ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງເລົ່າງາມ ປິດຊຸດອົບຮົມ-ຫັດແອບ ການເມືອງ-ການທະຫານໃຫ້ກຳລັງກອງຫຼອນ
ເວລາອອກຂ່າວ: 2021-01-10 13:13:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ທ້າຍເດືອນທັນວາ 2020 ຜ່ານມານີ້, ເມືອງເລົ່າງາມ ແຂວງ ສາລະວັນ ໄດ້ປິດຊຸດອົບຮົມ-ຫັດ ແອບການເມືອງ-ການທະຫານ ໃຫ້ກຳລັງກອງຫຼອນ ກອງຮ້ອຍທີ 4, ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພິດສະໄໝ ແກ້ວວົງສັກ ຮອງເລຂາພັກເມືອງ ຮອງເຈົ້າ ເມືອງໆເລົ່າງາມ, ມີສະຫາຍ ພັນໂທ ສຸດໃຈ ແສນຄຳບົວທອນ ຄະນະພັກກອງບັນຊາການ ຫົວ ໜ້າຫ້ອງເສນາທິການ ທະຫານ ແຂວງສາລະວັນ, ສະຫາຍ ພັນໂທ ຂັນທອງ ຈັນທະລາ ກຳມະການພັກເມືອງ ຫົວໜ້າ ການທະຫານ ກອງບັນຊາການ ທະຫານເມືອງເລົ່າງາມ ພ້ອມ ດ້ວຍຄະນະ, ມີບັນດາພະນັກ ງານ, ຄູ-ອາຈານ ຕະຫຼອດຮອດ ກຳລັງກອງຫຼອນ ກອງ ຮ້ອຍທີ 4 ເຂົ້າຮ່ວມ 90 ສະຫາຍ. ສະຫາຍ ຮ້ອຍໂທ ທອນຄຳ ສີຂຸນເສິກ ຫົວໜ້າຂະແໜງການ ທະຫານທ້ອງຖິ່ນ ທະຫານເມືອງ ເລົ່າງາມ ໄດ້ຜ່ານບົດສະຫຼຸບການ ອົບຮົມ-ຫັດແອບການເມືອງ- ການທະຫານ ໄລຍະສັ້ນເວລາ 7 ວັນ. ເຫັນວ່າກຳລັງກອງ ຫຼອນ ກອງຮ້ອຍທີ 4 ໄດ້ເອົາ ໃຈໃສ່ໃນການເຝິກແອບຮໍ່າຮຽນ ເອົາໃຈໃສ່ປະຕິບັດບັນດາຂໍ້ ກໍານົດກົດລະບຽບຢູ່ພາກສະ ໜາມຮັກສາຄວາມເປັນລະບຽບ ຮຽບຮ້ອຍ ແລະ ຮັບປະກັນ ໄດ້ຄວາມປອດໄພ 100%. ສາ ມາດຕີລາໄດ້ຄື: ພາກການເມືອງ ໄດ້ 80%, ພາກສິລະປະຍຸດ ໄດ້ 85%, ພາກຍຸດທະວິທີໄດ້ 80%, ປະເພດຮຽນເກັ່ງ 50 ສະຫາຍ ເທົ່າກັບ 55,5%, ກາງ 30 ສະຫາຍ ເທົ່າກັບ 33,3 % ແລະ ໄດ້ຄາດໝາຍ ຈຳນວນ 10 ສະຫາຍ ເທົ່າກັບ 11 %. ໂອກາດນີ້, ສະຫາຍ ພິດສະໄໝ ແກ້ວວົງສັກ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດໄດ້ ພ້ອມທັງ, ຮຽກຮ້ອງ ໃຫ້ກຳລັງກອງຫຼອນກອງຮ້ອຍ ທີ 4 ຈົ່ງກຳແໜ້ນບັນດາບົດ ຮຽນທີ່ຮຽນມານຳໄປໝູນໃຊ້ ເຂົ້າໃນໜ້າທີ່ວຽກງານຕົວຈິງ ເຮັດໃຫ້ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງຂຶ້ນເທື່ອລະ ກ້າວ. ໂດຍ: ກອງຄຳ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ