດ້ວຍຄະແນນສຽງ ສ່ວນຫຼາຍ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ