ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບເຮືອລະຫວ່າງກົມທະຫານຊາຍແດນ ກັບ ທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2021-01-06 08:45:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ພິທີມອບ-ຮັບ ເຮືອ ລະ ຫວ່າງກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ກັບ ທະຫານແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 25 ທັນວາ 2020 ຜ່ານມານີ້, ຢູ່ທີ່ຫ້ອງປະ ຊຸມກອງບັນຊາການທະຫານ ແຂວງຈຳປາສັກ, ມີສະຫາຍ ພັນເອກ ດວງ ມາລາ ຮອງຫົວ ໜ້າກົມທະຫານຊາຍແດນ ກົມ ໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ຈຳປາສັກ, ມີຜູ້ຕາງໜ້າກົມໃຫຍ່ ເຕັກນິກກອງທັບ, ຄະນະພັກ-ຄະນະບັນຊາ 5 ຫ້ອງກອງບັນ ຊາການ, ກອງຮ້ອຍທະຫານ ຊາຍແດນ 521, 525, 526 ເຂົ້າຮ່ວມ. ສະຫາຍ ພັນເອກ ດວງ ມາລາ ໄດ້ຕາງໜ້າໃຫ້ຄະນະ ກ່າວມອບເຮືອລາດຕະເວນ (985Y) ຈໍານວນ 3 ລໍາໃຫ້ ກອງບັນຊາການທະຫານແຂວງ ຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນ ການປະຕິບັດໜ້າທີ່, ເຊິ່ງກ່າວ ຮັບໂດຍ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກພາກພູມໃຈທີ່ຍາມໃດຂັ້ນເທິງກໍໄດ້ມີຄວາມເປັນຫ່ວງເປັນໃຍໃນການປະຕິ ບັດໜ້າທີ່ປົກປ້ອງເຂດຊາຍແດນ ຂອງຊາດ ແລະ ເຮືອຈຳນວນ ດັ່ງກ່າວຈະໄດ້ມອບຕໍ່ໃຫ້ກອງ ຮ້ອຍທະຫານຊາຍແດນ 521, 525, 526 ເປັນຜູ້ປົກປັກຮັກ ສານຳໃຊ້ໃຫ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ. ໂອກາດນີ້, ສະຫາຍ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະ ຫານຊາຍແດນ ກົມໃຫຍ່ເສນາ ທິການກອງທັບ ແລະ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຫົວໜ້າການເມືອງທະຫານ ແຂວງຈຳປາສັກ ໄດ້ໃຫ້ກຽດ ເຊັນບົດບັນທຶກມອບ-ຮັບ ເຮືອ ຈຳນວນດັ່ງກ່າວ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ