ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຫຼົ່າຮົບຊ່າງແສງສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນກີລາການທະຫານທີ່ປະເທດ ສ ຣັດເຊຍ
ເວລາອອກຂ່າວ: 2020-11-05 09:43:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ວັນທີ 30 ຕຸລາ 2020 ນີ້, ເຫຼົ່າຮົບຊ່າງແສງໄດ້ຈັດພິທີສະ ຫຼຸບຜົນການແຂ່ງຂັນກີລາການ ທະຫານຢູ່ ປະເທດສະຫະພັນ ຣັດເຊຍ ປະຈຳປີ 2020. ຂຶ້ນຢູ່ ທີສະໂມສອນກອງພັນຂ້າມຜ່ານ 588 ໂດຍການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພັນເອກ ປ.ອ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າ ກົມຊ່າງແສງ ກົມ ໃຫ່ຍເສນາທການກອງທັບ, ມີ ຄະນະພັກ-ຄະນະບັນຊາ ກົມກອງ ອ້ອມຂ້າງ, ແຂກຖືກເຊີນ ແລະນັກ ກີລາເຂົ້າຮ່ວມ. ສະຫາຍ ພັນເອກ ບຸນສົດ ອິນ ສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ຜູ້ຊີ້ນຳການແຂ່ງຂັນກີລາການ ທະຫານຂອງເຫຼົ່າຮົບຊ່າງແສງ ໄດ້ກ່າວວ່າ: ທີມນັກກີລາເຫຼົ່າຮົບຊ່າງແສງທີ່ສົ່ງເຂົ້າຮ່ວມ ແຂ່ງຂັນ ARMY GAMES 2020 ແມ່ນປະກອບມີບັນດາທີມ ນັກກີລາທີ່ຄັດເລືອກມາຈາກ ຫຼາຍກົມກອງຂອງເຫຼົ່າຮົບຊ່າງ ແສງ ມີຈຳນວນນັກກີລາເຂົ້າຮ່ວມ ທັງໝົດ 21 ສະຫາຍ ແລະ ມີ 32 ປະເທດ ໃນນີ້ ປະກອບມີພາຫະ ນະໃນການແຂ່ງຂັນ 6 ຊະນິດ ຄື: ລົດຂຸດຄຸ້ມຄອງ MDK-3, ລົດສ້າງສິ່ງກີດຂວາງບໍ່ແຕກ EMR-2, ລົດດຸດ BAT-2, ລົດສ້າງສິ່ງກີດຂວາງແຕກ KM3-3, ລົດທຳລາຍສະໝາມ ມິນ YP-77 ແລະ ລົດລອຍ ນໍ້າ PTC-2, ໃນນີ້ ເຫຼົ່າຮົບຊ່າງ ແສງກອງທັບປະຊາຊົນລາວ ສົ່ງເຂົ້າແຂ່ງຂັນປະເພດເຕັກ ນິກການທະຫານຮ່ວມແຂ່ງ ຂັນໃນສາຍລວມມີ 6 ປະເທດຄື: ສ ຣັດເຊຍ, ເບຣາຣຸດສ, ອຸດສະ ເບັກກີດສະຖານ, ປາກີດສະຖານ, ມົງໂກລີ ແລະ ສ ປ ປ ລາວ. ການ ແຂ່ງຂັນໃນຮອບຊີງຊະຊະ ເລີດ ປະກອບມີ 3 ປະເທດຮ່ວມຣັດ ເຊຍ, ເບລາຣຸດສ ແລະ ສ. ປປ ລາວ. ຜ່ານການຈັດຕັ້ງປະຕິບັດ ການແຂ່ງຂັນຕົວຈິ່ງຜົນອອກ ມາທີມ ຣັດເຊຍ ແລະ ເບລາ ຣຸດສ ນໍາໃຊ້ເວລາໄດ້ 64 ນາທີ ໄດ້ຮັບອັນດັບ 1, ທີມຊ່າງແສງ ລາວ ໃຊ້ເວລາ 91 ນາທີໄດ້ອັນດັບ 2 ແລະ ນອກນັ້ນນັກກີລາເຕັກ ນິກການທະຫານຂອງເຫຼົ່າຮົບຊ່າງແສງຍັງສາມາດສ້າງໄດ້ ນັກຂັບຂີ່ດີເດັ່ນ 2 ສະຫາຍ ແລະ ໄດ້ຮັບການຍ້ອງຍໍ ແລະ ເລື່ອນຊັ້ນ 8 ສະຫາຍ ຄື: ວາທີ ຂຶ້ນຮ້ອຍຕີ 2 ສະຫາຍ, ຮ້ອຍຕີ ຂຶ້ນຮ້ອຍໂທ 5 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 1 ສະຫາຍ ພ້ອມກັບມອບລາງວັນໃຫັນັກກີລາອີກຈໍານວນໜຶ່ງ ຢ່າງສົມກຽດ. ໂອກາດນີ້ ສະຫາຍ ພັນເອກ ປ.ອ ສີພອນໄຊ ຄໍາທອງເຫວີນ ໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມ ເຊີຍມາຄະນະຮັບຜິດຊອບ ແລະ ນັກກີລາແຕ່ລະສະຫາຍທີໄດ້ສຸມໃສ່ສະຕິປັນຍາເຂົ້າຮ່ວມແຂ່ງຂັນ ແລະ ສາມາດຍາດໄດ້ຜົນສໍາເລັດ ມາສູ່ກອງທັບປະຊາຊົນລາວກໍຄືເຫຼົ່າຮົບຊ່າງແສງໄດ້ມີຜົນງານ ໃໜ່ໃຫຍ່ຫຼວງກວ່າເກົ່າ. ໂດຍ: ເກນ ວິໄລສານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ