ການປະດັບປະດາເພື່ອຂ່ຳນັບຮັບຕ້ອນກອງປະຸຊມໃຫຍ່ ຄັ້ງທີ XI ຂອງພັກ ເຕັມໄປດ້ວຍສີສັນທີ່ງົດງາມ
ເວລາອອກຂ່າວ: 2021-01-13 09:35:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:
ການຕົບແຕ່ງ ແລະ ປະດັບປະ
ດາຕົວເມືອງດ້ວຍທຸງຊາດ, ທຸງ ພັກ, ທຸງທີວ,ໂຖດອກໄມ້ ແລະ ປ້າຍຄຳຂວັນຕາ່ງໆເພື່ອຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເຊິ່ງຈະໄຂຂຶ້ນຢ່າງ ເປັນທາງການ ໃນລະຫວ່າງວັນ ທີ 13-15 ມັງກອນ 2021 ນີ້, ມາ
ຮອດປັດຈຸບັນດຳເນີນໄປດ້ວຍ ຄວາມຂຸ້ນຂ້ຽວ ແລະ ເປັນລະບຽບ
ຮຽບຮ້ອຍທ່ວງທັນຕາມກຳນົດ
ເວລາໃນຂອບເຂດທົ່ວປະເທດ,
ໂດຍສະເພາະແມ່ນນະຄອນຫຼວງ ວຽງຈັນ, ເຊິ່ງອະນຸກໍາມະການ ດ້ານຕ່າງໆ ໂດຍສະເພາະແມ່ນ
ອະນຸກໍາມະການໂຄສະນາ ແລະ
ປະດັບປະດາຕົວເມືອງໄດ້ເປັນ ເຈົ້າການເອົາໃຈໃສ່ປະຕິບັດໜ້າ
ທີ່ຂອງຕົນດ້ວຍຄວາມຈູບຈ້າວ
ຫ້າວຫັນ ມາຮອດປັດຈຸບັນຢູ່ຕາມ
ຖະໜົນສາຍສຳຄັນ, ຈົນສຳນັກ ງານອົງການຕ່າງໆທັງພາກລັດ-ເອກກະຊົນ, ບໍລິສັດຫ້າງຮ້ານ,
ເຮືອນພັກບຸກຄົນ, ນິຕິບຸກຄົນ
ລ້ວນແຕ່ຖືກປະດັບປະດາໃຫ້
ສວຍສົດງົດງາມ ແລະ ກາຍເປັນ
ຂະບວນການຂອງທົ່ວປວງຊົນ,
ສ້າງໃຫ້ນະຄອນຫຼວງວຽງເຕັມ ໄປດ້ວຍສີສັນ ແລະ ໃບໜ້າອັນ
ໃໝ່ ເພື່ອຕ້ອນຮັບບັນດາຜູ້ແທນທີ່
ເປັນຕົວແທນໃຫ້ສະມາຊິກພັກ
ຈາກທ້ອງຖິ່ນຕ່າງໆເຂົ້າຮ່ວມ
ກອງປະຊຸມຄັ້ງສໍາຄັນນີ້.
ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ເຫດການການເມືອງທີ່ສໍາຄັນໃນ ປະຫວັດສາດຂອງຊາດ, ຂອງພັກ ພວກເຮົາ, ເຊິ່ງຢູ່ໃນໄລຍະການ ສະເຫຼີມສະຫຼອງຜົນງານ 45 ປີທີ່ພວກເຮົາຍາດມາໄດ້ໂດຍ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະ ນຳພາ.
ໂດຍ: ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ