ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັນດາທີ່ປຶກສາທູດຝ່າຍປ້ອງກັນຊາດຕ່າງປະເທດ ປະຈຳ ລາວ ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2020-12-03 09:24:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ໃນວັນທີ 1 ທັນວາ 2020 ນີ້, ສະຫາຍ ນາງ ຈິງ ທິ ເຕິມ ອຸປະ ທູດ, ຕາງໜ້າໃຫ້ ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ບັນດາທີ່ປຶກສາທູດຝ່າຍ ປ້ອງກັນຊາດຕ່າງປະເທດ ປະຈໍາ ສປປ ລາວ ຈໍານວນ 10 ປະເທດ ຄື: ມຽນມາ, ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ອາເມ ຣິກາ, ສປ ເກົາຫຼີ ແລະ ໄທ ໄດ້ນໍາ ເອົາກະຕ່າຂອງຂວັນ ພ້ອມຄໍາ ອວຍພອນ ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນ ສະຖາປະ ນາ ສປປ ລາວ ຄົບຮອບ 45 ປີ ໂດຍໃຫ້ການຕ້ອນຮັບຂອງສະ ຫາຍ ພົນຕີ ອ່ອນສີ ແສນສຸກ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ຈໍ ໂຊ ກິນ ຫົວໜ້າສະ ມາຄົມທີ່ປຶກສາທູດຝ່າຍປ້ອງກັນ ຊາດ ສ ມຽນມາ ກໍໄດ້ຕາງໜ້າ ໃຫ້ທີ່ປຶກສາທູດປະຈໍາ ສປປ ລາວ ກ່າວສະແດງຄວາມຍິນດີມາຍັງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມທັງນາຍ ແລະ ພົນທະຫານໃນທົ່ວກອງທັບ ແລະ ປະຊາຊົນລາວ ເນື່ອງໃນໂອກາດ ວັນສໍາຄັນດັ່ງກ່າວ ພ້ອມທັງນໍາ ເອົາຄໍາອວຍພອນອັນອົບອຸ່ນ ແລະ ໄມຕີຈິດ ມິດຕະພາບມາໃຫ້ແກ່ ຄະນະນໍາກະຊວງປ້ອງກັນປະ ເທດຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ອັນມີກຽດ ຂອງຕົນ ໃນໄລຍະໃໝ່ ພ້ອມທັງ ສະແດງຄວາມຂອບໃຈຕໍ່ຄະນະ ນໍາກະຊວງປ້ອງກັນປະເທດທີ່ ຍາມໃດກໍໃຫ້ການຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃນການ ປະຕິບັດໜ້າທີ່ຂອງທີ່ປຶກສາທູດ ປ້ອງກັນຊາດ ພວກເຮົາຕະຫຼອດ ມາ. ພວກເຮົາຍິນດີທີ່ຈະສືບຕໍ່ ເສີມຂະຫຍາຍ ສາຍພົວພັນຮ່ວມ ມືໃຫ້ເຂັ້ມແຂງ ແລະ ໝັ້ນຄົງຄະ ນົງແກ່ນຕະຫຼອດໄປ. ໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ກໍໄດ້ຕາງໜ້າ ໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກ່າວສະແດງຄວາມ ຂອບໃຈຕໍ່ອຸປະທູດ ແລະ ບັນດາ ທີ່ປຶກສາທູດຝ່າຍປ້ອງກັນຊາດ ຕ່າງປະເທດ ປະຈໍາ ສປປ ລາວ ທີ່ໄດ້ນໍາເອົາຄໍາອວຍພອນອັນ ອົບອຸ່ນ, ໄມຕີຈິດມິດຕະພາບມາ ອວຍພອນໃນຄັ້ງນີ້, ພ້ອມທັງຍົກ ໃຫ້ເຫັນມູນເຊື້ອແຫ່ງການກໍາ ເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວທີ່ເປັນກໍາລັງຫຼັກແຫ່ງ ໃນການປົກປັກ ຮັກສາປະເທດຊາດໃຫ້ມີຄວາມ ສະຫງົບ, ປອດໄພ ແລະ ຄວາມ ເປັນລະບຽບຮຽບຮ້ອຍທາງສັງ ຄົມ, ສ້າງເງື່ອນໄຂໃຫ້ປະເທດ ຊາດໄດ້ສ້າງສາພັດທະນາຮອບ ດ້ານ, ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນນັບມື້ດີຂຶ້ນເປັນ ກ້າວໆຕາມແນວທາງນະໂຍບາຍ ຂອງພັກ ແລະ ກົດໝາຍຂອງ ລັດ, ພ້ອມທັງອວຍພອນໃຫ້ບັນ ດາທີ່ປຶກສາທູດຝ່າຍປ້ອງກັນ ຊາດຕ່າງປະເທດ ປະຈໍາ ສປປ ລາວຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານ, ສືບ ຕໍ່ຮັກສາ ແລະ ເສີມຂະຫຍາຍໄມ ຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືໃຫ້ນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ຈ໋ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ