ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນເດັກຄຳຮູ້ເຂົ້າຢ້ຽມຊົມສວນອະນຸສອນສະຖານຮູບຫຼໍ່ປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2021-01-21 15:05:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 567 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ທ່ານ ນາງ ດາວວອນ ບຸນມະວົງ ຜູ້ ບໍລິຫານໂຮງຮຽນເດັກຄຳຮູ້ສາ ຂາປາກເຊ ໄດ້ນຳພາຫຼານນ້ອຍ ຈຳນວນ 115 ຄົນ ພ້ອມດ້ວຍຄູ-ອາຈານ ເຂົ້າຢ້ຽມຊົມສວນອະ ນຸສອນສະຖານຮູບຫຼໍ່ປະທານ ໄກສອນ ພົມວິຫານ ຢູ່ໂຮງຮຽນ ກໍ່ສ້າງນາຍສິບເລກ 2 ວຽງໄຊ ເນື່ອງໃນໂອກາດສ້າງຂະບວນ ການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີທີ່ຈະມາເຖິງນີ້ ໃຫ້ມີເນື້ອ ໃນຄວາມໝາຍເລິກເຊິ່ງ. ໂດຍເປົ້າໝາຍຫຼັກກໍເພື່ອ ແນໃສ່ສຶກສາອົບຮົມສະມາຊິກ ເຍົາວະຊົນ ໃຫ້ເຊື່ອມຊຶມກຳແໜ້ນ ຢ່າງເລິກເຊິ່ງມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ລວມທັງບົດຮຽນອັນລໍ້າຄ່າຂອງ ຜູ້ນໍາຮຸ່ນກ່ອນ ກໍຄືພະນັກງານປະ ຕິວັດໃນເມື່ອກ່ອນທີ່ໄດ້ເສຍສະ ຫຼະເລືອດເນື້ອ, ແຮງກາຍ, ສະ ຕິປັນຍາຂອງຕົນ ເພື່ອພາລະກິດ ຕໍ່ສູ້ກູ້ຊາດຍາດເອົາເອກະລາດ ມາໃຫ້ປະຊາຊົນລາວ, ໂດຍສະ ເພາະແມ່ນ ປະທານ ໄກສອນ ພົມວິຫານ ເຊິ່ງເປັນຜູ້ນໍາພາ ສ້າງຕັ້ງກອງທັບປະຊາຊົນລາວ ພ້ອມກັນຮໍ່າຮຽນເອົາແບບຢ່າງ ການດໍາລົງຊີວິດ, ການເຄື່ອນ ໄຫວປະຕິວັດ, ຄຸນສົມບັດສິນທໍາ ປະຕິວັດຂອງເພິ່ນໝູນໃຊ້ເຂົ້າໃນ ການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ ກາຍເປັນສະມາຊິກເຍົາວະຊົນທີ່ ດີຂອງໂຮງຮຽນຕະຫຼອດໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ