ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະນະໜ່ວຍພັກຫ້ອງການກອງບັນຊາການທະຫານແຂວງສາລະວັນ
ເວລາອອກຂ່າວ: 2020-12-04 08:53:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



v ພິທີປະກາດບົ່ງຕົວແຕ່ງຕັ້ງ ເພີ່ມເຕີມຄະນະໜ່ວຍພັກຫ້ອງ ການກອງບັນຊາການທະຫານ ແຂວງສາລະວັນ ໄດ້ຈັດຂຶ້ນໃນ ວັນທີ 18 ພະຈິກ 2020 ນີ້, ຢູ່ທີ່ ສະໂມສອນຂອງກອງບັນຊາ ການທະຫານແຂວງດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພັນໂທ ຈັນທະວົງ ໄຊສົງຄາມ ຄະນະພັກກອງບັນ ຊາການ ຮອງຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງສາລະວັນ, ມີສະຫາຍ ພັນໂທ ວິໄລ ພິມມະວົງ ຄະນະ ພັກກອງບັນຊາການຫົວໜ້າຫ້ອງ ການກອງບັນຊາການທະຫານ ແຂວງສາລະວັນ, ມີຄະນະໜ່ວຍ ພັກພ້ອມດ້ວຍພະນັກງານ, ສະມາ ຊິກພັກພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ຄຳສິງ ດິນດາວວົງ ຊ່ວຍວຽກພະແນກ ພະນັກງານຫ້ອງການເມືອງກອງ ບັນຊາການທະຫານແຂວງສາລະ ວັນໄດ້ຜ່ານມະຕິຕົກລົງຂອງຄະ ນະປະຈຳພັກກອງບັນຊາການທະ ຫານ ແຂວງສາລະວັນ ສະບັບເລກ ທີ 145 / ຄພຈ ທຂ.ສວ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງເພີ່ມເຕີມຄະ ນະໜ່ວຍພັກຫ້ອງການກອງບັນ ຊາການທະຫານແຂວງສາລະ ວັນ.​ ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມນຶກ ແກ້ວປັນ ຍາ ຫົວໜ້າຈຸພັກເປັນຄະນະໜ່ວຍ ພັກ, ການບົ່ງຕົວແຕ່ງຕັ້ງຄະນະ ໜ່ວຍພັກໃນຄັ້ງນີ້, ເປັນການປະ ຕິບັດຕາມທິດທາງກ່ຽວກັບການ ບູລະນະກົງຈັກການຈັດຕັ້ງບັນ ຊາ-ນຳພາໃນກຳລັງປະກອບ ອາວຸດທ້ອງຖິ່ນທະຫານແຂວງ ເວົ້າລວມ, ເວົ້າສະເພາະ ກໍຄືໜ່ວຍ ພັກຫ້ອງການກອງບັນຊາການ ທະຫານແຂວງສາລະວັນ ໃຫ້ ຄົບຖ້ວນຕາມອົງປະກອບການ ຈັດຕັ້ງ ແລະ ນັບມື້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເປັນຕົ້ນ ແມ່ນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ຕິດພັນ ກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ໂອກາດດັ່ງກ່າວນີ້, ສະຫາຍ ພັນໂທ ຈັນທະວົງ ໄຊສົງຄາມ ໄດ້ມີຄຳເຫັນຊີ້ນຳວ່າ: ການປັບ ປຸງບູລະນະການຈັດຕັ້ງເທື່ອນີ້ ແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໄລຍະໃໝ່ ຂອງກົມກອງ, ສຳລັບຜູ້ທີ່ໄດ້ຮັບ ການບົ່ງຕົວແຕ່ງຕັ້ງໃໝ່ໃນຄັ້ງນີ້ ຕ້ອງຍົກສູງຄວາມຮັບຊອບຕໍ່ ໜ້າທີ່ການເມືອງຂອງຕົນໃຫ້ ສູງ, ເຊື່ອມຊຶມແນວທາງຂອງ ພັກ-ລັດ ຕິດພັນກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ໂດຍຖືເອົາວຽກງານ ສຶກສາອົບຮົມການເມືອງ-ນຳ ພາແນວຄິດເປັນກົກ ສອດຫ້ອຍ ເຂົ້າໃນທຸກຂົງເຂດວຽກງານ, ຕ້ອງເປັນແບບຢ່າງທີ່ດີໃນການ ເຄື່ອນໄຫວເຮັດໜ້າທີ່ວຽກງານ ແລະ ການດຳລົງຊີວິດທີ່ປອດ ໃສຂາວສະອາດ, ພ້ອມກັນເສີມ ຂະຫຍາຍຄວາມສາມັກຄີໃນໝູ່ ຄະນະໃຫ້ເລິກເຊິ່ງ, ມີແບບແຜນ ວິທີເຮັດວຽກນຳພາໃຫ້ລະອຽດ ແລະ ສືບຕໍ່ນຳພາກົມກອງເຮັດ ສຳເລັດໜ້າທີ່ວຽກງານທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້ ເກີດດອກອອກຜົນເປັນຮູບປະທຳ ຂຶ້ນເທື່ອລະກ້າວ. ໂດຍ : ພອນມະນີ ລັດສະໝີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ