ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການເລື່ອນຊັ້ນນາຍທະຫານ ຊັ້ນພັນຕີ ຂຶ້ນ ພັນໂທ ບັນດາກົມກອງເຂດໃຈກາງ
ເວລາອອກຂ່າວ: 2020-12-03 09:19:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ວັນທີ 2 ທັນວາ 2020 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການເລື່ອນ ຊັ້ນນາຍທະຫານຊັ້ນພັນຕີຂຶ້ນ ພັນໂທ ຈຳນວນ 294 ສະຫາຍ ທີ່ມາຈາກບັນດາກົມກອງເຂດ ໃຈກາງ ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະ ການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະກົມ, ຫ້ອງການ, ກອງ ແລະ ພະນັກງານທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ໃນພິທີອັນມີຄວາມໝາຍສຳ ຄັນນີ້, ສະຫາຍ ພົນໂທ ປອ ທອງ ລອຍ ສີລິວົງ ໄດ້ມີຄຳເຫັນໂອ້ ລົມ ເຊິ່ງບາງຕອນສະຫາຍກ່າວ ວ່າ: ການເລື່ອນຊັ້ນໃນຄັ້ງນີ້ ແມ່ນກຽດສັກສີອັນສູງສົ່ງ ແລະ ມີ ຄວາມໝາຍສໍາຄັນເພາະມັນ ໄດ້ຢັ້ງຢືນໃຫ້ເຫັນເຖິງການເຕີບ ໃຫຍ່ຂະຫຍາຍຕົວຂອງພະນັກ ງານໃນກອງທັບ, ທັງແມ່ນການ ປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍທະຫານກອງທັບ ປະຊາຊົນລາວໃຫ້ມີຄວາມຖືກ ຕ້ອງຕາມເງື່ອນໄຂຕົວຈິງຂອງ ແຕ່ລະສະຫາຍທີ່ມີຄວາມອົດ ທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງ ຍາກຕະຫຼອດໄລຍະຜ່ານມາໄດ້ ເອົາໃຈໃສ່ ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປະຕິບັດໜ້າ ທີ່ ໂດຍສະເພາະແມ່ນການປັບ ປຸງກໍ່ສ້າງກອງທັບໃຫ້ມີການເຕີບ ໃຫຍ່ຂະຫຍາຍຕົວທາງດ້ານປະ ລິມານແລະ ຄຸນນະພາບ, ເອົາໃຈ ໃສ່ປະຕິບັດພາລະບົດບາດສິດ ໜ້າທີ່ຂອງຕົນໂດຍສະເພາະໄດ້ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມແລະ ກໍາແໜ້ນບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງ ທັບ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນ ໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຕື່ມອີກວ່າ: ກ່ອນອື່ນພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບການ ເລື່ອນຊັ້ນນາຍທະຫານໃນກອງ ທັບປະຊາຊົນລາວໃນເງື່ອນໄຂ ປັດຈຸບັນໃຫ້ຖືກຕ້ອງ, ເຫັນໄດ້ ຄວາມສໍາຄັນ ແລະ ຄວາມຈໍາ ເປັນພາວະວິໄສ, ທັງເປັນບັນຫາ ຍຸດທະສາດທີ່ພົວພັນເຖິງການ ຂະຫຍາຍຕົວຂອງກອງທັບເຮົາ, ເພາະວ່າແຕ່ລະວຽກທີ່ໄດ້ຮັບ ຜົນສໍາເລັດແມ່ນບັນດາສະຫາຍ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາສະຫາຍ ບໍ່ເຂັ້ມແຂງ ກໍບໍ່ສາມາດເຮັດໃຫ້ວຽກງານ ໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ສະນັ້ນຈຶ່ງຮຽກຮ້ອງໃຫ້ແຕ່ລະສະຫາຍຍົກສູງສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄຸນທາດການເມືອງ ທີ່ໜັກ ແໜ້ນ, ມີແບບແຜນການດຳ ລົງຊີວິດທີ່ໂປ່ງໃສ, ບໍ່ສວຍໂອ ກາດໃຊ້ຖານະໜ້າທີ່ຂອງຕົນ ໄປ ໃນທາງທີ່ຜິດເພື່ອຜົນປະໂຫຍດ ສ່ວນຕົວ, ອັນໃດເພິ່ນຫ້າມແມ່ນ ບໍ່ເຮັດ, ພະຍາຍາມຄົ້ນຄວ້າທຸກ ວິທີທາງເພື່ອປັບປຸງແບບແຜນ ວິທີເຮັດວຽກໃຫ້ດີ, ປະຕິບັດຫຼັກ ການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບ ຜິດຊອບຢ່າງແທ້ຈິງ ພ້ອມທັງ ມີການສະຫຼຸບຖອດຖອນບົດຮຽນ ເປັນປົກກະຕິ, ຕ້ອງເປັນເຈົ້າ ການເສີມຂະຫຍາຍມູນເຊື້ອການ ນໍາພາຂອງພັກຕໍ່ກໍາລັງປະກອບ ອາວຸດໃຫ້ເລິກເຊິ່ງເຖິງຖອງ, ສ້າງໃຫ້ໄດ້ຄວາມສາມັກຄີເປັນ ປຶກແຜ່ນແໜ້ນໜາ, ມີແບບແຜນ ວິທີເຮັດວຽກ, ວິທີນໍາພາແບບ ວິທະຍາສາດປະດິດສ້າງ ແລະ ມີຄວາມສະດຸ້ງໄວຕໍ່ສະພາບການ ເພື່ອສ້າງກອງທັບເຮົາໃຫ້ເຂັ້ມ ແຂງ, ມີແບບແຜນ ແລະ ທັນສະ ໄໝ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ