ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII
ເວລາອອກຂ່າວ: 2018-12-20 09:06:26 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218922 | ຄວາມນິຍົມ:



ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະພັກຮາກຖານສະ ຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ໄຂຂຶ້ນ ແລະ ສໍາເລັດລົງໃນ ວັນທີ 10 ທັນວາ 2018 ນີ້,ໂດຍ ພາຍໃຕ້ການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາ ຄໍາແດງ ແພງວິໄລ ກໍາມະ ການຄະນະປະຈໍາພັກອົງການ ກົມໃຫຍ່, ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ, ພັນເອກ ດຣ ຄໍາຜາຍ ຜັນສິລິຮອງຫົວ ໜ້າກົມເສນາຮັກ, ກົມໃຫຍ່ພະ ລາທິການກອງທັບ, ມີບັນດາ ສະຫາຍຄະນະພັກ-ຄະນະບັນ ຊາ, ພະນັກງານສະມາຊິກພັກ ສົມບູນ-ສໍາຮອງ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ພັນໂທ ໂສພາ ສີຫາລາດ ເລຂາຄະນະພັກຮາກຖານ, ຫົວ ໜ້າການເມືອງສະຖາບັນອະນາ ໄມກັນພະຍາດ ແລະ ສົ່ງເສີມສຸ ຂະພາບກອງທັບໄດ້ຂຶ້ນຜ່ານບົດ ລາຍງານການເມຶອງທັງສອງ ພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ການນໍາພາຂອງຄະນະພັກຮາກ ຖານໃນຊຸມປີຜ່ານມາໃຫ້ຮູ້ວ່າ: ຄະນະພັກໄດ້ຖືສໍາຄັນດ້ານວຽກ ງານການສຶກສາອົບຮົມການ ເມຶອງ-ແນວຄິດຕິດພັນກັບຂະ ບວນການປັບປຸງກໍ່ສ້າງກົມ ກອງ,ສູມທຸກຄວາມຮູ້ຄວາມສາ ມາດ ແລະ ຍົກສູງສະຕິຄວາມ ຮັບຜິດຊອບຂອງຕົນເຂົ້າໃນ ການຊີ້ນໍາໆພາກົມກອງເຮັດສໍາ ເລັດໜ້າທີ່ການເມຶອງທີ່ກົມກອງ ຮັບຜິດຊອບ ໂດຍຖືເອົາການປະ ຕິບັດຕາມ 5 ຫຼັກການ 3 ທິດ ນໍາຂອງພັກວາງອອກມາຈັດຕັ້ງ ປະຕິບັດຜັນຂະຫຍາຍ, ເພຶ່ອປັບ ປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ. ຜ່ານມາທົ່ວ ຄະນະພັກຮາກຖານປະກອບມີ: 4 ໜ່ວຍພັກຂຶ້ນກັບ, ມີຄະນະພັກ ຮາກຖານ 7 ສະຫາຍ, ຄະນະ ໜ່ວຍພັກ 12 ສະຫາຍ, ມີຈໍາ ນວນສະມາຊິກພັກທັງໝົດ 84 ສະຫາຍ, ໃນນັ້ນເປັນສະມາຊິກ ພັກສໍາຮອງ 6 ສະຫາຍ, ຕີລາ ຄາໄດ້ຄະນະພັກຮາກຖານໄດ້ ຮັບການຕີລາຄາເປັນຄະນະພັກ ປອດໃສ, ເຂັ້ມແຂງ, ໜ່ວຍພັກ ແຂງຮູ້ນໍາພາຮອບດ້ານທັງ 4 ໜ່ວຍ , ສະມາຊິກພັກແຂງຮອບ ດ້ານ 81 ສະຫາຍ , ໄດ້ປະກອບ ສ່ວນສໍາຄັນເຂົ້າໃນໜ້າທີ່ວິຊາ ສະເພາະວຽກງານອະນາໄມກັນ ພະຍາດ ແລະ ສົ່ງເສີມສຸຂະພາບ ໃຫ້ບັນດານາຍ ແລະ ພົນທະ ຫານທັງກໍາລັງຫຼວງ ແລະ ກໍາ ລັງທ້ອງຖິ່ນໃນຂອບເຂດທົ່ວປະ ເທດ,ໂດຍສະເພາະແມ່ນໄດ້ເປີດ ກອງປະຊຸມຄົ້ນຄວ້າ, ສະກັດກັ້ນ ພະຍາດຕິດຕໍ່ຢູ່ບັນດາແຂວງພາ ກເໜືອ ແລະ ພາກໃຕ້ 2 ຄັ້ງ ມີ ຈໍານວນພົນເຂົ້າຮ່ວມ 133 ສະ ຫາຍ, ສໍາເລັດການສ້າງຄົ້ນ ຄວ້າບົດວິທະຍາສາດກ່ຽວກັບ ພະຍາດໄຂ້ມາເລເລຍທີ່ໄດ້ສະ ເໜີ ແລະ ຮັບຮອງຈາກກອງ ປະຊຸມແພດໜຸ່ມທະຫານອາຊຽນ ປະຈໍາປີ 2018 ທີ່ປະເທດສິງກະ ໂປ 1 ຄັ້ງ, ລົງສຸຂະສຶກສາວຽກ ງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບຢູ່ບັນດາກົມ ກອງໄດ້ທັງໝົດ 183 ກົມກອງ, ມີຈໍານວນພົນເຂົ້າຮ່ວມ 7,186 ສະຫາຍ, ກວດຫາເຊຶ້ອພະຍາດ Hiv ແລະ ພະຍາດເອສໄດ້ 3 ກົມກອງ, ມີຈໍານວນພົນທັງໝົດ 582 ສະຫາຍ, ລົງເຄຶ່ອນໄຫວ ກວດຫາເຊຶ້ອພະຍາດມາເລເລຍ, ເຊຶ້ອກາຝາກ-ລໍາໄສ້, ກວດພະ ຍາດສານໃບໄມ້ໃນຕັບ ແລະ ກວດເລືອດຊີວະເຄມີ, ກວດ ເລືອດວິທະຍາໄດ້ທັງໝົດ2,154 ຄົນ, ຈ່າຍຢາຂ້າໜອນນໍ້າໄດ້ 504 ຊອງ, ພົ່ນຢາໄລ່ຍຸງ ຕົວ ແກ່ໄດ້ 13 ກົມກອງ ແລະ 60 ຫຼັງຄາເຮືອນ, ກວດຄຸນນະ ພາບ ນໍ້າໄດ້ 36 ກົມກອງ ມີ 51 ຕົວ ຢ່າງ, ກວດສານເຄມີຕົກຄ້າງ ໃນອາຫານ 15 ກົມກອງມີ 367 ຕົວຢ່າງ, ກວດກາອະນາໄມ ສິ່ງ ແວດລ້ອມໄດ້ 52 ກົມກອງ, ລົງ ໂຄສະນາບໍລິຈາກເລືອດຊ່ວຍ ເຫຼືອສັງຄົມໄດ້ 17 ກົມກອງ ໄດ້ຮັບບໍລິຈາກເລືອດ 415 ຖົງ, ເຂົ້າຮ່ວມກວດສຸຂະພາບທະ ຫານໃໝ່ໄດ້ 3773 ສະຫາຍ, ຂຶ້ນ ສອນນັກຮຽນວິທະຍາໄລ ແພດສາດກອງທັບໄດ້ 36 ຊົ່ວ ໂມງ, ກວດເລືອດຊອກຫາເຊື້ອ ໄວຣັດຕັບ B, Cໄດ້ 3 ກົມກອງ, ລົງສືບສວນສອບສວນພະຍາດ ຕັບໄດ້ 2 ກົມກອງມີຄົນເຈບ ທັງໝົດ 447 ຄົນ, ຢອດ ແລະ ສັກຢາກັນພະຍາດຕ່າງໆໄດ້ທັງ ໝົດ 167,526 ຄົນ, ໃນກອງ ປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ ປະກອບຄໍາຄິດເຫັນເຂົ້າໃນບົດ ລາຍງານການເມຶອງທັງ 2 ພາກ, ຈາກນັ້ນກອງປະຊຸມຍັງ ໄດ້ປ່ອນບັດເລືອກຕັ້ງເອົາຄະ ນະພັກຮາກຖານຊຸດໃໝ່ 7 ສະ ຫາຍ, ກອງປະຊຸມຄັ້ງປະຖົມມະ ລຶກໄດ້ເລືອກເອົາສະຫາຍ ພັນໂທ ດຣ ໂພສະເດັດ ເສນາມົນຕີ ເປັນເລຂາຄະນະພັກຮາກຖານ, ພັນໂທ ນາງ ຄໍາປຸ່ງ ໄຊທະລາສີ ເປັນຮອງເລຂາຄະນະພັກຮາກ ຖານ, ພັນໂທ ດຣ ບຸນອໍ ເຕົ້າບົວ ທອງ ເປັນປະທານກວດກາພັກ, ພັນໂທ ສຸລິຍາກຸມພົນພັກດີເປັນ ກໍາມະການຈັດຕັ້ງພັກ, ພັນໂທ ນາງ ອອນສີ ທິບພາວັນ ເປັນ ກໍາມະການໂຄສະນາອົງການ ຈັດຕັງມາຫາຊົນ, ພັນໂທ ດຣ ນາງ ອ່ອນສີ ສຸວັນຄໍາ ເປັນກໍາ ມະການປ້ອງກັນ ແລະ ພັນໂທ ນາງ ອານົງລັກ ວຸດທິບໍາເພັນ ເປັນກໍາມະການການຄັງ. ໃນໂອກາດເຂົ້າຮ່ວມເປັນປະ ທານໃນກອງປະຊຸມ ສະຫາຍ ພົນຈັດຈັດຕະວາ ຄໍາແດງ ແພງ ວິໄລ ໄດ້ໃຫ້ການໂອ້ລົມຫຼາຍບັນ ຫາທີ່ສໍາຄັນ, ເນັ້ນໜັກຄະນະພັກ ຮາກຖານຊຸດໃໝ່ຈົ່ງພ້ອມກັນ ເພີ່ມທະວີຄວາມສາມັກຄີເປັນ ເອກະພາບຢ່າງແໜ້ນແຟ້ນ, ປັບ ປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ມີຫົວຄິດປະ ດິດສ້າງ, ປັບປຸງດ້ານແບບແຜນ ວິທີເຮັດວຽກຕາມຫຼັກການລວມ ສູນປະຊາທິປະໄຕ, ເຮັດວຽກ ເປັນໝູ່ຄະນະ, ຕີຖອຍບັນດາປະ ກົດການຫຍໍ້ທໍ້ໃຫ້ໝົດໄປ, ຍົກ ສູງສະຕິຄວາມຮັບຜິດຊອບຊີ້ ນໍານໍາພາວຽກງານວິຊາສະ ເພາະອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບໃຫ້ໄດ້ທັງຜົນ ສໍາເລັດ, ມີຄຸນະພາບ ເພື່ອເຮັດ ໃຫ້ບັນດານາຍ ແລະ ພົນທະ ຫານໃນທົ່ວກອງທັບມີສຸຂະ ພາບແຂງແຮງສົມບູນ, ສູ້ຊົນ ສ້າງເສດຖະກິດແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເລື້ອຍໆ. ໂດຍ: ອ້ອຍພັນ ແພງບຸນມີ ມວນຊົນຍິ່ງມີຄວາມສຳຄັນທີ່ສຸດ ໃນການເຮັດວຽກງານໂຄສະນາ ກ່ຽວກັບມໍລະດົກໃຫ້ມີຄວາມ ກວ້າງຂວາງແນໃສ່ເພື່ອເຮັດໃຫ້ ປະຊາຊົນມີຄວາມຮັບຮູ້ ແລະ ມີ ສ່ວນຮ່ວມໃນການປົກປັກຮັກສາ ແຫຼ່ງມໍລະດົກ ເພື່ອເສີມສ້າງຄຸນ ຄ່າຂອງມໍລະດົກ ແລະ ສາມາດ ສ້າງລາຍຮັບມາໃຫ້ທ້ອງຖິ່ນກໍ ຄືປະເທດຊາດ ໂດຍສະເພາະ ແມ່ນວຽກງານການທ່ອງທ່ຽວ. ທ່ານ ອິນປອນ ນະຄອນສີ ກ່າວວ່າ: ການເຝິກອົບຮົມທັກ ສະການຂຽນຂ່າວກ່ຽວກັບມໍລະ ດົກແມ່ນເປັນຄັ້ງທຳອິດສຳລັບສື່ ມວນຊົນລາວ ເຊິ່ງເຫັນວ່າມີ ຄວາມສຳຄັນຫຼາຍ ແລະ ໃນ ການເຝິກອົບຮົມໃນຄັ້ງນີ້, ທັງ ເປັນການເປີດໂອກາດໃຫ້ບັນດາ ນັກຂ່າວສື່ມວນຊົນລາວໄດ້ແລກ ປ່ຽນປະສົບການໃນການຂຽນ ຂ່າວຂອງວຽກງານນີ້ກັບບັນດາ ອາຈານທີ່ມີປະສົບການ ເຊິ່ງຈະ ເປັນບົດຮຽນອັນລໍ້າຄ່າໃຫ້ແກ່ສື່ ມວນຊົນລາວ ເພື່ອຈະໄດ້ນຳເອົາ ໄປໝູນໃຊ້ເຂົ້າໃນວຽກງານການ ຂຽນບົດ-ຂ່າວ ກ່ຽວກັບມໍລະດົກ ໃຫ້ນັບມືດີຂຶ້ນເປັນກ້າວໆ. ການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມເຝິກອົບຮົມຂອງ ຄະນະສື່ມວນຊົນລາວ ຢູ່ຫວຽດ ນາມ, ແຕ່ວັນທີ 16-26 ທັນວາ ຄັ້ງນີ້, ນອກຈາກເຂົ້າຮ່ວມເຝິກ ອົບຮົມແລ້ວຍັງຈະໄດ້ເຄື່ອນ ໄຫວຢ້ຽມຢາມສະຖານທີ່ມໍລະ ດົກທາງດ້ານວັດທະນະທຳ, ປະ ຫວັດສາດ, ທຳມະຊາດ ແລະ ຢ້ຽມຢາມພື້ນຖານການຜະລິດຢູ່ ນະຄອນຫຼວງຮ່າໂນ້ຍ, ແຂວງ ກວາງບິ່ງ ແລະ ນະຄອນໂຮ່ຈິມິງ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ