ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

31 ປີຜ່ານມາ ສອຄຊອປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ
ເວລາອອກຂ່າວ: 2020-12-24 08:56:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 12958 | ຄວາມນິຍົມ:



v ອີງຕາມແຫຼ່ງຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ: 31 ປີ ຜ່ານມາສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ (ສອຄຊ) ມີການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເປັນຂົວຕໍ່ໃຫ້ພາກທຸລະກິດກັບລັດຖະບານ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ. ມາຮອດປັດຈຸບັນໄດ້ມີການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳຂັ້ນແຂວງສຳເລັດທຸກແຂວງ. ຂະນະທີ່ແຜນການ 5 ປີ (2021-2025) ເນັ້ນ 6 ເສົາຄໍ້າເປັນບູລິມະສິດເພື່ອເສີມສ້າງຄວາມສາມາດຂອງ ສຄອຊ. ທ່ານ ດາວອນ ພະຈັນທະວົງ ຮອງປະທານ ສຄອຊ ໃຫ້ຮູ້ວ່າ: ສຄອຊ ສ້າງຕັ້ງຂຶ້ນໃນປີ 1989 ມາຮອດປີ 2020 ນີ້ຖືວ່າ ຄົບຮອບ 31 ປີ, ໃນໄລຍະຜ່ານມາໄດ້ມີການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນເມື່ອກ່ອນໂຄງສ້າງການຈັດຕັ້ງແມ່ນພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ມາຮອດປີ 2008 ໄດ້ແຍກເປັນເອກະລາດເປັນອົງການຈັດຕັ້ງທີ່ເປັນຜູ້ຕາງໜ້າໃຫ້ພາກທຸລະກິດ. ມາຮອດປັດຈຸບັນ, ສຄອຊ ໄດ້ສໍາເລັດການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນລວມ 18 ສະພາການຄ້າທີ່ ຂຶ້ນກັບ ສຄອຊ. ພ້ອມດຽວກັນ, ກໍໄດ້ສ້າງຕັ້ງສະມາຄົມທຸລະກິດລວມ 27 ສະມາຄົມ. ພິເສດປີ 2017, ໄດ້ສ້າງຕັ້ງສູນບໍລິການທຸລະກິດຂະໜາດນ້ອຍ ແລະ ກາງ ຫຼື SME ລວມທັງຈຸນລະວິສາຫະກິດ ແລະ ໄດ້ຂະຫຍາຍໄປ 3 ແຂວງຄື: ແຂວງຫຼວງພະບາງ, ຈຳປາສັກ ແລະ ແຂວງສະຫວັນນະເຂດ. ສູນດັ່ງກ່າວໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ, ອົງການແຮງງານລະຫວ່າງປະເທດ ( ILO ), ອົງການ GIZ ປະເທດເຢຍລະມັນ ແລະ ໄດ້ເຊັນສັນຍາກັບ 10 ທະນາຄານພາຍໃນເຊັ່ນ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ພັດທະນາລາວ ແລະ ທະນາຄານອື່ນໆ ເພື່ອສະໜອງເງິນທຶນສົ່ງເສີມ SME ປ່ອຍໃຫ້ພາກທຸລະກິດ. ພ້ອມນີ້, ຍັງໄດ້ຮັບທຶນຈາກລັດຖະບານຊ່ວຍທຸລະກິດ ໂດຍຜ່ານກອງທຶນສົ່ງເສີມ SME ຈຳນວນ 200 ຕື້ກີບ ໂດຍດອກເບ້ຍກູ້ຢືມຕໍ່າ. ນອກຈາກວຽກສົ່ງເສີມແລ້ວ ສຄອຊ ຍັງມີໜ້າທີ່ຈັດງານວາງສະແດງສິນຄ້າ Made in Laos ເພື່ອສົ່ງເສີມຜະລິດຕະພັນລາວ ໂດຍບັນດາສະມາຄົມຕ່າງໆ ແລະ ໄດ້ນຳເອົາສິນຄ້າໄປຮ່ວມງານວາງສະແດງສິນຄ້າໂລກທີ່ປະເທດ ອີຕາລີ ໃນປີ 2015, ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນທີ່ ສປ ຈີນ. ພ້ອມທັງໄດ້ຍາດແຍ້ງເອົາການຊ່ວຍເຫຼືອຈາກສາກົນ ເພື່ອມາພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດລາວເຊັ່ນ: ໂຄງການເວັບໄຊຊື້-ຂາຍອອນລາຍ( www.plaosme.com )ໄດ້ຮັບການຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ, ໂຄງການທຶນສົມທົບ ເພື່ອສົ່ງເສີມທຸລະກິດ 50% ຈາກ BAT, ໂຄງການພັດທະນາການສຶກສາເຕັກນິກວິຊາການແບບຄວບຄູ່, ໂຄງການຈາກ GIZ ແລະ ໂຄງການອື່ນໆ. ພາບລວມຕະຫຼອດໄລຍະ 31 ປີຜ່ານມາ ສຄອຊ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານ ເຮັດໃຫ້ຂະແໜງການໃນແຕ່ລະດ້ານມີການຂະຫຍາຍຕົວ ແລະ ສຳເລັດເປັນກ້າວໆເປັນຕົ້ນ: ວຽກງານພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ-ຂະໜາດກາງ ເຊິ່ງ ສຄອຊ ສ້າງສູນບໍລິການທຸລະກິດຂະໜາດນ້ອຍ-ຂະໜາດກາງໄດ້ເປັນສ່ວນໜຶ່ງ ໃນການເຕົ້າ¬ໂຮມບັນດາໂຄງການສົ່ງເສີມຄວາມຮູ້, ຄວາມສາມາດທີ່ມີຢູ່ຮ່ວມກັບກົມພັດທະນາສົ່ງເສີມ SME ຂອງກະຊວງ ອຄ. ໃນນັ້ນ, ໄດ້ມີການເຝິກອົບຮົມ ແລະ ສ້າງເງື່ອນໄຂໃຫ້ SME ເຂົ້າເຖິງແຫຼ່ງທຶນ ແລະ ກິດຈະກຳໃນການພັດທະນາບໍລິສັດເປັນການເຝິກອົບຮົມໃຫ້ທຸລະກິດໜຸ່ມມີຄວາມສາມາດ. ພ້ອມນັ້ນ, ໄດ້ສ້າງກອງທຶນສົ່ງເສີມ Start Up ໂດຍນັກລົງທຶນລາວເຂົ້າໃນການພັດທະນາທຸລະກິດ, ວຽກງານພັດທະນາສົ່ງເສີມການຕະຫຼາດ ຜະລິດຕະພັນລາວ, ໄດ້ເພີ່ມທະວີການສົ່ງເສີມຜະລິດຕະພັນຍີ່ຫໍ້ລາວໃຫ້ເຂົ້າສູ່ຕະຫຼາດສາກົນ, ເສີມສ້າງຄວາມສາມາດໃຫ້ບໍລິສັດສະຫະກອນ ແລະ ຊາວກະສິກອນ-ຊາວບ້ານໃນການຜະລິດສິນຄ້າ ເພື່ອສົ່ງອອກຢ່າງເປັນຕ່ອງໂສ້ທີ່ມີມາດຕະຖານສາກົນ, ມີຄຸນນະພາບ ແລະ ລາຄາສູງ. ໃນການສົ່ງອອກໄດ້ ຄັດເລືອກເອົາຜະລິດຕະພັນລາວຈຳນວນໜຶ່ງ ເພື່ອສ້າງຕົວແບບການສົ່ງອອກເຊັ່ນ: ຊາ, ກາເຟ, ເຂົ້າໜຽວ, ແພໄໝ ແລະ ອາຫານ, ຜ່ານມາບໍລິສັດລາວສາມາດຍາດໄດ້ລາງວັນທຸລະກິດອາຊຽນດີເດັ່ນປະຈໍາປີ 2017 ແລະ ປີ2018 ເຮັດໃຫ້ປະຊາຄົມໃນພາກພື້ນກໍຄືໂລກໄດ້ຮູ້ຈັກກັບຜະລິດຕະພັນ ແລະ ສິນຄ້າລາວຫຼາຍຂຶ້ນ. ສ່ວນທິດທາງແຜນການໃນຕໍ່ໜ້າ ທ່ານ ດາວອນ ພະຈັນທະວົງ ກ່າວວ່າ: ສຄອຊ ໄດ້ມີແຜນຍຸດທະສາດການພັດທະນາພາກທຸລະກິດ ປີ 2021 -2025 ລວມມີ 6 ເສົາຄ້ຳເປັນບູລິມະສິດ ແລະ ມີວຽກທີ່ກ່ຽວພັນກັບຫຼາຍຂະ ແໜງການ ເພື່ອຮັບປະກັນດ້ານການເງິນໃຫ້ຍືນຍົງ ແລະ ເສີມສ້າງຄວາມສາມາດຂອງ ສຄອຊ,ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ສະມາຄົມທຸລະກິດຕ່າງໆ ຄື: 1). ເນັ້ນການພົບປະລະຫວ່າງພາກລັດ-ທຸລະກິດ ເພື່ອປັບປຸງແວດລ້ອມການດຳເນີນທຸລະກິດໂດຍການຈັດຕັ້ງປະຕິບັດທຸລະກິດລາວ ( Lao Business Forum ); 2). ພັດ ທະນາສົ່ງເສີມທຸລະກິດ SME ໂດຍຜ່ານສູນບໍລິການ SME; 3). ສົ່ງເສີມຕະຫຼາດຜະລິດຕະພັນລາວ; 4). ເຊື່ອມໂຍງເສດຖະກິດພາກພື້ນ ແລະ ການສົ່ງເສີມການລົງທຶນທີ່ຍືນຍົງ;5). ພັດທະນາຜູ້ປະກອບການ ແລະ ກິດຈະ ກໍາຜູ້ໃຊ້ແຮງງານ;6). ພັດທະນາຂໍ້ມູນຂ່າວສານ, ການພົວພັນມວນຊົນ ແລະ ການບໍລິການແກ່ສະມາຊິກ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ