ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດ ໂຮມຊຸມນຸມສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ
ເວລາອອກຂ່າວ: 2020-12-04 14:05:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ກະຊວງປ້ອງກັນປະເທດ ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ (02 /12 /1975-02 /12/2020) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 /12/1920-13 /12/2020) ໃນວັນທີ 4 ທັນວາ 2020 ນີ້ , ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາກະຊວງ, ພະນັກງານປະຕິວັດອາວຸໂສ-ບໍານານ, ນາຍ ແລະ ພົນທະຫານ ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ. ໃນພິທີ , ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຍົກໃຫ້ເຫັນວ່າ: ຊາດລາວ ແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫຼາຍພັນປີມີມູນເຊື້ອຮັກຊາດອັນດູດດື່ມ ແລະ ພິລາດອາດຫານ ໃນການຕໍ່ສູ້ຕ້ານການຮຸກຮານ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລາດອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດເຮົາໄດ້ຮັບການປົດປ່ອຍ, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາທົ່ວປວງຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມລະບອບປະຊາທິປະໄຕປະຊາຊົນ ໄປສູ່ຈຸດໝາຍສັງຄົມນິຍົມ ນັ້ນ, ຜ່ານການຈັດຕັ້ງປະຕິບັດໄລຍະ 45 ປີ ຄຽງຄູ່ກັບຂໍ້ສະດວກທີ່ເປັນພື້ນຖານ ແລະ ກໍໄດ້ປະສົບຄວາມຫຍຸ້ງຍາກນາໆປະການຫຼາຍຢ່າງເຊັ່ນກັນ ຍ້ອນເງື່ອນໄຂດ້ານຕ່າງໆຂອງພາຍໃນປະເທດ; ມີທັງປະເຊີນກັບກົນອຸບາຍມ້າງເພທໍາລາຍນະໂຍບາຍໃໝ່ ຂອງພວກອິດທິປໍລະປັກ ແລະ ພວກຄົນບໍ່ດີ ທັງປະສົບກັບໄພທໍາມະຊາດຢ່າງຕໍ່ເນື່ອງ, ສິ່ງສໍາຄັນແມ່ນກໍາລັງການຜະລິດ ແລະ ພື້ນຖານໂຄງລ່າງ ກໍຄືວັດຖຸເຕັກນິກໃນທຸກຂົງເຂດວຽກງານ ຍັງຢູ່ໃນລັກສະນະປະຖົມປະຖານກວມອັດຕາສູງ. ແຕ່ພັກເຮົາໄດ້ມີຄວາມສະດຸ້ງໄວ ແລະ ຫັນປ່ຽນໃນການນໍາພາຂອງຕົນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະ ເທດຊາດ ແລະ ສາກົນ ດ້ວຍການວາງແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ ທັງມີການປັບປຸງບູລະນະຢ່າງບໍ່ຢຸດຢັ້ງຕະຫຼອດມາ, ອັນໄດ້ເປັນປັດໄຈພື້ນຖານສໍາຄັນໃຫ້ແກ່ການປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ວັດທະນະທຳ-ສັງຄົມ ມີການຂະຫຍາຍຕົວຕໍ່ເນື່ອງ ຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ, ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງອອກໃນສັງຄົມ, ຄວາມສາມັກຄີເປັນເອກະພາບພາຍໃນຊາດ ນັບມື້ໄດ້ຮັບການປັບປຸງດີຂຶ້ນ, ທີ່ຕັ້ງບົດບາດອິດທິພົນຂອງປະເທດຊາດເຮົາ ໄດ້ຮັບການເຊີດຊູສູງຂຶ້ນໃນເວທີສາກົນ ແລະ ພາກພື້ນ. ສໍາລັບຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກ ເດັດດ່ຽວໂດຍກົງ ແລະ ຮອບດ້ານ ໄດ້ວາງແນວທາງປ້ອງກັນຊາດທົ່ວປ່ວງຊົນຮອບດ້ານ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ກອງທັບປະຊາຊົນລາວ ໄດ້ປະກອບສ່ວນຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ ໜັກ ແໜ້ນ, ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເດັດດ່ຽວເດີນຕາມແນວທາງປ່ຽນແປງໃໝ່ຂອງພັກ, ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບປະຊາຊົນລາວ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ຮູ້ຈັກອີງໃສ່ກໍາລັງແຮງສັງລວມຂອງທົ່ວປວງຊົນ ຫັນກໍາລັງລົງສູ່ຮາກຖານຢ່າງແຂງແຮງ, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ ແລະ ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ກອງທັບປະຊາຊົນລາວ, ພ້ອມກັນເປັນກໍາລັງແຮງທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ການແຊກຊຶມ ແລະ ເຄື່ອນໄຫວເກາະຜິດ, ບຽດຍືດຕາມຊາຍແດນຂອງອິດທິກໍາລັງປະຕິການໄດ້ຢ່າງທັນການ, ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ. ສະຫາຍພົນໂທ ທອງລອຍ ສິລິວົງ ຍັງໄດ້ຍົກໃຫ້ເຫັນມູນເຊື້ອອັນພິລາດອາດຫານ ແລະ ປີຊາສາມາດ ຂອງປະທານ ໄກສອນ ພົມວິຫານ, ເຊິ່ງເພີ່ນແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮົບປະຕິວັດຜູ້ດີເລີດ, ເພີ່ນເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພີບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ, ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ ແລະ ມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກໆຄົນຕະຫຼອດໄປ. ງານໂຮມຊຸມນຸມສະເຫຼີມສະຫຼອງຍັງໄດ້ມີການສະແດງສິລະປະ-ວັນນະຄະດີ ຈາກກອງສິລະປະກອນກອງທັບ ທີ່ສະແດງໃຫ້ເຫັນເຖີງ ການນຳພາຂອງພັກ-ລັດ ຕະຫລອດໄລຍະ 45 ປີ ຜ່ານມາ ໃນການສ້າງສາພັດທະນາປະເທດຊາດ ມີຄວາມຮຸ່ງເຮືອງຈະເລີນກ້າວໜ້າ ແລະ ມີຄວາມສະຫງົບສຸກໂດຍພື້ນຖານ ໂດຍ : ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ