ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກອງບັນຊາການທະຫານແຂວງສາລະວັນເຄື່ອນໄຫວອວຍພອນພະນັກງານອາວຸໂສບຳນານ
ເວລາອອກຂ່າວ: 2021-01-15 09:17:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 322 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2021 ນີ້, ຄະນະພັກກອງບັນຊາການ ທະຫານແຂວງສາລະວັນ, ນຳ ໂດຍສະຫາຍ ພັນໂທ ສຸດໃຈ ແສນຄຳບົວທອນ ຄະນະພັກ ກອງບັນຊາການ ຫົວໜ້າຫ້ອງ ເສນາທີການ ທະຫານແຂວງສາ ລະວັນ ແລະ ສະຫາຍ ພັນໂທ ຫຸມພັນ ທັກຂີນ ຄະນະພັກກອງ ບັນຊາການ ຮອງຫົວໜ້າຫ້ອງ ການເມືອງ ພ້ອມດ້ວຍພະນັກ ງານອົງການ 5 ຫ້ອງອ້ອມຂ້າງ ກອງບັນຊາການທະຫານແຂວງ ສາລະວັນ ໄດ້ນຳເອົາກະຕ່າຂອງ ຂວັນ ແລະ ເງິນສົດຈຳນວນໜຶ່ງ ເຂົ້າອວຍພອນ ສະຫາຍ ພັນໂທ ສີຟອງ ຫວນພະວົງ ພະນັກງານ ອາວຸໂສບຳນານ ອະດີດຫົວໜ້າ ຫ້ອງເສນາທິການ ທະຫານແຂວງ ສາລະວັນ ເນື່ອງໃນໂອກາດສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 72 ປີ ທີ່ຈະມາເຖິງໃນມໍ່ໆນີ້. ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້, ສະຫາຍ ພັນໂທ ສຸດໃຈ ແສນຄຳ ບົວທອນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບ ທົ່ວ ກອງບັນຊາການທະຫານແຂວງ ສາລະວັນ ກໍຄືໃນນາມສ່ວນຕົວ ສະແດງຄຳອວຍພອນໄຊອັນປະ ເສີດດ້ວຍຄວາມເຄົາລົບນັບຖືຮັກ ແພງ ແລະ ສະແດງຄວາມຮູ້ບຸນ ຄຸນຕໍ່ ສະຫາຍ ພັນໂທ ສີຟອງ ຫວນພະວົງ ພະນັກງານອາວຸໂສ ບຳນານທີ່ມີຄຸນງາມຄວາມດີ ປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ ຊາດ ເວົ້າລວມ, ເວົ້າສະເພາະ ແມ່ນປະກອບສ່ວນເຂົ້າໃນການ ກໍ່ສ້າງປັບປຸງກົມກອງໃນກຳ ລັງປະກອບອາວຸດທ້ອງຖິ່ນທະ ຫານແຂວງສາລະວັນ ຕະຫຼອດ ໄລຍະທີ່ຜ່ານມາ ແລະ ອວຍພອນ ໄຊໃຫ້ສະຫາຍ ພ້ອມດ້ວຍຄອບ ຄົວ ຈົ່ງມີຄວາມຜາສຸກ, ມີພາລະ ນາໄມສົມບູນ, ສຸຂະພາບແຂງ ແຮງດີ, ມີຜົນສໍາເລັດໃນໜ້າ ທີ່ການງານອັນມີກຽດສະຫງ່າ, ສືບຕໍ່ໃຫ້ທິດຊີ້ນຳແກ່ກຳລັງປະ ກອບອາວຸດທ້ອງຖິ່ນທະຫານ ແຂວງສາລະວັນໃຫ້ມີຄວາມ ເຂັ້ມແຂງຂຶ້ນເທື່ອລະກ້າວ. ພ້ອມນີ້, ສະຫາຍ ພັນໂທ ສີຟອງ ຫວນພະວົງ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານແຂວງສາລະວັນ ເຊິ່ງຍາມ ໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອເບິ່ງ ແຍງຢ້ຽມຢາມຖາມຂ່າວຕະ ຫຼອດມາ ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງສາ ລະວັນ ກໍຄືພະນັກງານຫຼັກແຫຼ່ງ ສືບຕໍ່ເຮັດວຽກງານສຶກອົບຮົມ ການເມືອງ-ນຳພາແນວຄິດໃຫ້ດີ, ເສີມຂະຫຍາຍບົດບາດການນຳ ພາຂອງພັກ, ຂອງກອງທັບໃຫ້ສູງ ຂຶ້ນ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ຫັນລົງກໍ່ສ້າງຮາກ ຖານການເມືອງໃຫ້ແໜ້ນກັບຮາກ ຖານປະຊາຊົນ, ຮັບປະກັນໄດ້ ຄວາມສະຫງົບປອດໄພ, ຕ້ານສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນຢູ່ໃນຖັນແຖວກຳລັງ ປະກອບອາວຸດທ້ອງຖິ່ນໃຫ້ໝົດ ໄປ. ໂດຍ: ພອນມະນີ ລັດສະໝີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ