ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງສຳຫຼວດວັດແທກແຜ່ນທີ່ກອງທັບສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ
ເວລາອອກຂ່າວ: 2021-01-10 13:16:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ກອງ ສຳຫຼວດວັດແທກແຜນທີ່ກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນພາຍໃນ ປະ ຈຳ ປີ 2020 ແລະ ວາງທິດທາງ ແຜນການປະຈຳປີ 2021 ໂດຍ ການເປັນປະທານຂອງສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງ ຫົວໜ້າຫ້ອງການເມືອງກົມໃຫຍ່ ເສນາທິການກອງທັບ, ມີຄະນະ ພັກ-ຄະນະບັນຊາ, ພະແນກປ້ອງ ກັນພາຍໃນຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ພະນັກງານ-ນັກຮົບພາຍໃນກົມ ກອງເຂົ້າຮ່ວມ. ສະຫາຍ ພັນໂທ ທອງສອນ ແກ້ວບົວທອງ ຫົວໜ້າການເມືອງ ກອງສຳຫຼວດວັດແທກກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນ ຕີລາຄາຜ່ານການເຄື່ອນໄຫວ ວຽກງານປ້ອງກັນພາຍໃນໄລຍະ 1 ປີຜ່ານມາ, ພ້ອມທັງຊີ້ແຈງໃຫ້ ຮູ້ວ່າ: ໃນໄລຍະຜ່ານມາ ຄະນະ ພັກ-ຄະນະບັນຊາພວກເຮົາໄດ້ຖື ສຳຄັນວຽກງານປ້ອງກັນພາຍ ໃນຕິດພັນກັບການກໍ່ສ້າງກອງ 3 ປອດ ( ປອດໄພ ປອດໃສ ປອດ ຄະ ດີ ) ໂດຍໄດ້ຖືເອົາວຽກງານດັ່ງ ກ່າວຕິດພັນກັບຂະບວນການ ວຽກງານຕົວຈິງ, ເອົາໃຈໃສ່ສຶກ ສາ ອົບຮົມການເມືອງແນວຄິດໃຫ້ ພະນັກງານ-ນັກຮົບດ້ວຍຫຼາຍຮູບການຢ່າງຕໍ່ເນື່ອງລຽນຕິດ ເຮັດໃຫ້ພະນັກງານ-ນັກຮົບມີຄຸນ ທາດການເມືອງໜັກແໜ້ນ, ມີ ຄວາມຈົງຮັກພັກດີຕໍ່ປະເທດ ຊາດ, ມີສະຕິລະວັງຕົວສູງເປັນ ເຈົ້າການຕ້ານ ແລະ ສະກັດກັ້ນບັນ ຫາປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ ເກີດຂຶ້ນກັບກົມກອງກໍຄືພະນັກ ງານ-ນັກຮົບ ອັນເຮັດໃຫ້ພາຍໃນກົມກອງມີຄວາມສະຫງົບ ໜັກແໜ້ນ. ໃນນີ້, ສາມາດຕີລາ ເເບ່ງປະເພດການເມືອງພາຍໃນ ດ້ານຄຸນທາດການເມືອງຂອງ ນາຍ ແລະ ພົນທະຫານທົ່ວກົມ ກອງໄດ້ ປະເພດ 1 ປອດໄສດ້ານ ການເມືອງ 98%, ປະເພດ 2 ສັບສົນດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ບໍ່ມີ, ປະເພດ 3 ສົງໄສການເມືອງ ບໍ່ມີ ແລະ ດ້ານວຽກງານຂະບວນ ການລວມຂອງກົມກອງໄດ້ປະ ເພດໜຶ່ງມີ 7 ກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ