ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ -ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ເວລາອອກຂ່າວ: 2020-11-06 21:00:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ວັນທີ 5 ພະຈິກ 2020 ທີ່ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ, ຫົວ ໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ (ຜູ້ໃໝ່); ພ້ອມ ທັງປະກາດການນໍາຂັ້ນສູງ 2 ທ່ານ ອອກພັກການຮັບອຸດໜູນບຳ ນານ; ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພະຍານ ແລະ ໂອ້ລົມ ໃຫ້ທິດຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງ ສູນກາງພັກ ນາຍົກລັດຖະມົນຕີ; ມີບັນດາທ່ານລັດຖະມົນຕີປະຈຳ ສຳນັກງານນາຍົກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ພະນັກງານພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ. ໂອກາດນີ້ຍັງໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນ ຕີປະຈຳສຳນັກງານນາຍົກ ແລະ ທ່ານ ບຸນກີດ ສັງສົມສັກ, ລັດຖະ ມົນຕີ ປະຈຳສຳນັກງານນາຍົກ ອອກພັກການຮັບອຸດໜູນບຳ ນານ; ຄຳສັ່ງຂອງກົມການເມືອງ ສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ປອ. ເພັດ ພົມພິພັກ, ກໍາ ມະການສູນກາງພັກ, ເລຂາຄະ ນະພັກຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄປຮັບໜ້າ ທີ່ໃໝ່ຢູ່ກະຊວງກະສິກຳ ແລະ ປ່າໄມ້; ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການ ຍົກຍ້າຍ ສະຫາຍ ຄຳເຈນ ວົງ ໂພສີ, ກຳມະການສູນກາງພັກ, ຮອງເລຂາຄະນະພັກຄະນະໂຄສະ ນາອົບຮົມສູນກາງພັກໄປຮັບໜ້າ ທີ່ໃໝ່ ຢູ່ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ; ຜ່ານ ລັດຖະດຳລັດ ວ່າດ້ວຍການແຕ່ງ ຕັ້ງທ່ານ ຄຳເຈນ ວົງໂພສີ ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະ ມົນຕີ. ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກ ງານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ມີຜົນສຳ ເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳ ເຫັນຊີ້ນຳ ໃຫ້ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ເອົາ ໃຈໃສ່ຕື່ມບາງດ້ານ ເປັນຕົ້ນເສີມ ຂະຫຍາຍຜົນສຳເລັດ ທີ່ສາມາດ ຍາດໄດ້ໃນໄລຍະທີ່ຜ່ານມາ, ໃຫ້ ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ວ່ອງໄວ, ທັນການ, ແທດ ຕົວ ຈິງ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ; ສືບຕໍ່ປັບປຸງແກ້ໄຂບາງວຽກງານ ທີ່ຍັງຄົງຄ້າງ ຫຼື ເຮັດບໍ່ທັນໄດ້ດີ ເທົ່າທີ່ຄວນ, ເຊິ່ງຜົນສຳເລັດ ແລະ ຂໍ້ຄົງ ຄ້າງດັ່ງກ່າວນັ້ນແມ່ນໄດ້ສະ ແດງໃຫ້ເຫັນໃນບົດສະຫຼຸບການ ມອບ-ຮັບໜ້າທີ່ ໃນຄັ້ງນີ້ແລ້ວ; ສືບຕໍ່ປັບປຸງວຽກງານຮອບດ້ານ ຫັນສູ່ທັນສະໄໝ ໃຫ້ທັນສະພາບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານໃນໄລຍະໃໝ່; ສືບຕໍ່ຮັກສາຄວາມສາມັກຄີ ພາຍ ໃນ, ພ້ອມກັນຫັນໄປສູ່ວິຖີຊີ ວິດປົກກະຕິແບບໃໝ່ທີ່ດີກວ່າ ເກົ່າ. ໂດຍ: ກົມປະຊາສຳພັນ ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ