ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງສິບສອງພັນນາ ສປ ຈີນ ທະຫານແຂວງຫຼວງນ້ຳທາ ເພີ່ມທະວີວຽກງານປ້ອງກັນຊາຍແດນ
ເວລາອອກຂ່າວ: 2018-12-20 09:25:40 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 139591054 | ຄວາມນິຍົມ:



ກອງປະຊຸມພົບປະແລກ ປ່ຽນບົດຮຽນວຽກງານປ້ອງກັນ ຊາຍແດນປະຈໍາກິ່ງແຂວງສິບ ສອງພັນນາແຫ່ງ ສປ ຈີນ ກັບ ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ສປປ ລາວ ໄດ້ຈັດ ຂຶ້ນຢູ່ທີ່ໂຮງແຮມ ເຫີຈ້ຽນ ເມືອງ ຫຼ້າ ສປຈີນ ໃນວັນທີ 12 ທັນວາ 2018 ນີ້ ຝ່າຍຈີນນໍາໂດຍທ່ານ ພັນເອກ ພິເສດ ເຢ້ຈ້ຽນຊີນ ຫົວ ໜ້າກອງບັນຊາການທະຫານ ປ້ອງກັນຊາຍແດນກິ່ງ ແຂວງ ສິບສອງພັນນາ ແລະ ຝ່າຍລາວ ນໍາໂດຍທ່ານ ພັນໂທ ຄໍາຄຽນ ປຸຍກໍາມະລາດ ຄະນະປະຈໍາພັກ ກອງບັນຊາການ, ຫົວໜ້າຫ້ອງ ເສນາທິການທະຫານແຂວງ ຫຼວງນໍ້າທາ, ມີພະນັກງານວິຊາ ການທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມທັງສອງຝ່າຍກໍ ໄດ້ຜັດປ່ຽນກັນຂຶ້ນລາຍງານ ສະພາບການເກີດຂຶ້ນຕາມຂອບ ເຂດຄວາມຮັບຜິດຊອບລຽບ ຕາມບໍລິເວນຊາຍແດນ ສັງ ຮວມແລ້ວເຫັນວ່າຍັງມີຄວາມ ສະຫງົບໂດຍພື້ນຖານ, ປະຊາ ຊົນໄປມາຫາສູ່ກັນຢ່າງສະດວກ ສະບາຍ, ການຄ້າຂາຍຢູ່ຕາມ ບໍລິເວນຊາຍແດນລະຫວ່າງປະ ເທດນັບມື້ນັບເພີ່ມຂຶ້ນ, ເສດຖະ ກິດສັງຄົມໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ພ້ອມນັ້ນທັງສອງ ຝ່າຍຍັງຈະໄດ້ພ້ອມກັນສືບຕໍ່ລົງ ກວດກາຫຼັກໝາຍ, ລົງສຶກສາ ອົບຮົມພໍ່ແມ່ປະຊາຊົນບໍລິເວນ ຊາຍແດນເຊື່ອມຊຶມ ແລະ ເຂົ້າ ໃຈຕໍ່ກົດໝາຍຊາຍແດນລະ ຫວ່າງຊາດ, ພ້ອມກັນແກ້ໄຂ ຫຼາຍປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ບໍລິເວນລຽບຕາມຊາຍແດນເປັນຕົ້ນການຄ້າຂາຍເຖື່ອນ, ຄ້າຂາຍ ຢາເສບຕິດ, ຄົນເຂົ້າ-ອອກ ເມືອງຜິດກົດໝາຍ, ການລັກ ລອບຕັດໄມ້ເຖື່ອນຕາມບໍລິເວນ ຊາຍແດນ, ການຄ້າມະນຸດ ແລະ ອື່ນໆ. ເພື່ອເຮັດໃຫ້ບໍລິເວນຊາຍ ແດນລະຫວ່າງປະເທດມີຄວາມ ສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ. ທັງນີ້ກໍເພື່ອເປັນການປະຕິ ບັດຕາມການຮ່ວມມືພົບປະແລກ ປ່ຽນບົດຮຽນວຽກງານຄຸ້ມຄອງ ຊາຍແດນ ແລະ ທັງເປັນການ ຜູກແໜ້ນຄວາມສາມັກຄີລະ ຫວ່າງປະເທດ ເວົ້າລວມ, ເວົ້າ ສະເພາະກໍແມ່ນກອງບັນຊາ ການທະຫານປ້ອງກັນຊາຍ ແດນກິ່ງ ແຂວງສິບສອງພັນ ສປ ຈີນ ກັບກອງບັນຊາການທະ ຫານແຂວງຫຼວງນໍ້າທາ ສປປ ລາວ ເພື່ອພ້ອມກັນແກ້ໄຂບັນ ດາປາກົດການຫຍໍ້ທໍ້ທີ່ຈະເກີດ ຂຶ້ນຕາມບໍລິເວນລຽບຕາມຊາຍ ແດນທາງບົກໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍປະຊາຊົນມີ ການໄປມາຫາສູ່ ແລະ ຄ້າຂາຍ ມີຄວາມສະຫງົບ ແລະ ປອດໄພ ໂດຍພື້ນຖານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ