ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະມາຄົມທູດຝ່າຍປ້ອງກັນຊາດຕ່າງປະເທດ ປະຈຳ ສປປ ລາວ ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2021-01-15 06:06:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ຄະນະສະມາຄົມທູດຝ່າຍ ປ້ອງກັນຊາດຕ່າງປະເທດ ປະຈໍາ ຢູ່ ສປປ ລາວ ໄດ້ຈັດກິດຈະກໍາບໍ ລິຈາກເລືອດເພື່ອຊ່ວຍເຫຼືອສັງ ຄົມຂຶ້ນໃນວັນທີ 14 ມັງກອນ 2021 ນີ້, ຢູ່ທີ່ສູນບໍລິຈາກເລືອດ ແຫ່ງຊາດ ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ພົນຈັດຕະວາ ຈໍໂຊ ມິນ ທີ່ປຶກສາທູດຝ່າຍປ້ອງກັນ ຊາດແຫ່ງ ສສ ມຽນມາ ຫົວໜ້າ ຄະນະສະມາຄົມທູດຝ່າຍປ້ອງກັນຊາດຕ່າງປະເທດປະຈໍາລາວ, ທ່ານ ດຣ ຄໍາຈັນ ຄໍາມະນີວົງ ຫົວ ໜ້າພະແນກປຸກລະດົມຮັບບໍລິ ຈາກເລືອດຂອງສູນບໍລິຈາກ ເລືອດແຫ່ງຊາດ ອົງການກາແດງ ລາວ ພ້ອມດ້ວຍຄະນະ ແລະ ມີ ພະນັກງານຊ່ວຍວຽກທີ່ກ່ຽວ ຂ້ອງຈຳນວນໜຶ່ງເຂົ້າຮ່ວມ. ການຈັດກິດຈະກໍາບໍລິຈາກ ເລືອດຄັ້ງດັ່ງກ່າວ ເປັນກິດຈະກໍາ ໜຶ່ງທີ່ມີຄວາມສໍາຄັນຢ່າງຍິ່ງຕໍ່ສັງຄົມກໍຄືດ້ານວຽກງານສາ ທາລະນະສຸກ ເຊິ່ງຄະນະສະມາ ຄົມທູດຝ່າຍປ້ອງກັນຊາດ ຕ່າງ ປະເທດປະຈໍາຢູ່ ສປປ ລາວ ໄດ້ຖື ສໍາຄັນວຽກງານດັ່ງກ່າວ ແລະ ຮ່ວມເປັນສ່ວນໜຶ່ງໃນການຮ່ວມ ໃຈກັນປະກອບສ່ວນບໍລິຈາກ ເລືອດເພື່ອຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອຄົນເຈັບທີ່ນອນປິ່ນປົວ ຢູ່ຕາມໂຮງໝໍແຫ່ງຕ່າງໆໃນທົ່ວ ປະເທດ ທັງເປັນການສໍາຮອງ ເລືອດໄວ້ໃນຍາມຈໍາເປັນເພາະ ໃນແຕ່ລະວັນມີຄົນເຈັບທີ່ຕ້ອງ ການເລືອດເປັນຈໍານວນຫຼວງ ຫຼາຍ. ການບໍລິຈາກເລືອດຄັ້ງດັ່ງ ກ່າວນີ້, ໄດ້ມີຜູ້ສະໜັກໃຈບໍລິ ຈາກເລືອດທັງໝົດ 21 ສະຫາຍ. ໃນນີ້, ມີສະມາຄົມທູດຝ່າຍປ້ອງ ກັນຊາດຕ່າງປະເທດ 19 ສະ ຫາຍ, ອີກ 2 ສະຫາຍແມ່ນພະນັກ ງານນັກຮົບກອງທັບປະຊາຊົນ ລາວ. ໂດຍ: ວິຊຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ