ຫ້ອງພະລາທິການທະຫານແຂວງອັດຕະປື ສະຫຼຸບວຽກງານຮອບດ້ານ ປະຈຳປີ 2020
ເວລາອອກຂ່າວ: 2021-01-12 08:52:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ:
ວັນທີ 30 ທັນວາ 2020
ຜ່ານມານີ້, ຫ້ອງພະລາທິການ ທະຫານ ແຂວງອັດຕະປື, ໄດ້ດຳ ເນີນກອງປະຊຸມສະຫຼຸບວຽກ ງານການຊີ້ນຳ-ບັນຊາ ປະຈຳປີ
2020 ແລະ ວາງທິດທາງແຜນ ການປີ 2021, ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ສະຫາຍ ພັນເອກ
ໂຊກໄຊ ພິມມະລາ ຄະນະປະ
ຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາ
ການທະຫານແຂວງອັດຕະປື,
ມີຄະນະພັກ-ຄະນະບັນຊາ 5
ຫ້ອງ ຕະຫຼອດຮອດພາກສ່ວນ ກ່ຽວຂ້ອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸດທະນູສອນ
ພິລາວົງ ຄະນະພັກກອງບັນຊາ ການ ຮອງຫົວໜ້າຫ້ອງພະລາ ທິການ ທະຫານແຂວງອັດຕະປື ໄດ້ຕີລາຄາການຈັດຕັ້ງປະຕິບັດ ຊີ້ນຳ-ບັນຊາວຽກງານງານຮອບ ດ້ານໃນໄລຍະ 1 ປີຜ່ານມາ, ຄະ
ນະພັກ-ຄະນະບັນຊາ ໄດ້ເອົາໃຈ
ໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ
ພາຍໃນກົມກອງເຊື່ອມຊຶມຕໍ່ ແນວທາງຂອງພັກ-ລັດ, ມະຕິ
ຄຳສັ່ງຂອງຂັ້ນເທິງ ແລະ ຍົກ
ສູງສະຕິລະວັງຕົວ, ຮູ້ຈຳແນກ ມິດ-ສັດຕູຢ່າງຈະແຈ້ງ ແລະ ຕີຕ້ານສະກັດກັ້ນຕໍ່ກົນອຸບາຍ ຂອງກຸ່ມຄົນທີ່ບໍ່ຫວັງດີ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ-ລັດ
ຢ່າງໜັກແໜ້ນ, ຍົກສູງຄວາມ
ຮັບຜິດຊອບ; ຖືສຳຄັນວຽກ
ງານກຽມພ້ອມສູ້ຮົບ ແລະ ກອບ
ກູ້ໄພພິບັດເປັນຕົ້ນ: ໄດ້ຈັດ
ຕັ້ງລະບົບປະຈຳການ 3 ຂັ້ນ
ແລະ ສຸມໃສ່ເນື້ອໃຈຈິດໃຈມະ
ຕິກອງປະຊຸມໃຫຍ່ ຄັ້ງທີ X
ຂອງພັກ, ມະຕິກອງປະຊຸມໃຫຍ່
ຄັ້ງທີ IV ຂອງຄະນະພັກກະ
ຊວງປ້ອງກັນປະເທດປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ເຂົ້າສູ່ຊີວິດຕົວຈິງ. ນອກນີ້, ກົມກອງໄດ້ລົງນາມສັນຍາຊື້
ເຂົ້ານຳບໍລິສັດສະໜອງເຂົ້າ ພາຍໃນແຂວງ, ຕ່າງແຂວງມີ
ຄວາມສະດວກດີ ແລະ ສາມາດ
ຮັບປະກັນໄດ້ 100% ດ້ານ
ເຄື່ອງນຸ່ງຫົ່ມພື້ນຖານແມ່ນຮັບ
ປະກັນຕາມລະບອບອັດຕາ
ແລະ ຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານສາ ມາດສະໜອງໄດ້ 100%. ໃນ
ຊຸມປີຜ່ານມາ, ຍັງໄດ້ຮັບເໝົາ
ໂຄງການກໍ່ສ້າງເຊິ່ງໃຊ້ກຳລັງ ກໍ່ສ້າງເອງ ລວມ 8 ໂຄງການ: ມີມູນຄ່າ 1.755.774.400 ກີບສຳເລັດ 100%.
ໃນກອງປະຊຸມຍັງໄດ້ຈັດຕັ້ງ
ການ ຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີ ເດັ່ນໃຫ້ກົມກອງລວມໝູ່ຂັ້ນກອງ
ບັນຊາການ ແລະ ຂັ້ນຫ້ອງການ
ເມືອງໃນນັ້ນ, ຍ້ອງຍໍກົມກອງ
ລວມ ໝູ່ຂັ້ນກອງບັນຊາການ ມີ 2 ກົມກອງ ລວມມີ 56 ສະຫາຍ, ຍ້ອງຍໍກົມກອງລວມໝູ່ຂັ້ນຫ້ອງ ການເມືອງ ມີ 4 ກົມກອງ ລວມມີ 76 ສະຫາຍ.
ໂດຍ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ