ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທີ່ປຶກສາການທູດປ້ອງກັນຊາດ ສສ ຫວຽດນາມ ອວຍພອນຄະນະພັກທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-01-21 14:58:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 18 ມັງກອນ 2021 ນີ້ທີ່ປຶກສາ ທູດປ້ອງກັນຊາດ ສສ ຫຽວດນາມ ປະຈຳ ສປປ ລາວ ໄດ້ນຳເອົາກະຕ່າ ຂອງຂວັນມາອວຍພອນຄະນະ ພັກກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 72 ປີ ເຊີ່ງ ນຳໂດຍສະຫາຍ ພັນໂທ ຫງວຽນ ມີງຫາຍ ຮອງທີ່ປຶກສາທູດປ້ອງ ກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະໂດຍການ ເປັນຕ້ອນຮັບຢ່າງອົບອຸ່ນຈາກສະ ຫາຍ ພົນຈັດຕະວາ ສີພອນ ຈັນ ສົມວົງ ຫົວໜ້າການເມືອງກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ພ້ອມຄະນະ. ສະຫາຍ ພັນໂທ ຫງວຽນ ມີງ ຫາຍ ຮອງທີ່ປຶກສາທູດປ້ອງກັນ ຊາດ ສສ ຫວຽດນາມປະຈຳລາວ ໄດ້ຕາງໜ້າກ່າວສະແດງຄວາມ ອວຍພອນໄຊອັນປະເສີດມາຍັງ ຄະນະພັກ-ຄະນະກອງບັນຊາ ການຕະຫຼອດຮອດພະນັກງານ- ນັກຮົບທົ່ວກົມກອງ ຈົ່ງມີແຕ່ ຄວາມສຸກກາຍສະບາຍໃຈມີຜົນ ສຳເລັດໃນໜ້າທີ່ການງານພ້ອມ ທັງເປັນການເສີມສ້າງຄວາມຜູກ ພັນໄມຕີຈິດມິດຕະພາບເລິກເຊິ່ງ ແນໃສ່ຮັດແໜ້ນຄວາມສາມັກຄີ ມິດຕະພາບລະຫວ່າງ ສະຖານທູດ ທະຫານ ສສ ຫວຽດນາມ ປະຈຳ ລາວ ກັບກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ໃຫ້ ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ທະຫານນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມອວຍພອນ ອັນ ປະເສີດມາຍັງສະຖານທູດທະ ຫານ ສສ ຫວຽດນາມປະຈຳລາວ ພ້ອມຄະນະ ແລະ ຮູ້ສຶກພາກພູມ ໃຈເປັນຢ່າງຍິ່ງຕໍ່ທີ່ປຶກສາທູດ ສສ ຫວຽດນາມ ປະຈຳລາວ ທີ່ເຂົ້າອວຍພອນ ໃນຄັ້ງນີ້ສຸດ ທີ່ມີຄວາມໝາຍຄວາມສຳຄັນ ແລະ ຖືເປັນຂີດໝາຍຄວາມສຳ ພັນພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ມີມູນເຊື້ອ ຄວາມສາມັກຄີປອງດອງກັນ, ເວົ້າລວມ-ເວົ້າສະເພາະ ກໍຄື ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ກັບສະຖານ ທູດເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ໃຫ້ນັບມື້ ນັບຮັດແໜ້ນຄວາມຮັກແພງສາ ມັກຄີຫຼາຍຂຶ້ນກວ່າເກົ່າ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ