ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2021
ເວລາອອກຂ່າວ: 2020-12-08 09:27:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 49897532 | ຄວາມນິຍົມ:



ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າ ຮ່ວມກອງປະຊຸມ ຄັ້ງທີ 43 ຂອງ ຄະນະກໍາມະການຮ່ວມມືທະວິ ພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021, ໃນລະຫວ່າງວັນທີ 5-6 ທັນວາ 2020, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ. ໃນວັນທີ 6 ທັນວາ 2020, ທີ່ສຳນັກງານລັດຖະບານ, ສະ ຫາຍ ນາຍົກລັດຖະມົນຕີ ທອງ ລຸນ ສີສຸລິດ ແລະ ສະຫາຍ ນາ ຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ເປັນປະທານຮ່ວມຊີ້ນຳ ກອງປະຊຸມ ຄັ້ງທີ 43 ຂອງຄະ ນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ປະຈໍາປີ 2021. ໃນ ກອງປະຊຸມ, ສອງຝ່າຍໄດ້ຮ່ວມ ກັນຕີລາຄາຜົນຂອງການຈັດຕັ້ງ ປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 42 ກໍຄື ຂໍ້ຕົກລົງວ່າດ້ວຍ ການຮ່ວມມືປະຈໍາປີ 2020 ແລະ ພ້ອມກັນປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ໃນປີ 2021, ໂດຍສອງຝ່າຍ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດຂອງການ ຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍ ການຮ່ວມມື ໃນປີ 2020 ທີ່ຜ່ານ ມາ, ເຊິ່ງສາມາດບັນລຸຜົນສຳເລັດ ໃນຫຼາຍດ້ານເປັນຕົ້ນແມ່ນການ ຮ່ວມມືດ້ານການເມືອງ-ການ ຕ່າງປະເທດ; ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ເປັນຢ່າງດີ, ມີການເຄື່ອນໄຫວ ແລກປ່ຽນຄະນະຜູ້ແທນຂັ້ນສູງ ຂອງສອງພັກ, ສອງລັດ ຢ່າງເປັນ ປົກກະຕິ; ດ້ານເສດຖະກິດ-ການ ຄ້າ ແລະ ການລົງທຶນ. ມາຮອດ ປັດຈຸບັນ, ການລົງທຶນຂອງບັນ ດາວິສາຫະກິດຂອງຫວຽດນາມ ຢູ່ລາວ ລວມມູນຄ່າມີເຖິງ 4.1 ຕື້ ໂດລາສະຫະລັດ, ຈັດຢູ່ ໃນອັນດັບ 3 ໃນຈໍານວນການລົງທຶນຂອງ ຕ່າງ ປະເທດ ຢູ່ ສປປ ລາວ ແລະ ມູນຄ່າການຄ້າສອງຝ່າຍ ໃນ 10 ເດືອນ ປີ 2020 ບັນລຸໄດ້ 815 ລ້ານໂດລາສະຫະລັດ; ການຮ່ວມ ມືໃນຂົງເຂດການສຶກສາ-ບຳ ລຸງສ້າງ ກໍໄດ້ຮັບເປີດກວ້າງ ດ້ວຍຫຼາຍຮູບການ, ປັດຈຸບັນຈໍາ ນວນນັກສຶກສາລາວທີ່ກໍາລັງຄົ້ນ ຄວ້າຮ່ຳຮຽນ ຢູ່ ສສ. ຫວຽດນາມ ມີຫຼາຍກວ່າ 16.000 ຄົນ. ສຳລັບທິດທາງແຜນການຮ່ວມ ມືໃນປີ 2021, ສອງຝ່າຍ ໄດ້ຕົກ ລົງເຫັນດີເປັນເອກະພາບສືບຕໍ່ ຈັດຕັ້ງຜັນຂະຫຍາຍບັນດາເນື້ອ ໃນຖະແຫຼງການຮ່ວມ ແລະ ຂໍ້ ຕົກລົງລະຫວ່າງການນໍາຂັ້ນສູງ ຂອງສອງປະເທດ ໃຫ້ເປັນຮູບ ປະທຳ, ສືບຕໍ່ຮ່ວມມືຢ່າງແໜ້ນ ແຟ້ນ ໃນການຮັກສາສະຖຽນລະ ພາບທາງດ້ານການເມືອງ, ການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມຂອງ ແຕ່ລະປະເທດ; ສ້າງເສັ້ນຊາຍ ແດນ ລາວ-ຫວຽດນາມ ໃຫ້ເປັນ ຊາຍແດນແຫ່ງສັນຕິພາບ, ສະ ຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະໜັບສະ ໜູນ ແລະ ສ້າງຄວາມເຊື້ອໝັ້ນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ເຖິງແມ່ນວ່າມູນ ຄ່າການຄ້າສອງຝ່າຍ ໃນປີນີ້ບໍ່ ສາມາດບັນລຸໄດ້ຕາມຄາດໝາຍ ທີ່ສອງລັດຖະບານໄດ້ຕົກລົງກັນ ຍ້ອນການແຜ່ລະບາດຂອງເຊື້ອ ພະຍາດໂຄວິດ-19, ໃນຊຸມປີຕໍ່ ໜ້າ, ສອງຝ່າຍເຫັນດີສູ້ຊົນຊຸກ ຍູ້ເປົ້າໝາຍມູນຄ່າການຄ້າສອງ ຝ່າຍໃຫ້ເພີ່ມຂຶ້ນ 10-15% ທຽບ ໃສ່ປີຜ່ານມາ; ສືບຕໍ່ຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະ ນາບັນດາໂຄງການໄຟຟ້າຢູ່ລາວ, ເຊື່ອມຕໍ່ລະບົບໄຟຟ້າ ແລະ ການ ຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້, ສອງ ຝ່າຍ ກໍຈະພ້ອມກັນສືບຕໍ່ເພີ່ມ ທະ ວີການຮ່ວມມື ແລະ ສ້າງເງື່ອນ ໄຂ ເພື່ອເອື້ອອໍານວຍຄວາມສະ ດວກໃຫ້ແກ່ການຮ່ວມມືດ້ານ ການຄ້າ, ການລົງທຶນ, ການສຶກ ສາ ກໍຄືການພັດທະນາຊັບພະຍາ ກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງ ເຂດທີ່ສອງຝ່າຍມີທ່າແຮງບົ່ມ ຊ້ອນ. ໃນໂອກາດດັ່ງກ່າວນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີ ສຸລິດ ກໍໄດ້ສະແດງຄວາມຂອບ ໃຈ ມາຍັງສະຫາຍ ນາຍົກລັດຖະ ມົນຕີ ຫງວຽນ ຊວັນ ຟຸກ ກໍຄື ການນໍາພັກລັດຖະບານ ຫວຽດ ນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ, ສົມກຽດຖານສະຫາຍ ອ້າຍນ້ອງທີ່ໃກ້ຊິດ ແລະ ຖືໂອ ກາດນີ້ຕາງໜ້າໃຫ້ພັກ, ລັດຖະ ບານ ກໍຄືປະຊາຊົນລາວ ສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈ ຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອ ອັນໃຫຍ່ຫຼວງ, ທັນການ ແລະ ມີ ປະສິດທິຜົນ ແກ່ພາລະກິດການ ປະຕິວັດລາວມາໂດຍຕະຫຼອດ. ພາຍຫຼັງກອງປະຊຸມສອງ ນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ໄດ້ຖະແຫຼງຂ່າວ ຮ່ວມ ແລະ ຮ່ວມເປັນສັກຂີພິຍານ ໃນການລົງນາມເອກະສານຮ່ວມ ມືຂອງສອງປະເທດ ຈຳນວນ 18 ສະບັບ. ສອງຝ່າຍ ໄດ້ຕີລາຄາ ສູງຕໍ່ຜົນຂອງກອງປະຊຸມ ຄັ້ງນີ້ ເຊິ່ງຈະປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການ ຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ທີ່ຢູ່ໃນລະດັບສູງ ຢູ່ແລ້ວໃຫ້ ນັບມື້ນັບກ້າວສູ່ລວງເລິກຫຼາຍ ຂຶ້ນ ເຊິ່ງເປັນຂີດໝາຍອັນໃໝ່ ໃນປີ 2021. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ສະຫາຍ ນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່າ ນັບ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່, ປະທານປະ ເທດ ແລະ ພົບປະກັບ ສະຫາຍ ນາງ ຫງວຽນ ທິ ກິມເງິນ, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ