ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 424 ຍ້ອງຍໍພະນັກງານ-ນັກຮົບທີ່ສຳເລັດການປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ
ເວລາອອກຂ່າວ: 2020-11-06 10:38:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ທ້າຍເດືອນຕຸລາ ຜ່ານມານີ້, ກອງພັນ 424 ທີ່ຂຶ້ນກັບກອງພັນ ໃຫຍ່ 497 ໄດ້ຈັດພິທີຍ້ອງຍໍ ພະນັກງານ-ນັກຮົບທີ່ສຳເລັດ ການປະຕິບັດໜ້າທີ່ຢູ່ເຂດຫ່າງ ກັນສອກຫຼີກຢູ່ແຂວງໄຊສົມບູນ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸວັນ ມະນີແສງ ຮອງຫົວໜ້າພະແນກການເມືອງ, ມີສະຫາຍ ພັນໂທ ພອນວັນ ແຄ້ລີວອນ ຫົວໜ້າການເມືອງ ກອງພັນ 424 ພ້ອມດ້ວຍພະນັກ ງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ການ ມະນີ ຫົວໜ້າຂະແໜງນະໂຍບາຍກອງ ພັນໃຫຍ່ 497 ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການມອບຫຼຽນໄຊພິ ລາດອາດຫານ, ໃບຍ້ອງຍໍ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍ ການມອບໃບ ຍ້ອງຍໍໃຫ້ນາຍ ແລະ ພົນທະຫານ ຢູ່ກອງພັນ 424 ທີ່ມີຜົນງານດີ ເດັ່ນໃນການປະຕິບັດໜ້າທີ່ຢູ່ເຂດ ຫ່າງກັນສອກຫຼີກ ແຂວງໄຊ ສົມບູນ ປະກອບສ່ວນເຂົ້າໃນ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບເພື່ອປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກະຊວງ ປ້ອງກັນປະເທດຕົກລົງມອບ ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ບຸກຄົນ ຈຳນວນ 73 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ບຸກຄົນ ຈຳນວນ 44 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບຈຳນວນ 11 ສະຫາຍ. ນອກຈາກນີ້ຍັງໄດ້ຈັດ ພິທີມອບໃບຢັ້ງຢືນ 4 ບຸກ ໃຫ້ສະ ມາຊິກຊາວໜຸ່ມທີ່ມີຜົນງານດີ ເດັ່ນ ຈຳນວນ 79 ສະຫາຍ ຕື່ມ ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ