ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມຊ່າງແສງມອບພາຫະນະກໍ່ສ້າງໃຫ້ບັນດາກົມກອງເຫຼົ່າຮົບຊ່າງແສງ
ເວລາອອກຂ່າວ: 2020-12-04 08:48:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ວັນທີ 27 ພະຈິກ ນີ້, ຢູ່ທີ່ ກອງຮ້ອຍເອກະລາດ 51 ໄດ້ ມີພິທີມອບ-ຮັບພາຫະນະກໍ່ສ້າງ ແລະ ພາຫະນະຮັບໃຊ້ກວດກູ້ ລະຫວ່າງກົມຊ່າງແສງກົມໃຫຍ່ ເສນາທິການກອງທັບ ກັບບັນດາ ກົມກອງເຫຼົ່າຮົບຊ່າງແສງໃນ ເຂດໃຈກາງ ແລະ ບັນດາກອງ ພົນໂດຍການເຂົ້າຮ່ວມຂອງ ສະ ຫາຍພັນໂທ ບຸນທະວີ ໂພໄຊ ຫົວ ໜ້າກິດຈະການກົມຊ່າງແສງພ້ອມດ້ວຍຜູ້ຕາງໜ້າຈາກກົມ ກອງເຂົ້າຮ່ວມ. ພາຫະນະທີ່ນໍາມາມອບໃນ ຄັ້ງນີ້ປະກອບ ມີ: ລົດຈົກຕີນໂສ້ ຈໍານວນ 2 ຄັນ; ລົດຈົກຕີນຢາງ ຈໍານວນ 2 ຄັນ; ລົດບັນທຸກຕິດ ເຄນ ຈໍານວນ 2 ຄັນ; ລົດດ້າມ 6 ລໍ້ໃຫຍ່ ຈໍານວນ 6 ຄັນ; ລົດດ້າມ 6 ລໍ້ກາງ ຈໍານວນ 2 ຄັນ; ລົດດ້າມ 6 ລໍ້ນ້ອຍ ຈໍານວນ 1 ຄັນ; ລົດຮັບ ໃຊ້ການກວດກູ້ ຈໍານວນ 9 ຄັນ; ລົດຟ໋ອກລິບ ຈໍານວນ 2 ຄັນ. ໃນນີ້, ກອງພັນ 561, ກອງ ພົນທີ 1 ໄດ້ຮັບ ລົດຈົກຕີນຢາງ ຈໍານວນ 1 ຄັນ; ລົດຮັບໃຊ້ການ ກວດກູ້ ຈໍານວນ 1 ຄັນ: ກອງພັນ 567, ກອງພົນທີ 2 ໄດ້ຮັບລົດ ດ້າມ 6 ລໍ້ນ້ອຍ ຈໍານວນ 1 ຄັນ; ລົດຮັບໃຊ້ການກວດກູ້ ຈໍານວນ 1 ຄັນ; ກອງພັນ 563, ກອງພົນ ທີ 3 ໄດ້ຮັບລົດດ້າມ 6 ລໍ້ໃຫຍ່ ຈໍານວນ 1 ຄັນ; ລົດຮັບໃຊ້ການ ກວດກູ້ ຈໍານວນ 1 ຄັນ; ກອງພັນ 564 ກອງພົນທີ 4 ໄດ້ຮັບລົດ ຈົກຕີນໂສ້ ຈໍານວນ 1 ຄັນ; ລົດຮັບໃຊ້ການກວດກູ້ ຈໍານວນ 1 ຄັນ; ກອງພັນ 565 ກອງພົນ ທີ 5 ໄດ້ຮັບລົດຮັບໃຊ້ການກວດ ກູ້ ຈໍານວນ 1 ຄັນ; ລົດດ້າມ 6 ລໍ້ກາງ ຈໍານວນ 1 ຄັນ; ໂຮງຮຽນ ຊ່າງແສງຊັ້ນຕົ້ນໄດ້ຮັບລົດຈົກ ຕີນຢາງ ຈໍານວນ 1 ຄັນ; ລົດ ດ້າມ 6 ລໍ້ໃຫຍ່ ຈໍານວນ 1 ຄັນ; ກອງພັນ 588 ໄດ້ຮັບ ລົດຮັບ ໃຊ້ການກວດກູ້ ຈໍານວນ 1 ຄັນ; ລົດບັນທຸກຕິດເຄນ ຈໍານວນ 1 ຄັນ; ກອງຮ້ອຍ 51 ໄດ້ຮັບ ລົດ ຮັບໃຊ້ການກວດກູ້ ຈໍານວນ 1 ຄັນ; ລົດດ້າມ 6 ລໍ້ກາງ ຈໍານວນ 1 ຄັນ; ກອງພັນ 579 ໄດ້ຮັບ ລົດຮັບໃຊ້ການກວດກູ້ ຈໍານວນ 1 ຄັນ; ສາງໜອງເຊືອມ ໄດ້ຮັບ ລົດດ້າມ 6 ລໍ້ໃຫຍ່ ຈໍານວນ 1 ຄັນ; ລົດຈົກຕີນໂສ້ ຈໍານວນ 1 ຄັນ; ລົດຮັບໃຊ້ການກວດກູ້ ຈໍາ ນວນ 1 ຄັນ; ລົດບັນທຸກຕິດເຄນ ຈໍານວນ 1 ຄັນ; ລົດຟ໋ອກລິບຈໍາ ນວນ 2 ຄັນ. ຕາງໜ້າກ່າວມອບໂດຍ ສະ ຫາຍ ພັນໂທ ສົມຟອງ ໄຊຍະບຸດ ສີ ຮອງຫົວໜ້າພະແນກເຕັກນິກ ກົມຊ່າງແສງ ແລະ ກ່າວຮັບ ໂດຍຜູ້ຕາງໜ້າຈາກກົມກອງ ຕ່າງໆ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ