ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ຕ້ອນຮັບການມາອວຍພອນຂອງຄະນະບໍລິສັດ 705 ຫວຽດນາມ
ເວລາອອກຂ່າວ: 2021-01-21 14:59:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 19 ມັງກອນ 2021 ນີ້, ຢູ່ທີ່ຫ້ອງ ປະຊຸມກອງພົນທີ3 ໄດ້ຕ້ອນຮັບ ການເຂົ້າອວຍພອນຂອງສະຫາຍ ພັນໂທ ລາຍຫີວຮ່າວ ຮອງຫົວ ໜ້າໜ່ວຍງານບໍລິສັດ 705 ທະ ຫານເຂດ II ກອງທັບປະຊາຊົນຫວຽດນາມ ສາຂາເມືອງຮຸນ ແຂວງອຸດົມໄຊ ໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ, ໂດຍການຕ້ອນ ຮັບອັນອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງ ດາວ ເລຂາຄະນະພັກຫົວໜ້າ ການເມືອງກອງພົນທີ 3 ພ້ອມ ດ້ວຍຄະນະ. ໂອກາດນີ້ ສະຫາຍ ລາຍຫີວ ຮ່າວ ຮອງຫົວໜ້າໜ່ວຍງານບໍ ລິສັດ 705 ກໍໄດ້ນຳເອົາກະຕ່າ ຂອງຂວັນ ພ້ອມດ້ວຍຄວາມຢື້ ຢາມຖາມຂ່າວ, ຄວາມສາມັກຄີ ມິດຕະພາບ, ຄວາມຮັກແພງອັນ ສະໜິດສະໜົມອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດ, ມາ ຍັງບັນດາສະຫາຍໃນຄະນະພັກ- ຄະນະບັນຊາ, ພະນັກງານ-ນັກ ຮົບ ໃນທົ່ວກອງພົນທີ 3 ຈົ່ງມີສຸ ຂະພາບເຂັ້ມແຂງ, ມີພາລະນາ ໄມສົມບູນ ມີຜົນສຳເລັດໃນໜ້າທີ ອັນມີກຽດສະຫງ່າຂອງທ່ານ ທີພັກ-ລັດຂັ້ນເທິງ ກໍຄືປະເທດ ຊາດມອຍໝາຍໃຫ້. ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ບຸນເຈື້ອ ຕຽນແສງດາວ ເລຂາຄະນະພັກກອງພົນຫົວ ໜ້າການເມືອງ ກອງພົນທີ3 ກອງທັບປະຊາຊົນລາວ ຕາງ ໜ້າຄະນະພັກ-ຄະນະບັນຊາ ກອງພົນທີ 3 ກໍໄດ້ສະແດງຄວາມ ຂອບໃຈມາຍັງສະຫາຍລາຍຫີວ ຮ່າວ ຮອງຫົວໜ້າໜ່ວຍງານ ບໍລິສັດ705 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ ສາຂາເມືອງຮຸນ ທີ່ໄດ້ນຳເອົາ ກະຕາຂອງຂວັນ ພ້ອມດ້ວຍ ຄວາມຢື້ຢາມຖາມຂ່າວຄວາມ ສາມັກຄີຮັກແພງອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບທົ່ວກອງພົນທີ 3 ໃນຄັ້ງນີ້, ຂໍໃຫ້ສະຫາຍຈົ່ງມີ ພາລະນາໄມສົມບູນ, ປະສົບຜົນສຳເລັດໃນໜ້າທີວຽກງານຂອງສະຫາຍຢ່າງສົມກຽດ. ໂດຍ: ທອງເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ