ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງພະບາງ ກວດກາສຸຂະພາບ ຊາວໜຸ່ມເຂົ້າເປັນທະຫານພັນທະ ປະຈໍາປີ 2020
ເວລາອອກຂ່າວ: 2021-01-22 10:48:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1380 | ຄວາມນິຍົມ:



ການກວດກາສຸຂະພາບຂອງ ຊາວໜຸ່ມທີ່ເຂົ້າເປັນທະຫານພັນ ທະ ປະຈໍາປີ 2020 ຂອງກອງບັນ ຊາການທະຫານແຂວງຫຼວງພະ ບາງ ໄດ້ຈັດຂຶ້ນໃນກາງເດືອນ ມັງກອນ 2021 ນີ້. ທີ່ໂຮງຮຽນ ການທະຫານທ້ອງຖິ່ນ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມ ໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຫົວໜ້າຫ້ອງ ເສນາທິການທະຫານແຂວງ ຫຼວງພະບາງ ແລະ ບັນດາພະນັກ ງານຈາກກົມກໍາລັງພົນ, ພະແນກ ກໍາລັງພົນຂອງກອງບັນຊາການ ທະຫານແຂວງ ຕະຫຼອດຮອດ ຊາວໜຸ່ມທີ່ຈະເຂົ້າເປັນທະຫານ ພັນທະ ຈຳນວນ 188 ສະຫາຍ. ໂອກາດນີ້, ຜູ້ຕາງໜ້າກົມກໍາ ລັງພົນ ກົມໃຫຍ່ເສນາທິການ ກອງທັບ ໄດ້ໃຫ້ກຽດຂຶ້ນກ່າວສະ ເໜີຈຸດປະສົງ ແລະ ອະທິບາຍ ກ່ຽວກັບບາດກ້າວຂັ້ນຕອນໃນ ການກວດກາສຸຂະພາບຂອງ ຊາວໜຸ່ມທີ່ເຂົ້າເປັນທະຫານພັນ ທະ ໄດ້ປະກອບມີ 6 ຂັ້ນຕອນ ຄື. ນໍ້າໜັກ, ລວງສູງ, ກວດຮ່າງ ກາຍ, ສໍາພາດ, ເລກຄູ່, ເລກຄີກ, ສະແກນລາຍມື, ຖ່າຍຮູບ, ເຫັນວ່າ ຖືກຕ້ອງຕາມມາດຖານເງື່ອນໄຂ ແລະ ບໍ່ມີບັນຫາຫຍັງແລ້ວແມ່ນ ໄດ້ຜ່ານເຂົ້າເປັນທະຫານພັນທະຮັບໃຊ້ຊາດ ປະຈໍາປີ 2020 ແລະ ໃນຕອນແລງຂອງວັນດຽວກັນນີ້ກໍໄດ້ນໍາສົ່ງອ້າຍນ້ອງທະຫານ ໃໝ່ ຈໍານວນ 100 ສະຫາຍ, ໃຫ້ກໍາລັງຫຼວງໂດຍສະເພາະ ແມ່ນຢູ່ກອງພົນທີ 3 ເພື່ອປະກອບ ສ່ວນເຄື່ອນໄຫວປະຕິບັດໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປົກປ້ອງເຂດນໍ້າແດນດິນ ປິຕິພູມອັນແສນຮັກເຮັດໃຫ້ປະ ເທດຊາດ, ປະຊາຊົນໄດ້ຢູ່ເຢັນ ເປັນສຸກຮຸ່ງເຮືອງສີວິໄລ ແລະ ມີຄວາມສະຫົງບປອດໄພຕາມກົດໝາຍພັນທະປ້ອງກັນຊາດ. ໂດຍ: ໄຊຍະສອນ ລັດຕະນະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ