ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນສູງຂອງລາວ
ເວລາອອກຂ່າວ: 2018-12-20 09:13:39 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ໃນໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງ ປະຊຸມປຶກສາຫາລືດ້ານການ ເມືອງຂັ້ນລັດຖະມົນຕີກະຊວງ ການຕ່າງປະເທດ ລາວ-ຫວຽດ ນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ສະຫາຍ ຟ້າມ ບິ່ງ ມິງ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະ ທານປະເທດ, ໃນວັນທີ 19 ທັນວາ 2018. ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຝາກຄວາມຢື້ຢາມຖາມຂ່າວໄປ ຍັງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສສ ຫວຽດນາມ ແລະ ບັນດາສະຫາຍການນຳຫວຽດ ນາມ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການ ຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5, ເຊິ່ງເຫັນວ່າເປັນກົນໄກການຮ່ວມມືທີ່ສໍາຄັນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ເພື່ອເປັນ ການປຶກສາຫາລື, ແລກປ່ຽນຄໍາ ຄິດຄໍາເຫັນ ກໍຄືຕີລາສະພາບການ ໃນພາກພື້ນ ແລະ ສາກົນ ຢ່າງ ທັນການ, ທັງເປັນການປະກອບ ສ່ວນເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນ ຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວມເຊື່ອໝັ້ນວ່າ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຈະສືບຕໍ່ປະ ສານສົມທົບກັນຢ່າງໃກ້ຊິດ ແລະ ຮ່ວມກັບສອງຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ສອງຄະ ນະກຳມະການຮ່ວມມື ເພື່ອເຮັດ ໃຫ້ກອງປະຊຸມສອງກົມການ ເມືອງ ແລະ ກອງປະຊຸມຄັ້ງທີ 41 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕົ້ນປີ 2019 ທີ່ ນະຄອນ ຫຼວງຮ່າໂນ້ຍໃຫ້ປະສົບຜົນສຳ ເລັດຢ່າງຈົບ ງາມ. ໃນໂອກາດດັ່ງ ກ່າວ, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງ ຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການຕະຫຼອດມາ ໂດຍສະ ເພາະເຫດການໄພພິບັດ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ທີ່ຜ່ານມາ, ເຊິ່ງສະແດງເຖິງຄວາມຮັກແພງສາມັກຄີ, ເປັນ ຫ່ວງເປັນໃຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາ ຊົນລາວ ໂດຍສະເພາະຜູ້ຖືກກະ ທົບຈາກໄພພິບັດທາງທໍາມະ ຊາດ. ໃນໂອກາດດຽວກັນ, ສະຫາຍ ຟ້າມ ບິ່ງ ມິງ ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວ ກໍຄືການຮ່ວມມືຂອງສອງກະຊວງການຕ່າງປະເທດ ທີ່ມີໜ້າທີ່ໂດຍກົງ ໃນການຊຸກຍູ້ໃຫ້ແກ່ການຈັດຕັ້ງ ປະຕິບັດການຕົກລົງຂອງການ ນຳສອງປະເທດ ທີ່ໄດ້ຕົກລົງ ຮ່ວມກັນ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ. ໃນວັນດຽວກັນ, ສະຫາຍ ຟ້າມ ບິ່ງ ມິງ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ທີ່ ສະພາແຫ່ງຊາດ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ