ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວພກ ຈັດກິດຈະກໍາ ຖາມ-ຕອບ ຄວາມຮູ້ຮອບຕົວ
ເວລາອອກຂ່າວ: 2021-01-10 13:12:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ວັນທີ 31 ທັນວາ 2020 ຜ່ານ ມານີ້, ພະແນກຂໍ້ມູນຂ່າວສານ ຫ້ອງຄົ້ນຄວ້າວິທະຍາສາດ-ປະ ຫວັດສາດການທະຫານ ວິທະ ຍາຄານພະລາທິການກອງທັບ (ວພກ) ໄດ້ຈັດກິດຈະກໍາ ຖາມ- ຕອບຄວາມຮູ້ຮອບຕົວ ຄັ້ງທີ 15 ຢູ່ທີ່ສະໂມສອນຂອງວິທະ ຍາຄານ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ຫົວໜ້າການເມືອງ ວພກ, ມີຄະນະພັກ-ຄະນະບັນ ຊາ 6 ຫ້ອງ, 2 ກອງພັນ, ພະ ນັກງານ-ນັກຮົບ, ນັກຖາມ-ຕອບເຂົ້າຮ່ວມ. ກິດຈະກໍາ ຖາມ-ຕອບຄວາມ ຮູ້ຮອບຕົວຄັ້ງນີ້, ເພື່ອຍົກສູງ ລະດັບຄວາມຮູ້, ຄວາມສາ ມາດທາງດ້ານການເມືອງ-ການທະຫານວິຊາສະເພາະໃຫ້ ພະນັກງານ-ນັກຮົບ, ເຊື່ອມຊຶມກໍາແໜ້ນປະຫວັດມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສົ່ງເສີມການອ່ານ ເຮັດ ໃຫ້ນັກຮຽນ-ນັກສຶກສາ, ພະນັກ ງານ-ນັກຮົບ ໃນທົ່ວ ວພກ ຮູ້ໄດ້ ຄວາມໝາຍ ຄວາມສໍາຄັນຂອງ ຫໍສະໝຸດ ເຊິ່ງເປັນບ່ອນສະສົມ ບັນດາປື້ມຄວາມຮູ້ຕ່າງໆ, ເປັນ ສູນກາງຂອງການສຶກສາຄົ້ນ ຄວ້າຊອກຫາຄວາມຮູ້ທີ່ຢູ່ອ້ອມ ຕົວເຮົາ ແລະ ຮູ້ໝູນໃຊ້ເປັນ ບົດຮຽນເພື່ອພັດທະນາຕົນ ເອງ, ພັດທະນາກົມກອງ, ເຮັດ ສໍາເລັດທຸກໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້, ການແຂ່ງຂັນໃນ ຄັ້ງນີ້, ມີທັງໝົດ 7 ທີມ, ແບ່ງ ອອກເປັນ 2 ສາຍ; ຜົນການ ແຂ່ງຂັນສາມາດຈັດປະເພດ ໄດ້ ຄື: ປະເພດ I ຫ້ອງພະ ລາທິການ ໄດ້ຮັບໃບຊົມເຊີຍ ພ້ອມເງິນລາງວັນຈໍານວນໜຶ່ງ; ປະເພດ II ຫ້ອງການ ວິທະ ຍາຄານ ໄດ້ຮັບໃບຊົມເຊີຍ ພ້ອມເງິນລາງວັນຈໍານວນໜຶ່ງ; ປະເພດ III ກອງພັນທີ 2 ໄດ້ຮັບໃບຊົມເຊີຍພ້ອມເງິນລາງວັນຈໍານວນໜຶ່ງ; ນອກນັ້ນ, ໄດ້ຮັບລາງວັນຊົມເຊີຍ. ໂດຍ: ພອນດາລັດ ດວງປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ