ບໍລິສັດ ມິດຕະພາບ 206 ກອງທັບປະຊາຊົນຫວຽດນາມອວຍພອນຄະນະນຳກອງພົນທີ 5
ເວລາອອກຂ່າວ: 2020-12-04 08:52:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:
ໃນວັນທີ 1 ທັນວາ 2020
ນີ້, ສະຫາຍ ພັນເອກ ເລວັນທຶກ
ຫົວໜ້າການເມືອງ ບໍລິສັດມິດ ຕະພາບ 206 ເຂດ 5 ກອງທັບ ປະຊາຊົນຫວຽດນາມ ພ້ອມດ້ວຍ
ຄະນະ ໄດ້ເຂົ້າອວຍພອນຄະນະ ນຳກອງ ພົນທີ 5 ໂດຍການຕ້ອນ ຮັບຂອງ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ-ຄະ
ນະບັນຊາ ອົງການ 5 ຫ້ອງໃຫ້ ກຽດຕ້ອນຮັບຢ່າງອົບອຸ່ນ.
ໂອກາດດັ່ງກ່າວ, ສະຫາຍ
ພັນເອກ ເລວັນທຶກ ໄດ້ສະແດງ ຄວາມຢື້ຢາມຖາມຂ່າວມາຍັງ ນາຍ ແລະ ພົນທະຫານ ໃນທົ່ວ ກອງພົນທີ 5 ທີ່ພວມປະຕິບັດໜ້າ
ທີ່ອັນມີກຽດໃນພາລະກິດປົກປັກ
ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຈາກນັ້ນ, ສະຫາຍ
ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກົມກອງຍາດມາ
ໄດ້ຕະຫຼອດໄລຍະ 45 ປີຜ່ານມາ
ເຊິ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດ ວຽກງານໃນທົ່ວກອງພົນທີ 5 ມີ
ການພັດທະນາຂຶ້ນເປັນກ້າວໆ. ພ້ອມນັ້ນ, ສະຫາຍຍັງໄດ້ຍົກໃຫ້ ເຫັນມູນເຊື້ອສາຍພົວພັນຮ່ວມມື ກັນລະຫວ່າງສອງກອງທັບທີ່ ຍາມໃດ ກໍໄດ້ໃຫ້ການຊ່ວຍເຫຼືອ ເຊິ່ງກັນແລະ ກັນຕະຫຼອດມາ ພ້ອມທັງ ອວຍພອນແດ່ສາຍພົວພັນຮ່ວມ ມືພິເສດລະຫວ່າງສອງຊາດ, ສອງກອງທັບ ຫວຽດນາມ-ລາວ,
ລາວ-ຫວຽດນາມໃຫ້ໝັ້ນຄົງທະ ນົງແກ່ນຕະຫຼອດໄປ. ໂອກາດ ດັ່ງກ່າວ, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ໄດ້ສະແດງ ຄວາມຂອບໃຈຕໍ່ສະຫາຍຫົວໜ້າບໍລິສັດມິດຕະພາບ 206 ເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ເຂົ້າມາອວຍພອນຄະນະນຳ ກອງພົນທີ 5 ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ. ພ້ອມທັງໄດ້ຕີລາຄາສູງຕໍ່
ສາຍພົວພັນຮ່ວມມືກັນລະຫວ່າງ ສອງຊາດ, ສອງພັກ, ສອງລັດ, ສອງກອງທັບເວົ້າລວມ, ເວົ້າສະ
ເພາະກໍຄືກອງພົນທີ 5 ກອງທັບ
ປະຊາຊົນລາວ ກັບ ບໍລິສັດມິດ ຕະພາບ 206 ເຂດ 5 ກອງທັບ ປະຊາຊົນຫວຽດນາມ ທີ່ຍາມໃດ ກໍໄດ້ມີພົວພັນຮ່ວມມືກັນຢ່າງ ແໜ້ນແຟ້ນ ບົນພື້ນຖານຄວາມ ເຂົ້າອົກເຂົ້າໃຈຊ່ວຍເຫຼືອເຊິ່ງກັນ
ແລະ ກັນ, ພ້ອມທັງອວຍພອນ ແດ່ສາຍພົວພັນຮ່ວມມືອັນພິ ເສດລະຫວ່າງສອງຊາດໃຫ້ໝັ້ນ ຄົງທະນົງແກ່ນ, ສືບຕໍ່ມູນເຊື້ອ ຄວາມສາມັກຄີລະຫວ່າງສອງ ຊາດລາວ-ຫວຽດນາມ, ຫວຽດ ນາມ-ລາວ ກໍຄືກອງພົນທີ 5 ກອງທັບປະຊາຊົນລາວ ກັບ ບໍລິ ສັດມິດຕະພາບ 206 ເຂດ 5 ກອງ
ທັບປະຊາຊົນຫວຽດນາມໃຫ້ ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ໃນວັນດຽວກັນ, ສະຫາຍ ຟູກົງຖຸ້ຍ ຫົວໜ້າຫ້ອງການຕາງ
ໜ້າໃຫ້ແກ່ນະຄອນດານັງ ສສ
ຫວຽດນາມ ປະຈຳແຂວງຈຳປາ ສັກ ຍັງໄດ້ນຳເອົາກະຕ່າຂອງ
ຂວັນເຂົ້າອວຍພອນຄະນະນຳ ກອງພົນທີ 5 ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ເຊັ່ນດຽວກັນ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ທ້າຍເດືອນພະຈິກນີ້, ສະຫາຍ ພັນຕີ ເຈື່ອງດິນກຸຍ ຮອງຫົວໜ້າ ອຳນວຍການ ບໍລິສັດມິດຕະພາບ 206 ກອງທັບປະຊາຊົນຫວຽດ ນາມ ຍັງໄດ້ເຂົ້າອວຍພອນຄະນະ ນຳກອງບັນຊາການທະຫານ ແຂວງເຊກອງ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 72 ປີ ທີ່ຈະ ມາເຖິງນີ້, ເຊິ່ງໃຫ້ການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ສົມ ທອງ ດອນກັນນ້ອຍ ຫົວໜ້າການ ເມືອງ ທະຫານແຂວງເຊກອງ ພ້ອມດ້ວຍຄະນະ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ