ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະຮັບຜິດຊອບລວມ ແຈ້ງຊັບສີນຂອງລັດຂັ້ນກະຊວງປ້ອງກັນປະເທດລົງເຄື່ອນໄຫວເຮັດວຽກພົນທີ່ 2
ເວລາອອກຂ່າວ: 2020-11-06 10:33:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 26 ຕຸລາ 2020 ນີ້ ຄະນະຮັບຜິດຊອບລວມແຈ້ງ ຊັບສິນຂອງລັດ ຂັ້ນກະຊວງ ປ້ອງກັນປະເທດເຄື່ອນໄຫວ ເຮັດວຽກຢູ່ກອງພົນທີ 2 ເຊິ່ງ ນຳໂດຍ ສະຫາຍ ພັນເອກ ເຂັມເພັດ ໄຊສະຫວັນ ຫົວ ໜ້າຫ້ອງການບໍລິຫານ ກົມ ໃຫຍ່ພະລາທິການກອງທັບ ຮອງຫົວໜ້າຄະນະຮັບຜິດ ຊອບລວມ ແຈ້ງຊັບສິນຂອງລັດ ຂັ້ນກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໃຫ້ກຽດ ຕ້ອນຮັບຂອງ ສະຫາຍ ພັນໂທ ບຸນກໍ່າ ພີມພົງພັນ ຄະນະພັກ ກອງພົນ ຫົວໜ້າຫ້ອງພະລາທິ ການກອງພົນທີ 2. ຈຸດປະສົງໃນການລົງເຄື່ອນ ໄຫວເຮັດວຽກໃນຄັ້ງນີ້, ກໍເພື່ອ ປະຕິບັດຕາມຂໍ້ຕົກລົງຂອງກະ ຊວງການເງິນ ແລະ ຕາມຄຳ ເຫັນຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການເກັບກໍາຂໍ້ມູນຊັບສິນຂອງລັດທີ່ກະຊວງ ປ້ອງກັນປະເທດຄຸ້ມຄອງໃນທົ່ວກອງພົນທີ 2 ເປັນຕົ້ນ ສະຖິຕິສົມບັດຄົງທີ່, ສະຖິຕິເນື້ອທີ່ດິນ, ສະຖິຕິສິ່ງ ປູກສ້າງອາຄານຕ່າງໆ ແລະ ສະຖິຕິພາຫະນະຂົນສົ່ງ; ໃນນັ້ນ, ທົ່ວກອງພົນທີ 2 ມີດີນ 37 ຕອນ ໃນເນື້ອ ທີ່ທັງໝົດ 676,83 ເຮັກຕາ, ມີສິ່ງປຸກສ້າງອາຄານ ຕ່າງໆ ປະເພດຖາວອນ ຈຳນວນ 201 ຫຼັງ, ປະເພດ ເຄິ່ງຖາວອນ ຈຳນວນ 394 ຫຼັງ, ປະເພດຊົ່ວຄາວ ຈຳນວນ 169 ຫຼັງ, ມີພາຫະນະຂົນສົ່ງທັງໝົດ 163 ຄັນ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ