ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມກໍ່ສ້າງຮາກຖານສຳເລັດການລົງຊຸກຍູ້ວຽກງານຮາກຖານຢູ່ 2 ແຂວງພາກໃຕ້
ເວລາອອກຂ່າວ: 2020-11-06 20:52:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ໃນລະຫວ່າງວັນທີ 30 ຕຸລາ ຫາວັນທີ 3 ພະຈິກ 2020 ນີ້, ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ກຳມະການຄະນະພັກ ກົມໃຫຍ່ ຫົວໜ້າກົມກໍ່ສ້າງຮາກ ຖານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະໄດ້ລົງ ເຄື່ອນ ໄຫວຊຸກຍູ້ວຽກງານກໍ່ສ້າງຮາກ ຖານຢູ່ບັນດາກົມກອງ 2 ແຂວງ ພາກໃຕ້ ໃນນັ້ນໄດ້ລົງຊຸກຍູ້ວຽກ ງານຮາກຖານຢູ່: ແຂວງຈໍາປາສັກ ແລະ ອັດຕະປື ເຊັ່ນ: ກອງ ປະຕິບັດງານ 205, ກອງພັນ 24, ກອງພັນ 28, ກອງຮ້ອຍ ທະຫານຊາຍແດນ 528, 529 ແຂວງຈໍາປາສັກ, ກອງປະຕິບັດ ງານ 207, ກອງພັນ 21 ແລະ ກອງຮ້ອຍຊາຍແດນ 543 ແຂວງ ອັດຕະປື. ໂອກາດນີ້ ສະຫາຍ ຫົວໜ້າ ກົມກໍ່ສ້າງຮາກຖານກົມໃຫຍ່ ການເມືອງກອງທັບ ໄດ້ຮັບຟັງ ການລາຍງານສະພາບໂດຍຫຍໍ້ ກ່ຽວກັບການປະຕິບັດໜ້າທີ່ ຂອງບັນດາກົມກອງຕ່າງໆ ໃນ ໄລຍະຜ່ານມາ, ເຊີ່ງໄດ້ຍົກໃຫ້ ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນເປັນ ຕົ້ນແມ່ນວຽກງານເຮັດໃຫ້ສະ ພາບມີຄວາມສະຫງົບ ເຊິ່ງຄະ ນະພັກ-ຄະນະບັນຊາ ໄດ້ຖືສຳຄັນ ວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດເປັນກົກ ໃນນັ້ນໄດ້ຈັດຕັ້ງເຊື່ອມຊືມເອກະ ສານສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ນິຕິກຳຕ່າງໆຂອງຂັ້ນເທິງວາງ ອອກຢ່າງເຂັ້ມງວດ, ສ້າງສະຕິຄວາມຮັບຜິດຊອບການເມືອງຂອງພະນັກງານ-ນັກຮົບໃຫ້ສູງ ເປັນຕົ້ນແມ່ນການປະຕິບັດ 4 ເນື້ອໃນ 4 ຄາດໝາຍ ຂອງວຽກ ງານກໍ່ສ້າງຮາກຖານໂດຍຕິດ ພັນກັບວຽກງານ 3 ສ້າງຂອງພັກ, ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃຫ້ມີຄວາມ ເຂັ້ມແຂງ, ຍູ້ແຮງການພັດທະນາ ເສດຖະກິດ, ວັດທະນະທຳ-ສັງ ຄົມ ແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າ ເຮັດໃຫ້ປະຊາ ຊົນເຊື່ອໝັ້ນ ແລະ ເຂົ້າໃຈແຈ້ງຕໍ່ ແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ພື້ນຖານເສດຖະກິດ ຢູ່ຮາກຖານມີການຂະຫຍາຍ ຕົວ, ຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນ, ສ້າງກຸ່ມບ້ານຮາກຖານ ມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍດີ, ເອົາໃຈໃສ່ຊີ້ ນຳການຈັດຕັ້ງປະຕິບັດສ້າງກຸ່ມ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະ ພາບ. ໃນໂອກາດນີ້, ສະຫາຍ ພົນ ຈັດຕະວາ ບົວໄລ ພົມມະວົງ ໄດ້ ນໍາພາພະແນກສະຫະພັນແມ່ຍິງ ແລະ ຊາວໝຸມ່ກົມໃຫຍ່ການ ເມືອງກອງທັບ. ນໍາເອົາເຄື່ອງອຸ ປະໂພກ-ບໍລິໂພກຈໍານວນໝຶ່ງມອບໃຫ້ນາຍແລະພົນທະຫານແຕ່ລະກົມກອງລວມມູນຄ່າ 30 ກວ່າລ້ານກີບ ເພື່ອເປັນການຊຸກ ຍູ້ໃຫ້ກໍາລັງແຮງໃຈໃຫ້ບັນດາ ນາຍ ແລະ ພົນທະຫານທີ່ປະຕິບັດ ໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ. ໂດຍ: ຄຳສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ