ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫັນການສຶກສາໄປສູ່ຍຸກດີຈີຕອນເພື່ອເຊື່ອມໂຍງກັບສາກົນ
ເວລາອອກຂ່າວ: 2020-11-05 10:46:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ທ່ານ ວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດ 9 ແຂວງຊຽງຂວາງ ໄດ້ ປະກອບຄໍາຄິດເຫັນ ໃສ່ບົດ ລາຍງານຂອງລັດຖະບານ ບາງ ຕອນວ່າ: ສິ່ງທ້າທາຍໃນການ ແຜ່ລະ ບາດຂອງພະຍາດ ໂຄວິດ-19 ໃນແງ່ໜຶ່ງກໍເປັນເງື່ອນໄຂ ແລະ ກາລະໂອກາດແກ່ການ ດໍາລົງຊີວິດ ແລະ ການຜະ ລິດໄປສູ່ລະບົບປົກກະຕິແບບໃໝ່ ດ້ວຍການເປັນເຈົ້າການໃນການ ພັດທະນາເສດຖະກິດ-ສັງຄົມ ການເພິ່ງຕົນເອງ ໃນອີກແງ່ ມູມໜຶ່ງແມ່ນນະໂຍບາຍ ແລະ ມາດຕະການເຂັ້ມງວດຂອງລັດ ຖະບານມີການຕໍ່ຕ້ານ ແລະ ສະ ກັດກັ້ນການແຜ່ລະບາດຂອງ ພະຍາດດັ່ງກ່າວໄດ້ຢ່າງທັນ ການເຮັດໃຫ້ມີຜູ້ຕິດເຊື້ອພຽງແຕ່ 24 ກໍລະນີ ແລະ ປິ່ນປົວດີແລ້ວ 23 ກໍລະນີ, ເຊິ່ງໄດ້ເຮັດໃຫ້ສາກົນ ແລະ ຕ່າງປະເທດຍົກຍ້ອງລັດ ຖະບານຂອງພວກເຮົາທີ່ເອົາ ໃຈໃສ່ຈັດຕັ້ງປະຕິບັດໄດ້ດີທັນ ການ. ອັນນີ້, ໄດ້ເປັນເງື່ອນ ໄຂໜຶ່ງຊັກຈູງໃຫ້ນັກລົງທຶນ ຕ່າງປະເທດ ໂດຍສະເພາະແມ່ນ ສ.ເກົາຫຼີ, ຍີ່ປຸ່ນ ແລະ ປະເທດ ອື່ນໆສົນໃຈເຂົ້າມາລົງທຶນໃນ ປະເທດເຮົາ ແລະ ເປັນໂອກາດ ໃນການພັດທະນາເສດຖະກິດ- ສັງຄົມ 5 ປີ ເທື່ອທີ 9 ຂອງລັດຖະ ບານໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ທ່ານ ວິໄລສຸກ ພິມມະສອນ ຍັງໄດ້ເນັ້ນບາງຈຸດຕື່ມວ່າ: ວຽກ ງານຈຸດສຸມເປັນວຽກງານພື້ນ ຖານ ແລະ ສະເໜີລັດຖະບານ ພິຈາລະນາຕື່ມ ກ່ຽວກັບແຜນ ໄລຍະ 5 ປີ ເທື່ອທີ 9, ເຊິ່ງໄດ້ມີ ການປັບປຸງ, ປ່ຽນແປງການຈັດ ຕັ້ງ ໃນຍຸກປັດຈຸບັນເຫັນວ່າ ການປະຕິວັດອຸດສາຫະກຳ 4.0 ນີ້ ກໍາລັງມາແຮງທົ່ວໂລກ. ສະ ນັ້ນພວກເຮົາຄວນຄົ້ນຄວ້າ ພິຈາລະນາໂດຍໃສ່ຊື່ວ່າ ແຜນ ພັດທະນາເສດຖະກິດ-ສັງຄົມດີ ຈິຕອນ ດ້ວຍການ ຊຸກຍູ້ສົ່ງເສີມຂະ ບວນການ ປະຕິວັດອຸດສາຫະກຳ 4.0 ຢ່າງແຂງແຮງຮອບດ້ານ, ມີຈຸດສຸມ ແລະ ມີຄຸນນະພາບ ຕາມທິດສີຂຽວສະອາດ ແລະ ຍືນຍົງ, ສົ່ງເສີມ ແລະ ຊຸກຍູ້ ເສດຖະກິດຂະໜາດນ້ອຍຂະ ໜາດກາງຢ່າງແຂງແຮງ ຕາມ ທິດດີຈິຕອນ. ຫັນເປັນທັນສະ ໄໝຮີບດ່ວນ ເພື່ອຄຸ້ມຄອງການ ຈັດເກັບລາຍຮັບຈາກການບໍລິ ການທັນສະໄໝຂອງສັງຄົມ ເພາະ ທຸກມື້ນີ້, ການຂາຍອອນລາຍ ມີທົ່ວປະເທດ. ພ້ອມກັນນີ້, ລັດ ຖະບານເຮົາຕ້ອງເອົາໃຈໃສ່ ລົງທຶນ ໃນການສ້າງລະບົບຄຸ້ມ ຄອງດີຈິຕອນ, ຄຸ້ມຄອງເກັບ ລາຍຮັບ ເພາະເຫັນວ່າປະຊາ ຊົນພວກເຮົາແມ່ນຫັນໄປຕາມ ຍຸກສະໄໝ ແລະ ທ່ານຍັງສະ ເໜີໃຫ້ລັດຖະບານເອົາໃຈໃສ່ ປັບປຸງ ແລະ ຫັນບັນດາຫົວ ໜ່ວຍລັດວິສາຫະກິດເປັນຮູບ ການອື່ນດ້ວຍການຂາຍຮຸ້ນ ຫຼື ການຫັນການລົງທຶນໄປສູ່ ຍຸກດີຈິຕອນ ຕາມທ່ານນາຍົກ ສະເໜີ, ຊຸກຍູ້ສົ່ງເສີມການ ຊົມໃຊ້ ຍານພາຫະນະໄຟຟ້າ ຫຼື ສ້າງຕັ້ງໂຮງງານປະກອບຍານ ພາຫະນະໄຟຟ້າ ໂດຍສະເໜີ ໃຫ້ລັດຖະບານ ມີນະໂຍບາຍ ຜ່ອນຜັນດ້ານພາສີອາກອນ ແລະ ອື່ນໆ ເພາະວ່າໄລຍະຜ່ານມາ ເຫັນວ່າ ມີການເຊັນບົດບັນທຶກ ສ້າງໂຮງງານ ປະກອບລົດໄຟ ຟ້າເພື່ອເຮັດໃຫ້ລັດຖະບານ ມີ ລາຍຮັບໂດຍທາງອ້ອມ ໂດຍສະ ເພາະແມ່ນການນຳໃຊ້ລົດໄຟ ຟ້ານີ້. ເຫດຜົນທີ່ສະເໜີວ່າໃຫ້ຫັນ ເປັນເສດຖະກິດດີຈິຕອນເນື່ອງ ຈາກວ່າຢູ່ໃນສະພາບ ໂຄວິດ-19 ຮັບປະກັນໄລຍະຫ່າງຈາກ ການແຜ່ລະບາດຂອງພະຍາດ ດັ່ງກ່າວ, ເຊິ່ງຈະເປັນການ ບໍ່ສິ້ນ ເປືອງງົບປະມານ, ການພັດທະ ນາພື້ນຖານໂຄງລ່າງການສຶກ ສາ ແລະ ການທ່ອງທ່ຽວ, ພ້ອມ ກັນນີ້, ຍັງເປັນການປະຢັດເວລາ ແລະ ການຫຼຸດຜ່ອນມົນລະພິດ ຈາກການສັນຈອນນຳອີກ. ສຳ ລັບສະຕິໃນການເອົາໃຈໃສ່ໃນ ການສຶກສາຮໍ່າຮຽນຂອງນັກ ຮຽນ-ນັກສຶກສາ, ຂ້າພະເຈົ້າຂໍ ສະເໜີບາງມາດຕະການດັ່ງນີ້: ສະເໜີໃຫ້ລັດຖະບານປະຕິ ຮູບລະບົບການສຶກສາປັດຈຸບັນ ຫັນໄປສູ່ການສຶກສາແບບດີ ຈິຕອນໃນທຸກຂົງເຂດ ແລະ ທຸກ ຂະແໜງການ, ເລັ່ງລັດລົງທຶນກໍ່ ສ້າງຊັບພະຍາກອນມະນຸດດີ ຈິຕອນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຈັດຕັ້ງປະຕິບັດ ຂະບວນການປະຕິວັດອຸດສາຫະ ກຳ 4.0, ຊຸກຍູ້ສົ່ງເສີມການຄົ້ນ ຄວ້າວິທະຍາສາດເພື່ອຫັນໄປ ສູ່ລະບົບດີຈິຕອນລະຫວ່າງກະ ຊວງກ່ຽວຂ້ອງ ເປັນຕົ້ນແມ່ນ ກະຊວງສຶກສາທິການ ແລະ ກີ ລາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການ ສື່ສານ, ກະຊວງອຸດສາຫ ະກຳ ແລະ ການຄ້າ ຄ່ອຍກ້າວໄປສູ່ ສ້າງ ມະຫາວິທະຍາໄລຈິນຕະນາ ຫຼື ໄຊເບີ ຢູນີເວີຊີຕີ, ຫັນຄົນລາວ ໃຫ້ເປັນຄົນດີຈິຕອນໃນອະນາ ຄົດ. ໂດຍ: ຄໍາປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ