ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຕາດຮຳ ສະຖານທີ່ງົດງາມແບບທຳມະຊາດ
ເວລາອອກຂ່າວ: 2020-11-05 09:53:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ເວົ້າເຖິງສະຖານທີ່ທ່ອງ ທ່ຽວໃນປະເທດລາວກໍມີຫຼາຍ ແຫ່ງ ນັບທັງແຫຼ່ງທ່ອງທ່ຽວ ທາງປະຫວັດສາດ, ທໍາມະຊາດ ແລະ ອື່ນໆເກີດຫຼາຍບ່ອນໄດ້ຮັບ ການຍົກລະດັບໃຫ້ເປັນແຫຼ່ງ ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນ ກໍຍັງມີອີກຫຼາຍບ່ອນທີ່ຍັງບໍ່ທັນ ໄດ້ຮັບການບູລະນະ ໃນນີ້ ຕາດ ຮໍາກໍເປັນອີກສະຖານທີ່ທ່ອງ ທ່ຽວແຫ່ງໜຶ່ງຂອງແຂວງໄຊຍະ ບູລີ ທີ່ຍັງບໍ່ໄດ້ຮັບການບູລະນະ ແຕ່ກໍເປັນສະຖານທີ່ອີກແຫ່ງໜຶ່ງທີ່ມີຄວາມງົດງາມແບບທໍາ ມະ ຊາດທີ່ຫາເບິ່ງໄດ້ຍາກ. ຕາດຮຳ ເປັນຕາດທີ່ເກີດຂຶ້ນ ຕາມທຳມະຊາດຢູ່ທີ່ບ້ານເມືອງ ຮຳ ເມືອງບໍ່ແຕນ ແຂວງໄຊຍະ ບູລີ ຕາດດັ່ງກ່າວມີລັກສະນະ ສູງຊັນເປັນຫີນເຫີບ ເຮັດໃຫ້ນ້ຳທີ່ຕົກລົງມາກະທົບໃສ່ຫີນເປັນ ຊັ້ນໆ ມີລັກສະນະເປັນອາຍຟົ້ງກະຈາຍໄປທົ່ວບໍໍລິເວນ ອ້ອມຮອບຕາດມີໂງ່ນ ແລະ ພະລານຫີນສະຫຼັບຊັບຊ້ອນກັນ ເໝາະກັບການຖ່າຍຮູບ ແລະ ສາ ມາດລົງອາບໄດ້ ສ່ວນດ້ານເທິງ ມີຕົ້ນໄມ້ນ້ອຍ-ໃຫຍ່ເປັນຮົ່ມໃຫ້ ນັ່ງພັກຜ່ອນເຊິ່ງຈະມີສາລາ ແລະ ຕັ່ງເຮັດດ້ວຍປີກໄມ້ໄວ້ໃຫ້ທ່ານ ນັ່ງຊົມນ້ຳຕົກຢ່າງສະບາຍ, ສິ່ງ ສຳຄັນທັງສອງຟາກຂ້າງນ້ຳຕົກ ຈະມີປ່າໄມ້ທີ່ປົກຄຸມໄປດ້ວຍ ປ່າໄມ້ສົນ ແລະ ປ່າດົງດິບ. ສາຍ ນ້ຳນີ້ ຈາກນ້ຳຫ້ວຍຫຼາຍສາຍ ຈາກສາຍທີ່ໄຫຼຈາກສາຍພູນາ ກອກ ນາກາຍ ແລ້ວໄຫຼຜ່ານ ບ້ານເມືອງຮຳມາປ່ອງລົງໃສ່ ບ່ອນດຽວກັນ. ນັກທ່ອງທ່ຽວ ມາທ່ຽວຊົມສ່ວນຫຼາຍກໍຈະເປັນ ຍາມບູນສຳຄັນ ຫຼື ວັນເສົາອາ ທິດ, ສ່ວນການເດີນທາງເຂົ້າໄປໃນຕາດດັ່ງກ່າວແມ່ນຂີ່ລົດອອກຈາກບ້ານເມືອງຮໍາໄປປະມານ 1 ກິໂລແມັດ, ແຕ່ຫາກຍ່າງໄປ ຈາກບ້ານເມືອງຮຳໄປຫາຕາດ ນັ້ນກໍບໍ່ໄກ ເພາະຈະມີເສັ້ນທາງລັດ ທາງເຂົ້າໄປເປັນທາງດິນແດງ ໂດຍໄດ້ຍ່າງຂ້າມຂົວແຫ່ງໜຶ່ງ ປະມານ 50 ແມັດ ກໍຈະຮອດ, ໃນອ້ອມຮອບບໍລິເວນຕາດ ເຖິງວ່າຈະເປັນລະດູຮ້ອນແຕ່ກໍ ຍັງຮູ້ສຶກເຢັນສະບາຍເພາະ ມີປ່າໄມ້ປົກຄຸມ ບວກກັບລະອອງ ນໍ້າທີ່ຕົກລົງມາແຕ່ດ້ານເທິງ ຟົ້ງກະຈາຍ ສະນັ້ນ, ຈິ່ງເຮັດໃຫ້ ທ່ານທີ່ມາທ່ຽວຊົມເຢັນສະບາຍ ພ້ອມທັງໄດ້ສູບດົມອາກາດສົດໆບໍລິສຸດໄປພ້ອມໆກັນ. ນ້ຳຕົກຕາດເມືອງຮຳ ເປັນສະ ຖານທີ່ທ່ອງທ່ຽວທີ່ຍັງບໍ່ທັນໄດ້ຮັບການບູລະນະສ້າງສາ ຫຼື ບູກ ເບີກໃຫ້ເປັນສະຖານທີ່ທ່ອງທ່ຽວ ຄືກັນກັບບ່ອນອື່ນໆ ສະນັ້ນ, ພາບ ທີ່ເຫັນກໍຍັງເປັນຄວາມງົດງາມ ແບບທໍາມະຊາດມາແຕດົນນານ. ສະນັ້ນ,ຈຶ່ງຢາກໃຫ້ບັນດາທ່ານ ທີ່ມັກໃນການທ່ອງທ່ຽວໄດ້ ໄປສໍາພັດຕົວຈິງ. ການເຂົ້າ ມາທ່ຽວຊົມຕາດແຫ່ງນີ້ຖ້າຂີ່ລົດຈາກສະຖານີລົດໂດຍສານ ສາຍເໜືອ-ວຽງຈັນ ໄປສູ່ສະຖານີ ລົດໂດຍສານເມືອງແກ່ນທ້າວໄປ ຈອດທີ່ຄິວລົດຕະຫຼາດບ້ານນາ ກອກ ແລ້ວຂີ່ກາຍບ້ານ ເມືອງຮຳ ໄປກໍຈະມີຂົວຂ້າມທາງແຍກ ເບື້ອງຂວາແລ້ວຍ່າງຕາມທາງ ດິນແດງເຂົ້າໄປສູ່ຕາດ. ( ຂີ່ ລົດອອກຈາກບ້ານເມືອງຮຳ ປະມານ 2 ກິໂລແມັດ ກໍຈະ ຮອດທາງເຂົ້າຕາດຮໍາ, ຕາດຮຳ ສູງປະມານ 30 ແມັດ, ກວ້າງປະ ມານ 20 ແມັດ ເຊິ່ງອ້ອມຮອບ ດ້ວຍກ້ອນຫີນນ້ອຍໃຫຍ່ ແລະ ຕົ້ນໄມ້ເຮັດໃຫ້ອາກາດໃນຕາດ ເຢັນສະບາຍ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ