ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທັບ ອິນໂດເນເຊຍ ອວຍພອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-22 10:45:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ທ່ານ ພົນອາກາດເອກ ຫາດີ ທາຈາຈານໂຕ ຜູ້ບັນຊາທະຫານ ສູງສຸດໃນນາມຕາງ ໜ້າກອງ ທັບອິນໂດເນເຊຍ, ໄດ້ສົ່ງຄຳອວຍພອນ ແລະ ສະແດງຄວາມຊົມເຊີຍ ມາຍັງຄະນະນຳກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949-20 ມັງ ກອນ 2021). ທ່ານໄດ້ກ່າວວ່າ: ຕະຫຼອດໄລ ຍະທີ່ຜ່ານມາກອງທັບອິນໂດເນ ເຊຍ ແລະ ກອງທັບປະຊາຊົນລາວໄດ້ມີການພົວພັນເຊິ່ງ ແລະ ກັນ, ເປັນການຮັດແໜ້ນຄວາມສາ ມັກຄີລະຫວ່າງສອງປະເທດເວົ້າ ລວມເວົ້າສະເພາະກໍແມ່ນ ສອງ ກອງທັບ ລາວ-ອິນໂດເນເຊຍ ແລະ ໃນອະນາຄົດຕໍ່ໜ້າຈະສຶບ ຕໍ່ຮັກສາການຮ່ວມມືເພື່ອເສີມຂະຫຍາຍຄວາມອາດສາມາດ ດ້ານການທະຫານ ແລະ ສາຍພົວ ພັນລະຫວ່າງສອງກອງທັບ, ນອກຈາກນັ້ນທ່ານຍັງກ່າວອີກ ວ່າ, ໃນທ່າມກາງຄວາມສັບສົນຂອງສິ່ງທ້າທາຍທົ່ວໂລກໃນປັດ ຈຸບັນ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍແມ່ນສິ່ງທີ່ຈຳ ເປັນ. ກອງທັບປະຊາຊົນອິນໂດເນ ເຊຍໄດ້ຕີລາຄາສູງຕໍ່ການຮ່ວມ ມືໃນຈິດໃຈຂອງອາຊຽນ, ເຊິ່ງ ໄດ້ສະແດງອອກໃນການເຄື່ອນ ໄຫວຕ່າງໆຕະຫຼອດໄລຍະທີ່ ຜ່ານມາກັບກອງທັບປະຊາຊົນ ລາວ. ກອງທັບປະຊາຊົນອິນໂດເນ ເຊຍຈະສືບຕໍ່ເພີ່ມທະວີການຮ່ວມ ມືແລະຊອກຫາໂອກາດການ ຮ່ວມມືທີ່ກວ້າງຂວາງກວ່າເກົ່າ ໃນຊຸມປີຕໍ່ໜ້າ ແລະ ຫວັງວ່າ ກອງທັບປະຊາຊົນລາວຈະສືບ ຕໍ່ກ້າວໄປຂ້າງໜ້າເປັນກອງທັບ ທີ່ຍິ່ງໃຫຍ່ພ້ອມໆກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ