ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເນັ້ນໃຫ້ກຳແໜ້ນ 5 ວຽກງານຮີບດ່ວນໃນການພັດທະນາປະເທດຊາດ
ເວລາອອກຂ່າວ: 2021-01-15 06:13:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ໃນທ່າມກາງທີ່ປະເທດຊາດພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍອັນໃຫຍ່ຫລວງ, ສະຫາຍ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດ ລາວ ສະໄໝທີ X ໄດ້ເນັ້ນວ່າ: ພວກເຮົາຕ້ອງກໍາແໜ້ນ 5 ວຽກ ງານອັນຮີບດ່ວນແນໃສ່ເພື່ອຮັບ ປະກັນຕໍ່ການພັດທະນາປະເທດ ຊາດ ໃນຊຸມປີຕໍ່ໜ້າ. ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກປະຊາ ຊົນ ປະຕິວັດລາວ ທີ່ໄຂຂຶ້ນໃນວັນ ທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ໄດ້ເນັ້ນວ່າ: ບັນ ດາວຽກງານຈຸດສຸມຕ້ອງໄດ້ປະຕິບັດຢ່າງຮີບດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ເປັນໜ້າ ທີ່ຈຸດສຸມ ເຊິ່ງອັນສໍາຄັນການ ແກ້ໄຂບັນຫາດັ່ງກ່າວຕ້ອງບົນ ພື້ນຖານການປຸກສະຕິຕື່ນຕົວ ເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະ ບືນຕົວຂຶ້ນສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຂອງຄົນໃນ ຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫຼືອ ແລະ ຄວາມບໍ່ເປັນເຈົ້າການບືນຕົວ ກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນ ຍາຂອງຕົນທີ່ຍັງມີຢູ່ບໍ່ໜ້ອຍໃນ ຖັນແຖວສະມາຊິກພັກ-ພະນັກ ງານ ແລະ ປະຊາຊົນເຮົາ. ຕ້ອງແກ້ໄຂຈຸດອ່ອນ ແລະ ຂໍ້ ຄົງຄ້າງໃນການພັດທະນາເສດ ຖະກິດ-ສັງຄົມ ທີ່ມີລັກສະນະຊໍ້າ ເຮື້ອໃນຜ່ານມາ ໂດຍເລີ່ມແຕ່ບັນ ຫາຈິນຕະນາການດ້ານທິດສະດີ, ຍົກລະດັບຄວາມສາມາດໃນການຮັບຮູ້ສະພາບ ການພາຍໃນ ແລະ ສາກົນ ຈົນເຖິງການຕັດສິນໃຈ ແກ້ບັນຫາດ້ານໂຄງສ້າງເສດຖະ ກິດ, ການປັບປຸງກົນໄກຄຸ້ມຄອງ ລັດ ໃນແຕ່ລະດ້ານ, ແກ້ໄຂບັນ ຫາຫຍໍ້ທໍ້ໃນພັກ ແລະ ໃນສັງຄົມ. ຍຸດທະສາດການພັດທະນາໃນ ອະນາຄົດຂອງປະເທດເຮົາ ຕ້ອງ ຕັ້ງຢູ່ບົນພື້ນຖານການນໍາໃຊ້ຜົນ ສໍາເລັດດ້ານວິທະຍາສາດ, ນະ ວັດຕະກໍາຢ່າງກວ້າງຂວາງ ໂດຍ ຕິດພັນກັບການພັດທະນາຊັບພະ ຍາກອນມະນຸດ ທີ່ມີຄຸນນະພາບ ສູງ ໂດຍສະເພາະໃນຂົງເຂດວິ ສະວະກໍາ. ດ້ວຍເຫດນັ້ນ, ຈຶ່ງມີ ຄວາມຈໍາເປັນຢ່າງຍິ່ງທີ່ຕ້ອງຫັນ ປ່ຽນຢ່າງແຂງແຮງຈາກສະພາ ວະທີ່ເປັນຢູ່ໃນປັດຈຸບັນ ໂດຍຕິດ ພັນກັບການປັບປຸງບັນດາແຜນ ນະໂຍບາຍອັນເປັນພື້ນຖານກ່ຽວ ກັບການພັດທະນາຢ່າງເປັນລະ ບົບ, ຖືການຄົ້ນຄວ້າ, ເຜີຍແຜ່ ແລະ ນໍາ ໃຊ້ຜົນສໍາເລັດດ້ານວິທະ ຍາສາດ-ເຕັກໂນໂລຊີ ແລະ ນະ ວັດຕະກໍາອັນເໝາະສົມເປັນມາດ ຕະຖານ ແລະ ເງື່ອນໄຂທີ່ຂາດບໍ່ ໄດ້ໃນການກໍານົດແຜນຍຸດທະ ສາດພັດທະນາໃນຊຸມປີຕໍ່ໜ້າ, ເຮັດໃຫ້ປັດໄຈແຫ່ງສະຕິປັນຍາ ເຊິ່ງປະກອບດ້ວຍຄວາມຮູ້ພື້ນ ຖານ, ຫົວຄິດປະດິດສ້າງ, ຄວາມຊໍານິຊໍານານງານ ແລະ ການອຸທິດຕົນເພື່ອສັງຄົມ ແລະ ປະເທດຊາດຂອງຄົນລາວ. ຕ້ອງຍົກລະດັບຄວາມເປັນ ເຈົ້າການເຂົ້າຮ່ວມການຕໍ່ສູ້ເພື່ອ ສັນຕິພາບ, ຄວາມໝັ້ນຄົງ, ການ ຮັບມືກັບໂລກລະບາດ, ການປ່ຽນ ແປງດິນຟ້າອາກາດ ແລະ ການ ແກ້ໄຂບັນຫາອາດຊະຍາກໍາຂ້າມ ຊາດຄຽງຄູ່ ກັບການຮັບປະກັນ ເອກະລາດ, ອໍານາດອະທິປະໄຕ, ລະບອບການ ເມືອງຂອງປະເທດ ຊາດ; ຕ້ອງຮັບປະກັນການສົມທົບ ລະຫວ່າງການເພີ່ມທະວີຮັດແໜ້ນ ມິດຕະພາບ ແລະ ການຮ່ວມມື ກັບບັນດາປະເທດ ເພື່ອນມິດຍຸດ ທະສາດກັບການສືບຕໍ່ປະຕິບັດ ທິດການເຊື່ອມຈອດ ແລະ ເຊື່ອມ ໂຍງສາກົນ, ສ້າງເງື່ອນໄຂຍາດແຍ່ງດຶງດູດກໍາລັງແຮງດ້ານທຶນຮອນ, ເຕັກໂນໂລຊີ, ນະວັດຕະກໍາ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍ ຄວາມອາດສາມາດບົ່ມຊ້ອນ ແລະ ກໍາລັງແຮງຂອງຊາດ. ຕ້ອງເປັນ ເຈົ້າການຕື່ມອີກໃນການ ຍົກລະ ດັບຄວາມພ້ອມເພື່ອຮັບມືແກ້ໄຂ ຄວາມຫຍຸ້ງຍາກ ແລະ ຜ່ານຜ່າ ສິ່ງທ້າທາຍຕໍ່ສະພາບການແຜ່ ລະບາດຂອງ ພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ເກີດມີການປ່ຽນ ແປງຄັ້ງໃຫຍ່ຫຼວງ ແລະ ເລິກເຊິ່ງ ທາງດ້ານເສດຖະກິດ ແລະ ສັງ ຄົມ ທັງໃນລະດັບໂລກ ແລະ ລະ ດັບປະເທດ. ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ກ່າວຕື່ມວ່າ: ທັງໝົດທີ່ກ່າວມານັ້ນ, ແມ່ນບັນ ຫາທີ່ຕັ້ງຂຶ້ນຈາກສະພາວະຄວາມ ເປັນຈິງຢູ່ພາຍໃນປະເທດ ແລະ ບັນດາປັດໄຈຂອງຍຸກສະໄໝ ທີ່ມີ ຜົນກະທົບໂດຍກົງຕໍ່ປະເທດເຮົາ ເຊິ່ງມີຄວາມຈໍາເປັນຕ້ອງສ້າງໃຫ້ ມີການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການ ພັດທະນາເສດຖະກິດ-ສັງຄົມ ກໍ ຄືໃນການປັບປຸງປົວ ແປງພາຍໃນ ພັກ ແລະ ລະບົບການເມືອງປະຊາ ທິປະໄຕປະຊາຊົນ. ຖ້າບໍ່ດັ່ງນັ້ນ ພວກເຮົາຈະບໍ່ສາມາດເສີມຂະ ຫຍາຍໄດ້ທ່າແຮງບົ່ມ ຊ້ອນດ້ານ ຊັບພະຍາກອນທໍາມະຊາດ, ຊັບ ພະຍາກອນບຸກຄົນ, ທຶນຮອນ ແລະ ສະຕິປັນຍາຂອງທົ່ວສັງ ຄົມກໍຄືກໍາລັງແຮງຂອງຍຸກສະ ໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ