ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຖະແຫຼງຂ່າວຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ຫົວໜ້າກອງເລຂາກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-01-19 09:06:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ນັກຂ່າວ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດທີ່ ຮັກແພງທັງຫຼາຍ ຄືຮູ້ແລ້ວວ່າ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກປະຊາ ຊົນປະຕິວັດລາວ ໄດ້ດຳເນີນມາ ແຕ່ວັນທີ 13 ຮອດວັນທີ 15 ມັງກອນ 2021 ທີ່ນະຄອນຫຼວງ ວຽງຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມ ໃຫຍ່ ຄັ້ງທີ XI ແມ່ນເຫດການ ທາງດ້ານການເມືອງສັງຄົມອັນ ສຳຄັນຍິ່ງຂອງພັກ ປະຊາຊົນປະ ຕິວັດລາວ ກໍຄືຂອງປະເທດສາທາ ລະນະລັດ ປະຊາ ທິປະໄຕປະຊາ ດຳເນີນຢ່າງຖືກຕ້ອງຕາມກົດ ລະບຽບຂອງພັກ ພາຍໃຕ້ບັນ ຍາກາດຟົດຟື້ນສ້າງສັນ, ເອົາການ ເອົາງານ, ມີຄວາມຮັບຜິດຊອບ ສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນ ສຳເລັດອັນຈົບງາມທີ່ໜ້າຊື່ນຊົມ ຍິນດີ. ເຂົ້າຮ່ວມໃນກອງປະຊຸມ ໃຫຍ່ຄັ້ງນີ້ ມີຜູ້ແທນທັງໝົດ 768 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ ສະມາຊິກພັກ ທັງໝົດ 348.686 ສະຫາຍ ຈາກທົ່ວປະເທດ. ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແມ່ນກອງປະຊຸມແຫ່ງ ການສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ ເຊິ່ງໄດ້ດໍາເນີນພາຍໃຕ້ຄຳຂວັນ ຫຼືຫົວຂໍ້ໃຫຍ່: “ຍົກສູງຄວາມ ສາມາດນຳພາຂອງພັກ, ເພີ່ມທະ ວີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນໃນຊາດ, ຮັບປະ ກັນສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາເສດຖະກິດ-ສັງ ຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງ ແຮງ, ຍົກຄຸນນະພາບຊີວິດຂອງ ປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນຳ ປະເທດຊາດພົ້ນຈາກສະຖານະ ດ້ອຍພັດທະນາ ແລະ ກ້າວເດີນສູ່ ຈຸດໝາຍສັງຄົມນິຍົມ”. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ກອງປະຊຸມໃຫຍ່ແຫ່ງຄວາມສາ ມັກຄີເປັນເອກະພາບສູງ; ແມ່ນ ກອງປະຊຸມໃຫຍ່ແຫ່ງໄຊຊະນະ; ແມ່ນກອງປະຊຸມໃຫຍ່ແຫ່ງການ ເສີມຂະຫຍາຍມານະຈິດປະຕິວັດ; ນີ້ແມ່ນກອງປະຊຸມໃຫຍ່ແຫ່ງ ຄວາມເຊື່ອໝັ້ນຕໍ່ການສືບຕໍ່ນໍາ ພາປະເທດຊາດກ້າວຂຶ້ນ. ທົ່ວ ພັກ ແລະ ທົ່ວປວງຊົນລາວ ຕ່າງ ກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍ ບັນຍາກາດອັນຟົດຟື້ນຕໍ່ຜົນສຳ ເລັດຂອງກອງປະຊຸມໃຫຍ່ຄັ້ງນີ້. ກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ປະຕິບັດໜ້າທີ່ຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກແລະ ດໍາເນີນຢ່າງຖືກຕ້ອງ, ຮັດກຸມ ຕາມລະບຽບວາລະທີ່ວາງໄວ້ ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງ ເອົາບັນຫາສຳຄັນຂອງພັກ ກໍຄື ຂອງປະເທດຊາດ ດັ່ງນີ້: ວາລະທີໜຶ່ງ, ສະຫາຍ ເລ ຂາທິການໃຫຍ່ ບຸນຍັງ ວໍລະ ຈິດ ໄດ້ຕາງໜ້າໃຫ້ຄະນະບໍລິ ຫານງານສູນກາງພັກ ສະໄໝທີ X ສະເໜີລາຍງານການເມືອງຕໍ່ ກອງປະຊຸມໃຫຍ່ ຄັ້ງທີ XI ແລະ ໃນວາລະດຽວກັນນັ້ນ ສະຫາຍ ທອງລຸນ ສີສຸລິດ, ກໍາມະການ ກົມການເມືອງສູນກາງພັກ, ນາ ຍົກລັດຖະມົນຕີ ກໍໄດ້ສະເໜີຮ່າງ ແຜນພັດທະນາເສດ ຖະກິດສັງຄົມ 5 ປີຄັ້ງທີ 9 (2020-2025) ເຊິ່ງເປັນແຜນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງລາຍງານການເມືອງ; ພ້ອມ ນັ້ນ ກໍໄດ້ພິຈາລະນາກ່ຽວກັບ ການປັບປຸງກົດລະບຽບຂອງ ພັກທີ່ສະເໜີໂດຍ ສະຫາຍ ບຸນ ທອງ ຈິດມະນີ, ກໍາມະການກົມ ການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ປະທານກວດ ກາສູນກາງພັກ. ຜູ້ແທນກອງປະຊຸມໃຫຍ່ໄດ້ ຄົ້ນຄວ້າ, ພິຈາລະນາ ແລະ ລົງມະ ຕິ ຮັບຮອງເອົາທັງໝົດທຸກບັນຫາ ທີ່ຍົກຂຶ້ນ ຢ່າງເປັນເອກະສັນ. ວາລະທີສອງ, ແມ່ນການ ສຳຫຼວດການນຳພາ ລວມຂອງ ຄະນະບໍລິຫານງານສູນກາງພັກ ສະໄໝ ທີ X, ຈາກນັ້ນ, ຜູ້ແທນກອງ ປະຊຸມໃຫຍ່ ກໍໄດ້ເສີມຂະຫຍາຍ ມູນເຊື້ອສາມັກຄີ ແລະ ຍົກສູງ ສິດປະຊາທິປະໄຕ ພາຍໃນພັກ ດຳເນີນການເລືອກຕັ້ງເອົາຄະ ນະບໍລິຫານງານສູນກາງພັກ ສະ ໄໝທີ XI (ທັງກໍາມະການສົມ ບູນ ແລະ ກໍາມະການສໍາຮອງ) ເພື່ອສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນ ທຸງນໍາໜ້າໃນການແບກຫາບ ພາໜ້າທີ່ ໃນການນໍາພາ-ຊີ້ນໍາ ພາລະກິດປະຕິວັດ ຂອງພັກເຮົາ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາ ກ້າວເດີນຢ່າງບໍ່ຢຸດຢັ້ງ ສູ່ຈຸດໝາຍສັງຄົມນິຍົມ. ຂ້າພະເຈົ້າ ຂໍສັງລວມຄືນ ໝາກຜົນຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບາງບັນຫາ ໂດຍຫຍໍ້ດັ່ງນີ້: 1. ກອງປະຊຸມໃຫຍ່ ໄດ້ຕີ ລາຄາການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ປະເມີນຜົນກວມລວມການ ສ້າງບັນດາປະຖົມປັດໄຈໃຫ້ແກ່ ການກ້າວເດີນສູ່ສັງຄົມນິຍົມ. ກອງປະຊຸມໃຫຍ່ ໄດ້ສະຫຼຸບຕີ ລາຄາຢ່າງພາວະວິໄສ ແລະ ກົງ ໄປກົງມາວ່າໃນຊຸມປີຜ່ານມາ ສະພາບການຢູ່ສາກົນ ແລະ ພາຍ ໃນປະເທດ ເຖິງວ່າໄດ້ມີການຜັນ ແປຕະຫຼອດເວລາ ແລະ ທະວີ ຄວາມສັບສົນ, ສະຫຼັບສັບຊ້ອນ ຢ່າງຕໍ່ເນື່ອງ ທັງສົ່ງຜົນກະທົບ ກວ້າງຂວາງ ແລະ ໂດຍກົງຕໍ່ການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກ ແຕ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາ ອັນມີສະ ຫາຍ ບຸນຍັງ ວໍລະຈິດ, ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ເປັນຜູ້ນຳໜ້າໄດ້ເຊີດ ຊູມານະຈິດປະຕິວັດ, ບຸກບືນສູ້ ຊົນຜ່ານຜ່າຄວາມຫຍຸ້ງຍາກ ຕ່າງໆສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນສຳຄັນຫຼາຍ ປະການທີ່ໜ້າພາກພູມໃຈ, ສາ ມາດຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ຄວາມ ເປັນເອກະລາດ, ອໍານາດອະທິ ປະໄຕ ແລະລະບອບໃໝ່ ໄດ້ຮັບ ການປົກປ້ອງ ແລະ ປັບປຸງໃຫ້ ເຂັ້ມແຂງຍິ່ງຂຶ້ນ. ການສ້າງ 9 ປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ທີ່ພັກວາງອອກ ເຊິ່ງແມ່ນເນື້ອ ໃນພື້ນຖານ ຂອງການສ້າງ ແລະ ບູ ລະນະລະບອບປະຊາທິປະໄຕປະ ຊ າຊົນ ເປັນ ຕົ້ນການສ້າງບັນດາ ປັດໄຈດ້ານການເມືອງ, ເສດຖະ ກິດ, ວັດທະນະທໍາ-ສັງຄົມ, ຊັບພະ ຍາກອນມະນຸດ, ພື້ນຖານວັດຖຸ ເຕັກນິກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ໄດ້ ເລີ່ມຈາກການເສີມຂະຫຍາຍບັນ ດາໜໍ່ແໜ່ງໃນເບື້ອງຕົ້ນ, ພັດທະ ນາໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ, ຜ່ານຫຼາຍໄລຍະ ແລະ ຫຼາຍບາດ ກ້າວກາຍເປັນອົງປະກອບພື້ນ ຖານທີ່ຮັບປະກັນໃຫ້ແກ່ການ ກໍ່ຕົວ ແລະ ຂະຫຍາຍຕົວ ຂອງ ຮູບຖານເສດຖະກິດ-ສັງຄົມ ພວມໄດ້ຮັບການຈັດຕັ້ງປະຕິ ບັດຢ່າງແຂງແຮງ ແລະ ມີພື້ນ ຖານເຮັດໃຫ້ພາລະກິດປະຕິວັດ ຢູ່ປະເທດເຮົາສືບຕໍ່ກ້າວເດີນ ຕາມເສັ້ນທາງ ແລະ ຈຸດໝາຍສັງ ຄົມນິຍົມ ຢ່າງໜັກແໜ້ນ. ຢືນບົນຈິດໃຈກ້າຫານເບິ່ງ ບັນຫາ, ກ້າຫານຮັບເອົາຄວາມ ເປັນຈິງ ແລະ ກ້າປ່ຽນແປງຕົນ ເອງນັ້ນ ກອງປະຊຸມໃຫຍ່ໄດ້ຊີ້ໃຫ້ ເຫັນບັນຫາຄົງຄ້າງຕົ້ນຕໍຈໍານວນໜຶ່ງຂອງພັກ, ຂອງປະເທດຊາດ ໃນນັ້ນ ອັນສໍາຄັນຕົ້ນຕໍແມ່ນ: 1. ຄວາມສາມາດໃນການຄົ້ນ ຄວ້າປະດິດສ້າງຈາກພຶດຕິກໍາ ເພື່ອ ເປັນພື້ນຖານແກ່ການຊີ້ນໍາ ແກ້ບັນຫາຕົວຈິງ ຂອງພັກເຮົາ ຍັງຈໍາກັດ. 2. ພື້ນຖານເສດຖະກິດແຫ່ງຊາດ ບໍ່ທັນເຂັ້ມແຂງ ແລະ ເປັນເຈົ້າຕົນ ເອງ. 3. ບັນຫາຫຍໍ້ທໍ້ຕ່າງໆ ພາຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ໃນສັງຄົມ ຍັງບໍ່ທັນໄດ້ຮັບ ການແກ້ໄຂ ແລະ ບໍ່ທັນສ້າງການ ຫັນປ່ຽນໃໝ່ທີ່ຈະແຈ້ງ. ບົນພື້ນຖານການຕີລາຄາ ສະພາບຜ່ານມາດັ່ງກ່າວ, ພັກເຮົາ ໄດ້ສະຫຼຸບສັງລວມ ແລະ ຖອດ ໄດ້ບົດຮຽນໃຫຍ່ 4 ປະການ ເພື່ອ ເປັນບ່ອນອີງສໍາຄັນໃນການນໍາ ພາ ແລະ ປັບປຸງຕົນເອງ. ພ້ອມນັ້ນ ກໍໄດ້ວາງທິດທາງ, ຄາດໝາຍໃຫຍ່ ໃນຊຸມປີຕໍ່ໜ້ານີ້ ດ້ວຍການຍຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍ ແລະ ດ້ວຍຄວາມຈົງ ຮັກພັກດີຕໍ່ອຸດົມການ ແລະ ວັດຖຸ ປະສົງອັນສູງສົ່ງຂອງພາລະກິດ ປະຕິວັດ ໃນການນໍາພາປະເທດ ຊາດກ້າວເດີນສູ່ຈຸດໝາຍສັງຄົມ ນິຍົມນັ້ນແມ່ນ ການສືບຕໍ່ນໍາພາບູ ລະນະລະບອບ ປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນໂດຍ ຖືເອົາການເຄົາລົບ ແລະ ເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາ ຊົນ, ອີງໃສ່ກໍາລັງແຮງຂອງ ປະ ຊາຊົນ ເພື່ອປະຕິບັດ ແລະ ຖື ການນໍາເອົາຜົນປະໂຫຍດ ແລະ ຄວາມສົມບູນພູນສຸກມາໃຫ້ປະ ຊາຊົນ ເປັນເປົ້າໝາຍສູງສຸດໃນ ທຸກການເຄື່ອນໄຫວຂອງພັກ ແລະ ລັດເຮົາ. ທິດທາງຕົ້ນຕໍ ທັງເປັນເປົ້າ ໝາຍໃຈກາງຂອງການບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ແມ່ນຖືເອົາວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ ແລະ ຕ້ອງ ປະຕິບັດຢ່າງເປັນປະຈໍາ; ການ ພັດທະນາເສດຖະກິດ ລວມທັງ ການແກ້ໄຂຄວາມຫຍຸ້ງຍາກດ້ານ ການເງິນ ແລະ ບັນຫາໜີ້ສິນເປັນ ໜ້າທີ່ໃຈກາງ; ການພັດທະນາຊັບ ພະຍາກອນມະນຸດ ແລະ ສະໜອງ ແຮງງານມີສີມືໃຫ້ແກ່ບັນດາ ໂຄງການພັດທະນາ ໃນຂົງເຂດ ຕ່າງໆ ເປັນໜ້າທີ່ແຖວໜ້າ; ການ ປັບປຸງຄຸນນະພາບຂອງວຽກ ງານພັກ-ພະນັກງານ ເປັນອັນຕັດ ສິນຕໍ່ພາລະກິດປົກປັກຮັກສາ ແລະ ການປະຕິບັດຍຸດທະສາດ ພັດທະນາປະເທດຊາດ. ທິດທາງ ຕົ້ນຕໍ ແລະ ເປົ້າໝາຍໃຈກາງ ດັ່ງກ່າວ ຕ້ອງໄປພ້ອມກັບການ ບູລະນະລະບົບການເມືອງທີ່ພັກ ເປັນແກນນໍາ ໃຫ້ມີຄວາມເຂັ້ມ ແຂງ, ຮັບປະກັນໃຫ້ການເມືອງ ມີສະຖຽນລະພາບຢ່າງໜັກ ແໜ້ນ, ຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງຊາດໄດ້ ຮັບການພັດທະນາເປັນບັນດາຂະ ແໜງຜະລິດ ແລະ ບໍລິການປາຍ ແຫຼມຕິດພັນກັບຫັນ ເປັນອຸດສາ ຫະກໍາ ແລະທັນສະໄໝ, ຮັບປະ ກັນການພັດທະນາຕາມທິດຄຸນ ນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ; ພື້ນຖານ ແລະ ລະດັບ ການພັດທະນາດ້ານວັດທະນະ ທໍາ- ສັງຄົມ ມີລັກສະນະສົມສ່ວນ ກົມກຽວ, ສະເໝີພາບ, ຍຸຕິທໍາ ແລະ ສິວິໄລ; ປະຊາຊົນມີຄຸນນະ ພາບຊີວິດທີ່ສູງຂຶ້ນ, ປະເທດຊາດ ພົ້ນຈາກສະຖານະພາບດ້ອຍພັດ ທະນາຢ່າງໜັກແໜ້ນ. ທັງໝົດ ນັ້ນແນໃສ່ເຮັດໃຫ້ບັນດາປະຖົມ ປັດໄຈໃຫ້ແກ່ການກ້າວຂຶ້ນສັງ ຄົມນິຍົມທີ່ມີໃນປັດຈຸບັນ ໄດ້ ຮັບການປັບປຸງ, ຍົກລະດັບຢ່າງ ຕໍ່ເນື່ອງ ແລະ ສາມາດກາຍເປັນ ອົງປະກອບພື້ນຖານໃຫ້ແກ່ການ ກໍ່ຕົວ ແລະ ຂະຫຍາຍຕົວຂອງ ຮູບຖານເສດຖະກິດ-ສັງຄົມ ສັງ ຄົມນິຍົມໄລຍະຕົ້ນ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກອງປະຊຸມໄດ້ເປັນເອກະພາບ ກັນຮັບຮອງເອົາ 8 ແຜນນະໂຍ ບາຍໃຫຍ່ເຂົ້າໃນທຸກຂົງເຂດ ວຽກງານ. ຈາກນັ້ນກໍໄດ້ຫັນ ເປັນອັນລະອຽດຢູ່ໃນແຜນພັດ ທະນາເສດຖະກິດ-ສັງຄົມ ສະ ບັບທີ 9 ເຊິ່ງໄດ້ເລັ່ງໃສ່ການ ພັດທະນາໄປສູ່ຄຸນນະພາບ, ມີຈຸດ ສຸມ, ຍືນ ຍົງ ແລະ ສີຂຽວໂດຍ ກໍານົດ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະ ໂຄງການ ບູລິມະສິດຈໍານວນໜຶ່ງ. ກ່ຽວກັບການປັບປຸງກົດ ລະບຽບພັກ: ກົດລະບຽບພັກ ແມ່ນທໍາມະນູນ, ແມ່ນການຈັດ ຕັ້ງພື້ນຖານຂອງພັກ ເພື່ອຊີ້ນໍາ ວຽກງານກໍ່ສ້າງພັກ ໃຫ້ມີຄວາມ ເປັນເອກະພາບ, ທັງສອດຄ່ອງ ກັບຈຸດພິເສດ ແລະ ລັກສະນະ ຂອງການປະຕິວັດຢູ່ປະເທດເຮົາ, ຮັບປະກັນໃຫ້ພັກເຮົາ ມີຄວາມ ເຂັ້ມງວດ, ຮັດກຸມດ້ານການຄຸ້ມ ຄອງ, ລະບຽບວິໄນແນໃສ່ເຮັດ ໃຫ້ພັກເຮົາ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເປັນ ກອງນໍາໜ້າການເມືອງຂອງຊົນ ຊັ້ນກໍາມະກອນ ແລະ ຂອງລະ ບອບປະຊາທິປະໄຕປະຊາຊົນ. ໃນເທື່ອນີ້ ຍັງເຫັນວ່າ ເນື້ອ ໃນກົດລະບຽບພັກ ສ່ວນໃຫຍ່ ແມ່ນຍັງຖືກຕ້ອງ, ສອດ ຄ່ອງ, ມີແຕ່ປັບປຸງຕື່ມຈໍານວນໜຶ່ງທໍ່ ນັ້ນ, ບັນຫາທີ່ສໍາຄັນແມ່ນການ ເນັ້ນຄຸນນະພາບການຂະຫຍາຍ ສະມາຊິກພັກ, ການເຝິກຝົນຫຼໍ່ຫຼອມຂອງຖັນແຖວສະມາຊິກພັກ ເພື່ອຮັບປະກັນຄວາມໜັກ ແໜ້ນເຂັ້ມແຂງດ້ານການເມືອງ, ມານະຈິດປະຕິວັດ ແລະ ທາດ ແທ້ຂອງພັກກອມມູນິດ, ການ ກໍານົດຂໍ້ຫ້າມ ຂອງສະມາຊິກພັກ, ການຄຸ້ມຄອງ-ປ້ອງກັນພັກ ທີ່ ເຂັ້ມງວດດ້ານວິໄນ, ກໍານົດໃຫ້ມີ ຄະນະວິໄນຂອງພັກແຕ່ລະຂັ້ນ. ກົດລະບຽບຂອງພັກປະຊາ ຊົນ ປະຕິວັດລາວ ສະບັບປັບ ປຸງມີຜົນບັງຄັບໃຊ້ນັບແຕ່ມື້ກອງ ປະຊຸມໃຫຍ່ ຮັບຮອງເອົາເປັນ ຕົ້ນໄປ; ຮຽກຮ້ອງໃຫ້ການຈັດ ຕັ້ງພັກທຸກຂັ້ນ ແລະ ສະມາຊິກ ພັກທຸກສະຫາຍປະຕິບັດກົດລະ ບຽບຂອງພັກ ຢ່າງເຂັ້ມງວດ. ກອງປະຊຸມມອບໃຫ້ຄະນະ ບໍລິຫານງານສູນກາງພັກ ຊີ້ນໍາ ການຈັດຕັ້ງຜັນຂະຫຍາຍໃຫ້ເປັນ ອັນລະອຽດດ້ວຍການອອກນິຕິ ກໍາກ່ຽວຂ້ອງ ແລະ ເຂົ້າສູ່ການ ຈັດຕັ້ງປະຕິບັດໃຫ້ເຂັ້ມງວດ. 3. ກອງປະຊຸມໃຫຍ່ ໄດ້ເລືອກ ຕັ້ງຄະນະບໍລິຫານງານສູນກາງ ພັກ ສະໄໝທີ XI ເຊິ່ງປະກອບ ດ້ວຍກຳມະການສົມບູນ 71 ສະ ຫາຍ ແລະ ກຳມະການ ສໍາຮອງ 10 ສະຫາຍ ເພື່ອເປັນແກ່ນສານ ນໍາພາທົ່ວພັກ, ທົ່ວລັດ, ທົ່ວກຳລັງ ປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີ ຜົນສໍາເລັດ, ສ້າງບາດກ້າວບຸກ ທະລຸ ໃນການສ້າງການຫັນປ່ຽນ ທີ່ແຂງແຮງໃນການພັດທະນາ ແລະ ພາປະເທດຊາດກ້າວຂຶ້ນ ຢ່າງໜັກແໜ້ນຕໍ່ໄປ. ກອງປະຊຸມຄົບຄະນະຄັ້ງ ປະຖົມມະລືກຂອງຄະນະ ບໍລິ ຫານງານສູນກາງພັກສະໄໝທີ XI ໄດ້ເປັນເອກະພາບ ເລືອກຕັ້ງກຳ ມະການກົມການເມືອງສູນກາງ ພັກ ເຊິ່ງປະກອບດ້ວຍ 13 ສະ ຫາຍ; ເລືອກເອົາກໍາມະການຄະ ນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມໄດ້ເປັນ ເອກະພາບຢ່າງສູງເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ; ພ້ອມກັນນັ້ນ ກໍໄດ້ເລືອກເອົາສະຫາຍ ບຸນ ທອງ ຈິດມະນີ ເປັນຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ. ໃນກອງປະຊຸມຍັງໄດ້ເລືອກ ປະທານ, ບັນດາຮອງປະທານ ຄະນະກວດກາສູນກາງພັກ ປະ ກອບດ້ວຍ 6 ສະຫາຍ ໂດຍແມ່ນ ສະຫາຍ ຄຳພັນ ພົມມະທັດ ເປັນ ປະທານ. ນັກຂ່າວ ແລະ ສື່ມວນຊົນ ທັງພາຍໃນ ແລະຕ່າງປະເທດ ທີ່ຮັກແພງທັງຫຼາຍ. ໃນນາມກອງເລຂາກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ, ຂ້າພະເຈົ້າ ຂໍສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນຕໍ່ ອະນຸກໍາມະການ ກອງປະຊຸມ ໃຫຍ່, ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງ ການຈັດຕັ້ງມະຫາຊົນ, ບັນດາສະ ຫາຍຄະນະພັກ-ຄະນະນໍາ, ພະ ນັກງານວິຊາການ ກໍຄືບໍລິສັດ, ນິຕິບຸກຄົນ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ຕັ້ງໜ້າ ເອົາໃຈໃສ່ເລີ່ມແຕ່ການກະກຽມ, ສະໜັບສະໜູນຊ່ວຍເຫຼືອເຮັດ ໃຫ້ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ. ຂໍສະແດງຄວາມຂອບໃຈ ເປັນພິເສດຕໍ່ສຳນັກຂ່າວ ແລະ ສື່ມວນຊົນ ຈາກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຕິດຕາມການ ດຳເນີນກອງປະຊຸມໃຫຍ່ຄັ້ງນີ້ ຢ່າງຈົດຈໍ່, ທັງໄດ້ອອກຂ່າວຢ່າງ ເປັນປົກກະຕິຕໍ່ເນື່ອງ ແລະ ມີ ລັກ ສະນະສ້າງສັນ ເຮັດໃຫ້ກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ໄດ້ ກາຍເປັນຂອງທົ່ວພັກ, ທົ່ວສັງຄົມ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ. ຂໍຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວທັງຊາດ ຈົ່ງເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີເປັນປຶກແຜນແໜ້ນໜາ, ຍົກສູງສະຕິຊາດ, ເອກະພາບ, ເປັນເຈົ້າຕົນເອງ, ຕັ້ງໜ້າຮ່ວມ ກັບຄະນະພັກ, ອົງການ ປົກຄອງ ແຕ່ລະຂັ້ນ ໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງຕາມຈິດ ໃຈສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະຮອບດ້ານ. ຂໍສະແດງຄວາມຂອບໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ