ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມພົບປະທາງໄກ ລະຫວ່າງກົມພົວພັນຕ່າງປະເທດ ລາວ-ກຳປູເຈຍ
ເວລາອອກຂ່າວ: 2020-11-06 11:00:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນວັນທີ 5 ພະຈິກ 2020, ໄດ້ມີກອງປະຊຸມພົບປະທາງໄກ ສອງຝ່າຍລະຫວ່າງກົມພົວພັນ ຕ່າງປະເທດ, ກະຊວງປ້ອງກັນ ປະເທດແຫ່ງ ສປປ ລາວ ແລະ ກົມພົວພັນຕ່າງປະເທດ, ກະຊວງ ປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ໂດຍການເປັນ ປະທານຝ່າຍກຳປູເຈຍແມ່ນ ທ່ານ ພົນໂທ ພາດ ວິບົນໂຊະເພັຍ, ຮອງຫົວໜ້າກົມນະໂຍບາຍ ແລະ ການຕ່າງປະເທດ, ທັງເປັນຫົວ ໜ້າກົມພົວພັນຕ່າງປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ,ຝ່າຍ ລາວມີທ່ານ ພົນຈັດຕະວາ ແກ່ນ ຈັນ ນັນທະລັງສີ ຫົວໜ້າກົມ ພົວພັນຕ່າງປະເທດ, ກະຊວງ ປ້ອງກັນປະເທດ ແຫ່ງ ສປປລາວ ພ້ອມດ້ວຍຄະນະເຂົ້າຮ່ວມ. ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ສັງລວມ ແລະ ຕີລາຄາຄືນຜ່ານການຮ່ວມມື ສອງຝ່າຍໃນໄລຍະ 1 ປີຜ່ານມາ ຝ່າຍລາວໄດ້ພະຍາຍາມຊຸກຍູ້ ບັນດາຂະແໜງການຈັດຕັ້ງຜັນ ຂະຫຍາຍແຜນການຮ່ວມມືປະຈໍາ ປີ 2020, ແຕ່ບໍ່ໄດ້ຕາມແຜນການ ທີ່ສອງກະ ( ອ່ານຕໍ່ໜ້າ 7 ) ຊວງກໍານົດໄວ້ເນື່ອງຈາກວ່າພະ ຍາດໂຄວິດ 19 ໄດ້ລະບາດເລີ່ມ ແຕ່ຕົ້ນປີ 2020 ເປັນຕົ້ນມາ. ແຕ່ ເພື່ອເປັນການສືບຕໍ່ເສີມສ້າງ ສາຍພົວພັນມິດຕະພາບຄວາມ ສາມັກຄີ ແລະ ການຮ່ວມມືລະ ຫວ່າງສອງຊາດ, ສອງກອງທັບ ລາວ-ກໍາປູເຈຍ ທີ່ມີມູນເຊື້ອມາແຕ່ດົນນານໃຫ້ນັບມື້ດີຂຶ້ນ, ຄະນະນໍາຂອງກະຊວງປ້ອງກັນ ປະເທດໄດ້ມີການແນະນໍາໃຫ້ຈັດ ກອງປະຊຸມທາງໄກເພື່ອຮ່ວມ ກັນປຶກສາຫາລືແລກປ່ຽນບົດ ຮຽນໃນການຈັດຕັ້ງປະຕິບັດ ແຜນການຮ່ວມມືປະຈໍາປີ 2020 ກ່ຽວກັບວຽກງານການຮ່ວມມືແລກປ່ຽນຄະນະຜູ້ແທນລາວ-ກໍາປູເຈຍ ສືບຕໍ່ຜັນຂະຫຍາຍ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງ ແກ້ໄຂຄື: ດ້ານດີ; ໃນແຕ່ລະປີ ສອງກົມພົວພັນຕ່າງປະເທດໄດ້ພັດປ່ຽນກັນຈັດກອງປະຊຸມສະຫຼຸບຕີລາຄາ ແລະ ວາງທິດທາງ ແຜນການໃນປີຕໍ່ໄປໃຫ້ກັບສອງ ກະຊວງ ເພື່ອເປັນບ່ອນອີງໃຫ້ການພົວພັນຮ່ວມມືສອງຝ່າຍ. ເຖິງແມ່ນວ່າສະພາບລວມຂອງ ພະຍາດໂຄວິດ-19 ຈະສົ່ງຜົນ ກະທົບຕໍ່ການຮ່ວມມືຂອງສອງ ຝ່າຍກໍຕາມແຕ່ສອງກົມພົວພັນ ພວກເຮົາກໍໄດ້ຈັດກອງປະຊຸມ ປະຈໍາປີທາງໄກແທນ. ສໍາລັບ ໃນເວທີສາກົນ, ພາກພື້ນ ແລະ ອາຊຽນ ສອງຝ່າຍກໍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫຼອດມາ ຍ້ອນການເອົາໃຈ ໃສ່ຂອງການນໍາຂັ້ນສູງຂອງ ສອງປະເທດ ກໍຄືການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ, ທັງສອງຝ່າຍຈຶ່ງຕົກລົງແຕ່ງຕັ້ງ ຄະນະກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນລາວ-ກໍາປູເຈຍໃນປີ 2020 ແລະ ຄະນະທີ່ຖືກແຕ່ງຕັ້ງ ມີແຜນຈະຈັດກອງປະຊຸມທາງ ໄກໃນໄວໆນີ້ ແລະ ບາງບັນຫາທີ່ ທັງສອງຈະຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນແມ່ນການຊຸກຍູ້ບັນດ າແຜນການຮ່ວມມືປະຈໍາປີຂອງ ສອງກະຊວງປ້ອງກັນປະເທດ ໃຫ້ທັນການ ແລະ ປະກົດຜົນເປັນ ຈິງ. ໂດຍ: ນ. ບຸນທະວີ ວັນນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ