ໂຄງການເກັບກູ້ລະເບີດບໍ່ທັນແຕກແຂວງສາລະວັນມອບວັດຖຸພັນໃຫ້ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2021-01-13 19:56:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1309 | ຄວາມນິຍົມ:
ໃນວັນທີ 9 ມັງກອນ 2021
ໄດ້ມີພິທີມອບ-ຮັບລູກລະເບີດທີ່
ໄດ້ຖອນທາດແຕກຢູ່ໂຄງການ
ເກັບກູ້ລະເບີດແຂວງສາລະວັນ ຕາງໜ້າມອບ ໂດຍທ່ານ ສົມ
ພອນ ດວງພະຈັນ ຮອງຫົວໜ້າ
ໂຄງການເກັບກູ້ລະເບີດປະຈໍາ
ແຂວງສາລະວັນ, ກ່າວຮັບໂດຍ ສະຫາຍ ພັນໂທ ສີສຸມັງ ມີໄຊ ຜົນ ຮອງຫົວໜ້າອໍານວຍການ ຫໍພິພິທະພັນປະຫວັດສາດກອງ ທັບ, ເຊິ່ງວັດຖຸພັນທີ່ມອບໃນຄັ້ງນີ້ປະກອບມີ: 1. ລູກບົມໃຫຍ່ 300 ກວ່າກິໂລ ຈໍານວນ 1 ໜ່ວຍ, 2. ລູກບົມໃຫຍ່ 100 ກວ່າກິໂລ ຈໍາ
ນວນ 1 ໜ່ວຍ, 3. ລູກບົມໃຫຍ່ 150
ກິໂລ ຈໍານວນ 1 ໜ່ວຍ, 4. ວັດຖຸ
ພັນອາວຸດອື່ນໆ ມີຈໍານວນ 14 ໜ່ວຍ ແລະ ມີລູກລະເບີດພິເສດ
ໃຫ້ຕື່ມອີກລູກບົມໃຫຍ່ 1.000 ກິໂລ ຈໍານວນ 1 ໜ່ວຍ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໂຄງ ການເກັບກູ້ລະເບີດປະຈໍາແຂວງ ຄໍາມ່ວນ ໄດ້ມອບບົມບີ 48 ກາບ
ໃຫ້ຫໍພິພິທະພັນປະຫວັດສາດ
ກອງທັບ, ຕາງໜ້າມອບໂດຍສະ ຫາຍ ໄມທອງ ທໍາມະວົງ ຫົວໜ້າ
ໂຄງການເກັບກູ້ລະເບີດປະຈໍາ ແຂວງຄໍາມ່ວນ, ໂອກາດນີ້, ສະ
ຫາຍ ພັນໂທ ສີສຸມັງ ມີໄຊຜົນ ໄດ້ຕາງໜ້າຄະນະພັກ-ຄະນະອຳ
ນວຍການຫໍພິພິທະພັນປະຫວັດ ສາດກອງທັບ ສະແດງຄວາມ
ຂອບໃຈມາຍັງໂຄງການເກັບກູ້ ລະເບີດປະຈໍາຂວງສາລະວັນ
ແລະ ແຂວງຄໍາມ່ວນ ທີ່ໄດ້ນໍາເອົາ
ວັດຖຸພັນດັ່ງກ່າວມອບໃຫ້ໃນ ຄັ້ງນີ້ເປັນການປະກອບສ່ວນສຳ ຄັນເຂົ້າໃນວຽກງານຈັດວາງສະ
ແດງມູນເຊື້ອໃນປະຫວັດສາດ ຂອງຊາດລາວ ກໍຄືກອງທັບ ເພື່ອເຮັດປະຊາຊົນລາວບັນດາ
ເຜົ່າໄດ້ສຶກສາຮໍ່າຮຽນກ່ຽວກັບ ປະຫວັດສາດຂອງຊາດ.
ໂດຍ: ສອນໄຊ ສໍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ