ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດໂຮງງານຜະລິດ ແລະ ຈຳໜ່າຍທາດລະເບີດອຸດສາຫະກຳຂອງບໍລິສັດ ຄຳໄຊ - ຢິງຊີນ ຈຳກັດ
ເວລາອອກຂ່າວ: 2021-01-19 09:08:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ໃນວັນທີ 18 ມັງກອນ 2021 ນີ້, ບໍລິສັດ ຄໍາໄຊ-ຢິງຊິນ ຈໍາກັດ ໄດ້ເປີດໂຮງງານຜະລິດ ແລະ ຈໍາໜ່າຍທາດລະເບີດອຸດສາ ຫະກໍາຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ແຂວງບໍລິຄຳໄຊ, ທ່ານ ສະຖິດ ເພັດສິງເລືອງ ຫົວ ໜ້າກົມຄົ້ນຄວ້າ-ສັງລວມ ຕາງ ໜ້າຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ທ່ານ ເສີນ ຫາວ ປະທານບໍລິສັດ ຢິງຊີນ ເຄມີຄໍ ຈໍາກັດຜູ້ດຽວ ທັງເປັນອໍາ ນວຍການບໍລິສັດຄຳໄຊ-ຢິງ ຊີນ ຈຳກັດ, ມີບັນດາຄະນະນໍາ ກະຊວງປ້ອງກັນປະເທດ, ບັນ ດາກົມໃຫຍ່, ຫ້ອງວ່າການ, ຫົວ ໜ້າກົມ, ຮອງກົມ ຈາກ 4 ກົມ ໃຫຍ່, ຮອງຜູ້ອໍານວຍການ, ແຂກ ທີ່ຖືກເຊີນ ພ້ອມດ້ວຍວິຊາການ, ພະນັກງານບໍລິສັດ ແລະ ໂຮງ ງານເຂົ້າຮ່ວມ. ສະຫາຍ ເສີນຫາວ ອຳນວຍ ການບໍລິສັດ ຄຳໄຊ-ຢິງຊີນ ຈຳ ກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິ ສັດ ຄໍາໄຊ-ຢິງຊີນ ຈຳກັດໄດ້ໃຊ້ ເວລາທັງໝົດ 3 ປີ ນັບຕັ້ງແຕ່ມື້ເລີ່ມກໍ່ສ້າງຈົນຮອດປັດຈຸບັນ ໂຮງງານສາມາດຜະລິດໄດ້ຕາມກໍານົດເວລາຢ່າງເປັນທາງການ ແລະ ໄດ້ຮັບຄວາມໄວ້ວາງໃຈ ຈາກກະຊວງປ້ອງກັນປະເທດ ແລະ ອຳນາດການປົກຄອງ ທ້ອງຖິ່ນຕະຫຼອດມາ, ພວກເຮົາ ໄດ້ປະຕິບັດຕາມແຜນການ ແລະ ສ້າງສາຍການຜະລິດທາດລະ ເບີດທີ່ທັນສະໄໝທີ່ສຸດໃນປະ ເທດລາວ ແລະ ໃນອາຊີຕາເວັນ ອອກສຽງໃຕ້. ໃນອະນາຄົດ ພວກເຮົາຈະຜະລິດທາດລະເບີດ ຮັບໃຊ້ທາງພົນລະເຮືອນທີ່ມີ ຄວາມປອດໄພ, ມີປະສິດທິພາບ ແລະ ການບໍລິການ ການຈູດລະ ເບີດຮັບໃຊ້ໂຄງການຕ່າງໆ ທີ່ມີ ຄຸນນະພາບສູງສຸດໃຫ້ແກ່ປະເທດ ລາວ, ເພື່ອປະກອບສ່ວນເຂົ້າໃນ ການກໍ່ສ້າງເສດຖະກິດຂອງປະ ເທດລາວ. ທັງເປັນການປະກອບສ່ວນເຂົ້າໃນການພັດທະນາສັງຄົມ-ທ້ອງຖິ່ນ ແລະ ສ້າງໂອກາດ ໃຫ້ແກ່ຊາວໜຸ່ມລູກຫຼານປະຊາ ຊົນເຂດໃກ້ຄຽງມີວຽກເຮັດ ງານທຳ, ພ້ອມນີ້ຍັງຈະເພີ່ມທະ ວີການພົວພັນຮ່ວມມືສາຍພົວພັນມິດຕະພາບລະຫວ່າງ ຈີນ-ລາວ ໃຫ້ກວ້າງຂວາງຫຼາຍຂຶ້ນ, ເພື່ອພັດທະນາເສດຖະກິດ-ສັງ ຄົມໃຫ້ມີຄວາມເຂັ້ມແຂງ ແລະ ປະເທດລາວ ມີຄວາມຈະເລີນ ຮຸ່ງເຮືອງຍິ່ງໆຂຶ້ນ. ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ ຕາງໜ້າຜູ້ຖືຮຸ້ນ ຂອງກະຊວງປ້ອງກັນປະເທດ ກ່າວວ່າ: ຕໍ່ກັບການກໍ່ສ້າງໂຮງ ງານຜະລິດ ແລະ ຈໍາໜ່າຍທາດ ລະເບີດອຸດສາຫະກຳ ຂອງບໍລິ ສັດດັ່ງກ່າວ ແມ່ນອີງຕາມຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ມອບ ໃຫ້ກົມໃຫຍ່ເຕັກນິກກອງ ທັບ ຕາງໜ້າໃຫ້ກະຊວງປ້ອງ ກັນປະເທດ ຮ່ວມມືກັບ ບໍລິສັດ ຢີງຊີນ ເຄມີຄໍ ຈໍາກັດຜູ້ດຽວ ສ້າງຕັ້ງບໍລິສັດ ເພື່ອຜະລິດ ແລະ ຈໍາໜ່າຍທາດລະເບີດອຸດສາຫະ ກຳ, ສະບັບເລກທີ 1563/ກປທ, ລົງວັນທີ 30/03/2017. ເພື່ອເຮັດໃຫ້ຂໍ້ຕົກລົງດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ປະກົດ ຜົນເປັນຈິງ, ກະຊວງປ້ອງກັນປະ ເທດໄດ້ແຕ່ງຕັ້ງຄະນະສະເພາະກິດຂຶ້ນເພື່ອເຮັດໜ້າທີ່ເຈລະຈາ ຫ້າງຫາກະກຽມຄວາມພ້ອມ ຕ່າງໆ ເພື່ອສ້າງຕັ້ງບໍລິສັດຮ່ວມມືນີ້ຂຶ້ນ. ຈົນມາຮອດວັນທີ 27 ທັນວາ 2017 ບໍລິສັດ ຄໍາໄຊ-ຢິງຊີນ ຈໍາກັດ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ. ບໍລິສັດ ຄໍາໄຊ-ຢິງຊີນ ຈໍາກັດ ແມ່ນການຮ່ວມມືສອງຝ່າຍ ລາວ-ຈີນ, ຝ່າຍລາວໂດຍແມ່ນ ກົມໃຫຍ່ເຕັກນິກກອງທັບປະ ຊາຊົນລາວ, ຝ່າຍຈີນໂດຍແມ່ນ ບໍລິສັດ ຢິງຊີນ ເຄມີຄໍ ຈໍາກັດຜູ້ ດຽວ ດ້ວຍຮູບການລົງທຶນຈາກ ຝ່າຍຈີນ ໃນມູນຄ່າ 45.570.000 ໂດລາສະຫະລັດ ແລະ ມອບໃຫ້ ຝ່າຍລາວເປັນຜູ້ຖືຮຸ້ນ 25% ແລະ ກໍານົດເວລາ 22 ປີ. ຝ່າຍ ລາວເປັນຜູ້ຮັບຜິດຊອບສະໜອງ ດິນໃຫ້ແກ່ບໍລິສັດເຊົ່ານຳໃຊ້ 3 ຕອນ ຄື: ຕອນທີ 1 ມີເນື້ອທີ 6.000 ກວ່າຕາແມັດ. ເພື່ອສ້າງ ເປັນສໍານັກງານບໍລິສັດ ຕັ້ງຢູ່ ບ້ານຄຳຮຸ່ງ ເມືອງໄຊທານີ ນະ ຄອນຫລວງວຽງຈັນ ສ່ວນຢູ່ ແຂວງບໍລິຄຳໄຊ ມີ 2 ຕອນຄື: ຕອນທີ 1 ມີເນື້ອທີ 30 ເຮັກຕາ, ເພື່ອສ້າງເປັນສາງບັນຈຸຜະລິດ ຕະພັນ, ຕອນທີ 2 ມີເນື້ອທີ 68 ເຮັກຕາ, ເພື່ອສ້າງເປັນໂຮງງານ ຜະລິດ, ດິນທັງສອງຕອນແມ່ນຕັ້ງຢູ່ເຂດບ້ານສີສະຫວາດ ແລະ ບ້ານວັດທາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ໃນວັນທີ 03 ມີນາ 2018 ໄດ້ຈັດພິທີວາງສີລາລຶກເປີດສາກການກໍ່ສ້າງສຳ ນັກງານຫ້ອງການຂອງບໍລິສັດ ທີ່ນະຄອນຫຼວງວຽງຈັນ ແລະ ໂຮງງານຜະລິດ ພ້ອມສາງເກັບ ມຽ້ນຕ່າງໆ, ມາຮອດປັດຈຸບັນ ດ້ວຍຄວາມຮັບຜິດຊອບຂອງຄູ່ ຮ່ວມມືຝ່າຍຈີນ, ເຖິງວ່າຈະພົບ ຄວາມຫຍຸ້ງຍາກຫຼາຍປະການ ໂດຍສະເພາະການແຜ່ລະບາດ ຂອງພະຍາດໂຄວິດ-19, ແຕ່ກໍ ໄດ້ຕັດສິນໃຈຜ່ານຜ່າ, ນີ້ມັນ ສະແດງເຖິງຄວາມຮັບຜິດຊອບ ຢ່າງຈິງຈັງຂອງ ບໍລິສັດ ໂດຍສະ ເພາະແມ່ນຂອງຄູ່ຮ່ວມມືຝ່າຍຈີນ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ ນີ້ແມ່ນຜົນສໍາ ເລັດຂັ້ນຕົ້ນຂອງບໍລິສັດ, ແຕ່ໃນ ຕໍ່ໜ້າຍັງອີກຫຼາຍໆວຽກທີ່ບໍລິ ສັດຈະໄດ້ບຸກບືນຜ່ານຜ່າໂດຍ ສະເພາະແມ່ນການສູ້ຊົນຜະລິດ ຈຳໜ່າຍທາດລະເບີດ ແລະ ກໍ່ສ້າງໂຮງງານຜະລິດເກັບມ້ຽນ ໃຫ້ສໍາເລັດ ແລະ ມີຜະລິດຕະພັນ ອອກມາຮັບໃຊ້ຕອບສະໜອງ ຄວາມຕ້ອງການໃນການກໍ່ສ້າງ ແລະ ພັດທະນາເສດຖະກິດຂອງ ສັງຄົມ. ໃນພິທີຍັງໄດ້ມີການຕັດແຖບ ຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອ ເປີດການຜະລິດ ແລະ ຈໍາໜ່າຍ ທາດລະເບີດຂອງໂຮງງານຢ່າງເປັນທາງການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ