ກອງພັນໃຫ່ຍ 644 ມອບບັດສະມາຊິກພັກສົມບູນ ຊຸດທີ IV
ເວລາອອກຂ່າວ: 2020-11-06 10:40:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2133 | ຄວາມນິຍົມ:
ພິທີມອບບັດສະມາຊິກພັກສົມ ບູນ ຊຸດທີ IV ຂອງບັນດາໜ່ວຍ
ພັກທີ່ຂຶ້ນກັບຄະນະພັກ ກອງພັນ ໃຫຍ່ 644 ໄດ້ຈັດຂຶ້ນໃນວັນທີ 3
ພະຈິກ 2020 ທີ່ຜ່ານມານີ້, ໂດຍ
ການເປັນປະທານຂອງສະຫາຍ
ພັນເອກ ຄຳສີ ພົມມະຈັນ ເລຂາ
ຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 644 . ຄະນະພັກ- ຄະນະບັນຊາພະນັກງານຫຼັກ ແຫຼ່ງ, ຂັ້ນນຳພາ-ບັນຊາ, ຈາກພະ ແນກການ, ກົມກອງອ້ອມຂ້າງ, ຕະຫຼອດຮອດບັນດາສະມາຊິກ ພັກສົມບູນ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນລົ້ນ ໄຊ ຍະລາດ ປະທານກວດກາພັກ
ຫົວໜ້າພະແນກການເມືອງ ໄດ້
ຂຶ້ນຜ່ານມະຕິຕົກລົງຂອງຄະນະ ພັກກະຊວງປ້ອງກັນປະເທດ ວ່າ
ດ້ວຍການຮັບຮອງອອກບັດສະ ມາຊິກພັກສົມບູນປະຕິບັດຕາມຂໍ້ ຕົກລົງຂອງກົມໃຫຍ່ການເມືອງ ສູນກາງພັກ ແລະ ບົດແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍ ການອອກບັດ-ມອບບັດ ໃຫ້ສະມາຊິກພັກສົມບູນຂອງພັກ ປະຊາຊົນປະຕິວັດລາວ, ຄະນະ ພັກກະຊວງປ້ອງກັນປະເທດ ຕົກ
ລົງຮັບຮອງການອອກບັດສະມາ ຊິກພັກສົມບູນ ຊຸດທີ 4 ໃຫ້ບັນດາ
ສະຫາຍສະມາຊິກພັກ ຢູ່ຄະນະພັກ
ກອງພັນໃຫຍ່ 644 ຈຳນວນ 65 ສະຫາຍ.
ໂດຍ: ສົມສັກ ແກ້ວດວງດີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ