ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ
ເວລາອອກຂ່າວ: 2020-12-01 10:03:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ພິທີປະກາດເລື່ອນຊັ້ນໃຫ້ ນາຍທະຫານຂັ້ນສູງກອງທັບປະ ຊາຊົນລາວ, ຈັດຂຶ້ນໃນວັນທີ 30 ພະຈິກ 2020 ນີ້, ໂດຍການເປັນ ປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີຄະນະນໍາກົມໃຫຍ່, ຫ້ອງ ວ່າການກະຊວງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການປະຈໍາ ຄະນະພັກກະຊວງປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານລັດຖະ ດຳລັດຂອງປະທານປະເທດ ວ່າ ດ້ວຍການເລື່ອນຊັ້ນນາຍທະຫານ ຈາກຊັ້ນ ພັນເອກ ຂຶ້ນ ຊັ້ນພົນຈັດ ຕະວາ ແລະ ດໍາລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການເລື່ອນ ຊັ້ນນາຍທະຫານຈາກຊັ້ນ ພັນໂທ ຂຶ້ນ ຊັ້ນພັນເອກ. ໃນນັ້ນ, ມີນາຍ ທະຫານໄດ້ຮັບການເລື່ອນຊັ້ນ ຈາກພັນເອກ ຂຶ້ນ ພົນຈັດຕະວາ ຈໍານວນ 11 ສະຫາຍ ຄື: ສະຫາຍ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າ ກົມກວດກາ ກະຊວງປ້ອງກັນປະ ເທດ, ສະຫາຍ ພັນເອກ ພິມພາ ດວງຈັນດີ ຫົວໜ້າກົມຜະລິດ ກະສິກຳ ກົມໃຫຍ່ພະລາທິການ ກອງທັບ, ສະຫາຍ ພັນເອກ ບຸນ ຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມ ໃຫຍ່ພະລາທິການກອງທັບ, ສະ ຫາຍ ພັນເອກ ສົມວັນ ທໍາມະໄຊຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ຄຳແພງ ພູມມາແກ້ວ ຫົວໜ້າການເມືອງໂຮງໝໍສູນ ກາງ 103 ກອງທັບ, ສະຫາຍ ພັນເອກ ສີ ທະວີໄຊ ຫົວໜ້າການ ເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ສະຫາຍ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ຫົວໜ້າຫ້ອງການເມືອງ ກົມໃຫຍ່ ເສນາທິການກອງທັບ, ສະຫາຍ ພັນເອກ ບົວເຮືອງ ສົມຟອງບຸດ ຕາຂັນ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງ ທັບ, ສະຫາຍ ພັນເອກ ກັນທອງ ສຸກເລືອງຄຳ ຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຊຽງຂວາງ. ສໍາລັບນາຍທະຫານທີ່ໄດ້ ຮັບການເລື່ອນຊັ້ນຈາກ ພັນໂທ ຂຶ້ນ ພັນເອກ ມີ 24 ສະຫາຍ ຄື: ສະຫາຍ ພັນໂທ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມອົບ ຮົມ ກົມໃຫຍ່ເສນາທິການກອງ ທັບ, ສະຫາຍ ພັນໂທ ກອງໜູນ ວົງໄຊ ຮອງຫົວໜ້າກົມເຄມີ ກົມ ໃຫຍ່ເສນາທິການກອງທັບ, ສະ ຫາຍ ພັນໂທ ພູວຽງ ສອນສົມໃຈ ຮອງຫົວໜ້າກົມລົດຕັງ-ຍານ ເກາະ ກົມໃຫຍ່ເສນາທິການກອງ ທັບ, ສະຫາຍ ພັນໂທ ສຸດທາ ສີ ສະຫຼາດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນໂທ ສະແຫວງໄຊ ດາລາສາດ ຫົວໜ້າຫ້ອງບໍລິຫານ ການແພດໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນໂທ ສາຍ ທອງ ມະນີວັນ ຮອງຫົວໜ້າຫ້ອງ ການບໍລິຫານກົມໃຫຍ່ພະລາທິ ການກອງທັບ, ສະຫາຍ ພັນໂທ ສຸດໃຈ ສໍວິໄຊ ຮອງຫົວໜ້າກົມ ອຸດສະຫະກຳ ກົມໃຫຍ່ເຕັກນິກ ກອງທັບ, ສະຫາຍ ພັນໂທ ວົງພະ ຈັນ ແກ້ວບຸນເຮືອງ ຫົວໜ້າຫ້ອງ ເຕັກນິກກອງບັນຊາການທະຫານ ແຂວງບໍລິຄໍຄໍາໄຊ, ສະຫາຍ ພັນ ໂທ ສີພອນ ພົງສະຫວັດ ຫົວໜ້າ ຄະນະວິຊາຄູຍຸດທະວິທີ ວິທະຍາ ຄານປ້ອງກັນຊາດ ໄກສອນ ພົມວິ ຫານ, ສະຫາຍ ພັນໂທ ແພງສີ ເສັງວິໄຊ ຮອງຫົວໜ້າຫ້ອງ ການເມືອງກອງບັນຊາການ ທະຫານອາກາດ, ສະຫາຍ ພັນ ໂທ ບຸນທັນ ຈັນພະສີ ນັກບິນ 1 ກອງພັນໃຫຍ່ 703, ສະຫາຍ ພັນໂທ ສຸພັນ ເດດນໍລະສິນ ຮອງຫົວໜ້າຫ້ອງອົບຮົມກອງບັນຊາການທະຫານອາກາດ, ສະຫາຍ ພັນໂທ ບຸນລອນ ພົນສີດາ ຮອງ ຫົວໜ້າພະແນກອົບຮົມການບິນ ກອງພັນໃຫຍ່ 702, ສະຫາຍ ພັນໂທ ວັນໄຊ ຄໍາພາວົງ ຮອງ ຫົວໜ້າຫ້ອງການ ກົມໃຫຍ່ການ ເມືອງກອງທັບ, ສະຫາຍ ພັນໂທ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າ ຫ້ອງການ ກົມໃຫຍ່ການເມືອງ ກອງທັບ, ສະຫາຍ ພັນໂທ ອິນທະ ພອນ ວໍຣະວົງ ຮອງຫົວໜ້າຫ້ອງ ການ ກົມໃຫຍ່ພະລາທິການກອງ ທັບ, ສະຫາຍ ພັນໂທ ສາຍຄໍາ ພົມມະວົງ ຮອງຫົວໜ້າຫ້ອງ ການເມືອງ ກົມໃຫຍ່ເຕັກນິກ ກອງທັບ, ສະຫາຍ ພັນໂທ ເນືອງ ທອງ ຊຸຍຍະຈັນ ຫົວໜ້າຫ້ອງ ພະລາທິການກອງບັນຊາການ ທະຫານແຂວງໄຊຍະບູລີ, ສະ ຫາຍ ພັນໂທ ກືທາວ ເພຍຫຼວງ ຫົວໜ້າກອງປະຕິບັດງານ 219 ກອງບັນຊາການທະຫານແຂວງ ວຽງຈັນ, ສະຫາຍ ພັນໂທ ຈັນ ຮອນ ຕາງພະໄຊ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງ ເຊກອງ, ສະຫາຍ ພັນໂທ ອຸດອນ ພົມມະໄຊ ຫົວໜ້າຫ້ອງພະລາທິ ການ ກອງພົນທີ 5, ສະຫາຍ ພັນໂທ ບົວໄລ ສີລັກສາ ຫົວໜ້າ ຫ້ອງອົບຮົມ ວິທະຍາຄານກົມມະ ດໍາ, ສະຫາຍ ພັນໂທ ເຫຼົາຄໍາ ວັນນະວົງ ນັກບິນ 1 ກອງພັນໃຫຍ່ 703 ແລະ ສະຫາຍ ພັນໂທ ຄໍາສີ ພັນທະລາວົງ ນັກບິນ 1 ກອງພັນ ໃຫຍ່ 703. ໂອກາດນີ້, ສະຫາຍ ລັດຖະ ມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນ ຕໍ່ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມ ທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບ ຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຂະ ບວນວຽກງານຕົວຈິງ, ທັງເປັນ ເຈົ້າການ ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງ ຕົນ, ເອົາໃຈໃສ່ເປັນພິເສດຕໍ່ການ ເປັນຫຼັກແຫຼ່ງໃນການເຕົ້າໂຮມ ຄວາມສາມັກຄີໃຫ້ໜັກແໜ້ນ ກວ້າງຂວາງ, ສືບຕໍ່ປັບປຸງແບບ ແຜນວິທີນໍາພາ-ບັນຊາ ແລະ ແບບແຜນວິທີເຮັດວຽກໃຫ້ສອດ ຄ່ອງ ບົນພື້ນຖານປະຕິບັດຕາມ ຫຼັກການລວມສູນປະຊາທິປະ ໄຕເປັນໝູ່ຄະນະ ແລະ ເອົາໃຈໃສ່ ຕໍ່ການພົວພັນຮ່ວມມືກັບຕ່າງປະ ເທດ ໂດຍສະເພາະປະເທດສັງຄົມ ນິຍົມ ແລະ ປະເທດເພື່ອນມິດຍຸດ ທະສາດທີ່ເຄີຍມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ເລິກເຊິ່ງ ກວ່າເກົ່າ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ