ໂຮງໝໍສູນກາງ 103 ກອງທັບສະຫຼຸບຖອດຖອນບົດຮຽນວຽກງານກວດກາໄລຍະ 5 ປີ
ເວລາອອກຂ່າວ: 2020-12-31 09:09:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:
ໃນວັນທີ 24 ທັນວາ 2020 ນີ້, ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານກວດກາ 5 ປີ ຄັ້ງທີ I (2016-2020)
ແລະ ທິດທາງແຜນການ 5 ປີ
(2021-2025), ໂດຍການ ເປັນປະທານ ຂອງສະຫາຍ ພັນ ເອກ ສຸລິພັນ ເພັດຈັນທະລາ ຮັກ
ສາການ ເລຂາຄະນະພັກ ຫົວໜ້າ ອຳນວຍການໂຮງໝໍສູນກາງ 103 ກອງທັບ, ມີຕາງໜ້າຫ້ອງ ການເມືອງ ກົມໃຫຍ່ພະລາທິ ການກອງທັບ, ມີຄະນະພັກ-ຄະ ນະອຳນວຍການ, ຄະນະຫ້ອງ, ພະແນກການ ພ້ອມດ້ວຍພະນັກ ງານຫຼັກແຫຼ່ງທົ່ວໂຮງໝໍເຂົ້າ ຮ່ວມ.
ສະຫາຍ ພັນເອກ ນາງ ມາລີ
ວອນ ສຸລິຍະແສງ ປະທານກວດ
ກາພັກ ຫົວໜ້າຫ້ອງການເມືອງ ໂຮງໝໍ ສູນກາງ 103 ກອງທັບ
ໄດ້ສະຫຼຸບຕີລາຄາຄືນການເຄື່ອນ
ໄຫວວຽກງານກວດກາພັກ-ລັດ ໃນໄລຍະ 5 ປີຜ່ານມາ, ຍົກໃຫ້ ເຫັນດ້ານດີຜົນງານ, ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ຍາມໃດ ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນກໍໄດ້ເອົາໃຈໃສ່ຄົ້ນ ຄວ້າເຊື່ອມຊຶມກຳແໜ້ນຂົງເຂດ
ວຽກງານກວດກາ, ຈັດຕັ້ງເຜີຍ ແຜ່ບັນດານິຕິກຳຕ່າງໆກ່ຽວກັບ ວຽກງານກວດກາ ແລະ ກວດ
ກາການປະຕິບັດລະບຽບຂອງ ພັກ, ຕິດຕາມ, ຊຸກຍູ້ ແລະ ກວດກາ
ປົກກະຕິຢູ່ບັນດາຮາກຖານພັກ ແລະ ໜ່ວຍພັກ, ລົງກວດກາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນປະຈຳແຕ່ລະປີ, ໄດ້ເຂົ້າຮ່ວມກວດກາຕີລາຄາ ແບ່ງປະເພດຄຸນນະພາບຂອງ ຄະນະພັກໂຮງໝໍສູນກາງ 103 ກອງທັບໃນ 5 ປີ ໄດ້ປະເພດແຂງ 2 ຄັ້ງ, ປະເພດກາງ 3 ຄັ້ງ, ກວດ
ກາຕີລາຄາແບ່ງປະເພດຄະນະ
ພັກຮາກຖານ ໃນນັ້ນ, ປະເພດ ແຂງ
ມີ 2 ຮາກຖານ, ປະເພດກາງ 3 ຮາກຖານ, ກວດກາຕີລາຄາ ແບ່ງປະເພດຄຸນນະພາບໜ່ວຍ ພັກຂຶ້ນກັບຄະນະພັກຮາກຖານ ໃນນັ້ນປະເພດແຂງມີ 24 ໜ່ວຍ ພັກ, ກາງ 1 ໜ່ວຍພັກ, ກວດກາ
ຕີລາຄາແບ່ງປະເພດໜ່ວຍພັກເອ ກະລາດປະເພດແຂງມີ 1 ໜ່ວຍ,
ປະເພດກາງ 1 ໜ່ວຍ, ບໍ່ໄດ້ຈັດ ປະເພດ 1 ໜ່ວຍພັກ ຍ້ອນສ້າງຕັ້ງ ຂຶ້ນໃໝ່, ກວດກາຕີລາຄາແບ່ງ ປະເພດສະມາຊິກພັກໃນທົ່ວໂຮງ ໝໍມີສະມາຊິກພັກທັງໝົດມີ 852 ສະຫາຍ, ໃນນັ້ນ, ມີສະມາ ຊິກພັກແຂງ 421 ສະຫາຍ, ກາງ 380 ສະຫາຍ ທຽບໃສ່ໄລຍະປີ 2011-2015 ໜ່ວຍພັກເພີ່ມຂຶ້ນ 8 ໜ່ວຍພັກ, ສະມາຊິກພັກເພີ່ມຂຶ້ນ 124 ສະຫາຍ, ໄດ້ສຳເລັດການ
ກວດກາລັດ, ຄະນະພັກ-ຄະນະ
ບັນຊາໄດ້ເອົາໃຈໃສ່ເຄື່ອນໄຫວ
ດຳເນີນການກວດກາຈັດຕັ້ງປະຕິ ບັດແນວທາງແຜນນະໂຍບາຍ ຂອງພັກ, ຂໍ້ກຳນົດ, ກົດລະບຽບ
ຂອງພັກ, ກົດໝາຍຂອງລັດ, ຂອງກອງທັບ ແລະ ລະບຽບການ
ຕ່າງໆ, ເຫັນໄດ້ວ່າກວດກາບັນດາ ວຽກງານຕ່າງໆປະຕິບັດໄດ້ຖືກ ຕ້ອງຕາມໜ້າທີ່ການເມືອງ ຂອງຕົນ, ເຮັດໃຫ້ກົມກອງມີ ຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ.
ໂດຍ: ສີຈັນ ເພັດວິໄຊ
ພາບ: ສົມຈິດ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ