ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມກອງຕ່າງໆປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2020-11-06 10:36:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ລະຫວ່າງທ້າຍເດືອນຕຸລາ ຫາ ເດືອນພະຈິກ ນີ້, ໂຮງງານ ປະສານເຫຼົ່າພາກໃຕ້, ວິທະຍາ ຄານກົມມະດຳ, ກອງບັນຊາການ ທະຫານແຂວງຫົວພັນ, ກອງ ພົນທີ 1, ກອງພັນໃຫຍ່ 302 ທີ່ ຂຶ້ນກັບກອງພົນທີ 3, ບໍລິສັດ ລັດພັດທະນາຊົນນະບົດໃໝ່, ໂຮງ ຮຽນກໍ່ສ້າງນາຍສິບເລກ 1 ແລະ ກອງພັນໃຫຍ່ 645 ໄດ້ຈັດພິທີ ປະກາດເລື່ອນຊັ້ນໃຫ້ພະນັກ ງານ-ນັກຮົບພາຍໃນກົມກອງ ຂອງຕົນໂດຍມີຄະນະພັກ-ຄະ ນະບັນຊາແຕ່ລະ ກົມກອງ, ພ້ອມ ດ້ວຍພະນັກງານທີ່ໄດ້ຮັບການ ເລື່ອນຊັ້ນເຂົ້າຮ່ວມ. ໂດຍປະຕິບັດຕາມກົດໝາຍ ນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປຸງ) ໃນພາກ ທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍ ການເລື່ອນຊັ້ນໃຫ້ ນາຍທະຫານທີ່ມີມາດຖານເງື່ືືອນ ໄຂຄົບຖ້ວນ ແລະ ຮອດກຳນົດ ການເລື່ອນຊັ້ນ, ປະດັບຊັ້ນ ແລະ ປະຕິບັດຕາມຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ແລະ ກົມ ໃຫຍ່ການເມືອງກອງທັບ ວ່າ ດ້ວຍ ການປະດັບຊັ້ນໃຫ້ນັກ ຮຽນທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ໃນນີ້, ໂຮງງານ ປະສານເຫຼົ່າພາກໃຕ້ມີພະນັກ ງານ-ນັກຮົບໄດ້ມີການປະດັບ ຊັ້ນຮ້ອຍໂທ ຈຳນວນ 4 ສະຫາຍ, ຮ້ອຍຕີ 1 ສະຫາຍ, ສ່ວນວິທະ ຍາຄານກົມມະດຳມີພະນັກງານ-ນັກຮົບທີ່ໄດ້ຮັບການປະດັບຊັ້ນ ຮ້ອຍໂທຈຳນວນ 15 ສະຫາຍ, ປະ ດັບຊັ້ນຮ້ອຍຕີ 15 ສະຫາຍ, ສ່ວນ ກອງບັນຊາການທະຫານແຂວງຫົວພັນມີພະນັກງານ-ນັກຮົບ ທີ່ ໄດ້ຮັບການເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນພັນຕີ ຈຳນວນ 46 ສະຫາຍ, ຊັ້ນຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ ຈຳ ນວນ 32 ສະຫາຍ, ຊັ້ນຮ້ອຍຕີຂຶ້ນ ຊັ້ນຮ້ອຍໂທ ຈຳນວນ 98 ສະ ຫາຍ, ສ່ວນກອງພົນທີ 1 ມີພະ ນັກງານ-ນັກຮົບທີ່ໄດ້ຮັບການ ເລື່ອນຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນ ຕີ ຈຳນວນ 13 ສະຫາຍ, ຊັ້ນ ຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ ຈຳ ນວນ 26 ສະຫາຍ, ຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ ຈຳນວນ 20 ສະ ຫາຍ, ຊັ້ນວາທີ ຂຶ້ນ ຊັ້ນຮ້ອຍຕີ ຈຳນວນ 26 ສະຫາຍ, ສ່ວນກອງ ພັນໃຫຍ່ 302 ມີພະນັກງານ-ນັກ ຮົບທີ່ໄດ້ຮັບການເລື່ອນຊັ້ນຮ້ອຍ ເອກ ຂຶ້ນ ຊັ້ນພັນຕີຈຳນວນ 6 ສະ ຫາຍ, ຊັ້ນຮ້ອຍໂທ ຂຶ້ນ ຊັ້ນຮ້ອຍ ເອກ ຈຳນວນ 5 ສະຫາຍ, ຮ້ອຍ ຕີ ຂຶ້ນ ຊັ້ນຮ້ອຍໂທ ຈຳນວນ 5 ສະ ຫາຍ, ປະດັບທຽບຊັ້ນຮ້ອຍໂທ ຈຳນວນ 2 ສະຫາຍ, ຊັ້ນວາທີ ຂຶ້ນ ຊັ້ນຮ້ອຍຕີຈຳນວນ 8 ສະຫາຍ ປະດັບຊັ້ນຮ້ອຍຕີ 1 ສະຫາຍ, ສ່ວນ ບໍລິສັດລັດພັດທະນາຊົນນະບົດມີພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 8 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນ ຊັ້ນ ຮ້ອຍເອກຈຳນວນ 5 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ຊັ້ນ ພັນຕີ ຈຳນວນ 8 ສະຫາຍ, ສ່ວນໂຮງ ຮຽນກໍ່ສ້າງນາຍສິບເລກ 1 ມີພະ ນັກງານ-ນັກຮົບທີ່ໄດ້ຮັບການ ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ ຈຳ ນວນ 12 ສະຫາຍ, ເລື່ອນທຽບ ຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນຕີ ຈຳ ນວນ 2 ສະຫາຍ, ເລື່ອນຊັ້ນຮ້ອຍ ໂທ ຂຶ້ນ ຊັ້ນຮ້ອຍເອກ ຈຳນວນ 3 ສະຫາຍ, ເລື່ອນທຽບຊັ້ນຮ້ອຍ ໂທຂຶ້ນຊັ້ນຮ້ອຍເອກ ຈຳນວນ 20 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນ ຊັ້ນຮ້ອຍໂທ ຈຳນວນ 5 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນ ຊັ້ນ ຮ້ອຍໂທ ຈຳນວນ 1 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ ຊັ້ນຮ້ອຍຕີ 2 ສະຫາຍ, ເລື່ອນທຽບຊັ້ນວາທີ ຂຶ້ນ ຊັ້ນຮ້ອຍຕີ ຈຳນວນ 6 ສະຫາຍ, ປະດັບທຽບຊັ້ນ ຮ້ອຍໂທ ຈຳ ນວນ 4 ສະຫາຍ ແລະ ປະດັບຊັ້ນ ຮ້ອຍຕີ ຈຳນວນ 1 ສະຫາຍ, ສ່ວນກອງພັນໃຫຍ່ 645 ມີພະນັກ ງານ-ນັກຮົບທີ່ໄດ້ຮັບການເລື່ອນ ຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ ຈຳ ນວນ 11 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກຂຶ້ນຊັ້ນພັນຕີ ຈຳນວນ 5 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍເອກຈຳນວນ 17 ສະ ຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກຈຳນວນ 8 ສະ ຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຊັ້ນ ຮ້ອຍໂທ ຈຳນວນ 48 ສະຫາຍ ແລະ ເລື່ອນທຽບຊັ້ນຮ້ອຍຕີຂຶ້ນຊັ້ນ ຮ້ອຍໂທຈຳນວນ 36 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ