ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນປະຖົມບ້ານນາແກ່ວ
ເວລາອອກຂ່າວ: 2021-01-13 19:57:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ໃນທ້າຍເດືອນທັນ ວາ 2020 ຜາ່ນມາ, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງ ແລະ ຊຳ ລະສະສາງທະນາຄານແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ 3 ພາກສ່ວນຄື ທະນາຄານການຄ້າ ຕາ່ງປະເທດລາວມະຫາຊົນ, ບໍລິ ສັດລາວໂມບາຍມັນນີ ຈໍາກັດຜູ້ ດຽວ ແລະ ສະຕາຟິນເທັກຈໍາກັດ ຜູ້ດຽວ ໄດ້ນໍາເອົາເຄື່ອງຮັບໃຊ້ ຫ້ອງການ, ອຸປະກອນການສືກ ສາ, ອຸປະກອນກີລາ ແລະ ເຄື່ອງ ນຸ່ງຫົ່ມຈໍານວນໜຶ່ງໄປມອບໃຫ້ ໂຮງຮຽນປະຖົມບ້ານນາແກ່ວ, ເມືອງທຸລະຄົມ ແຂວງວຽງຈັນ ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບດ້ວຍເຄື່ອງປິນເຕີສີ 1 ເຄື່ອງ, ພັດລົມຕັ້ງໂຕ 3 ໜ່ວຍ, ເຈ້ຍ A4 ຈຳນວນ 4 ແກັດ, ພ້ອມ ດ້ວຍບານເຕະ, ກະຕໍ້, ຊຸດກີລາ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງ. ຕາງໜ້າກ່າວມອບຂອງທ່ານ ສຸລິສັກ ທໍານຸວົງ ແລະ ກ່າວຮັບ ຂອງທ່ານ ສົມຈັນ ພົມມະຈັນ ຜູ້ ອຳນວຍການໂຮງຮຽນປະຖົມ ບ້ານນາແກ່ວ ພ້ອມດ້ວຍຄູ-ອາ ຈານ, ພໍ່ແມ່ປະຊາຊົນ ແລະ ນ້ອງ ນັກຮຽນເຂົ້າຮ່ວມເປັນສັກຂີພະ ຍານ. ໃນໂອກາດນີ້, ຜູ້ອຳນວຍ ການໂຮງຮຽນໄດ້ຕາງໜ້າໃຫ້ ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນທັງໝົດສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງຍິ່ງຕໍ່ ທ່ານ ສຸລິສັກ ທໍານຸວົງ ພ້ອມດ້ວຍຄະນະທີ່ໄດ້ນຳເອົາເຄື່ອງມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະ ນຳໃຊ້ເຂົ້າໃນການຮຽນ-ການ ສອນໃຫ້ເກີດປະໂຫຍດສູງສຸດ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ