ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜູ້ນຳພັກ - ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ໃນໂອກາດວັນຊາດ ຄົບຮອບ 45 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ
ເວລາອອກຂ່າວ: 2020-12-03 09:30:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນວັນທີ 1 ທັນວາ 2020, ບັນດາຜູ້ນຳຂັ້ນສູງພັກ-ລັດ ໄດ້ເຂົ້າຮ່ວມພິທີວາງພວງມາ ລາ ແລະ ກະຕ່າດອກໄມ້ຢູ່ອະ ນຸສາວະລີນັກຮົບນິລະນາມ, ຢູ່ຕໍ່ ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ແລະ ສຸສານນັກຮົບປະ ຕິວັດແຫ່ງຊາດ(ຫຼັກ24) ເນື່ອງ ໃນໂອກາດສະເຫຼີມສະຫຼອງ ວັນ ຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກຂອງປວງຊົນລາວທັງ ຊາດຄົບຮອບ 100 ປີ, ໃນນີ້ຢູ່ອະ ນຸສາວະລີ ນັກຮົບນິລະນາມ ແລະ ຢູ່ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ມີ ຄະນະບໍລິຫານງານ ສູນກາງພັກ ເຊິ່ງນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດ, ຄະນະລັດຖະ ບານ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດ ຖະມົນຕີ, ຄະນະສະພາແຫ່ງຊາດ ນຳໂດຍ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການ ເມືອງສູນກາງພັກ, ປະທານສະ ພາແຫ່ງຊາດ, ຄະນະຂອງອົງ ການຈັດຕັ້ງມະຫາຊົນນຳໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນ ກາງພັກ, ປະທານສູນກາງແນວ ລາວສ້າງຊາດ, ຄະນະນໍາກະ ຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ຄະ ນະນໍາກະຊວງປ້ອງກັນຄວາມສະ ຫງົບ ນຳໂດຍ ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ຄະນະເລຂາ ທິການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຄະນະນໍາ ນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການ ເມືອງສູນກາງພັກ, ເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ຄະນະ ນໍາມະຫາວິທະຍາໄລແຫ່ງຊາດ ລາວ ນໍາໂດຍ ສະຫາຍ ຮສ ປອ ອຸດົມ ພອນຄໍາເພັງ ເລຂາຄະນະ ພັກ ຮອງປະທານກວດກາພັກ ມະຫາວິທະຍາໄລແຫ່ງຊາດ. ສ່ວນຢູ່ສຸສານນັກຮົບປະຕິ ວັດແຫ່ງຊາດ, ຄະນະບໍລິຫານ ງານສູນກາງພັກ ນຳໂດຍ ສະ ຫາຍ ພັນຄຳ ວິພາວັນ ກຳມະ ການກົມການເມືອງສູນກາງ ພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງປະ ທານປະເທດ, ຄະນະລັດຖະບານ ນໍາໂດຍ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຄະນະສະພາແຫ່ງ ຊາດ ນຳໂດຍ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ກໍາມະ ການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ, ຄະນະອົງການ ຈັດຕັ້ງມະຫາຊົນ ນຳໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະ ການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງ ຊາດ, ຄະນະກຳລັງປະກອບອາ ວຸດ ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ແລະ ຄະນະນໍາ ນະຄອນ ຫຼວງວຽງຈັນ ນໍາໂດຍ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະ ການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ. ການວາງພວງມະລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້, ກໍເພື່ອ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນ ງາມຄວາມດີ ແລະ ລະນຶກເຖິງ ປະທານ ໄກສອນ ພົມວິຫານຜູ້ ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ, ຂອງພັກ-ລັດ, ຂອງປວງຊົນລາວ ທັງຊາດ; ນ້ຳໃຈຕໍ່ສູ້ພິລາດອາດ ຫານ ແລະ ບໍ່ຍອມຈຳນົນ ຂອງ ບັນພະບູລຸດລາວ ກໍຄື ບັນດານັກ ຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ ເພື່ອພາ ລະກິດປະຕິວັດ ຢ່າງອົງອາດກ້າ ຫານພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາ ປະນາເປັນສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສົມບູນ ແລະ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ