ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢູ່ບ້ານທ່າບົກ
ເວລາອອກຂ່າວ: 2021-01-22 10:49:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1658 | ຄວາມນິຍົມ:



ວັນທີ 5 ມັງກອນ 2021 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ ວັດບ້ານທ່າບົກ ໄດ້ເປີດປະເມີນ ສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງຢູ່ບ້ານທ່າ ບົກເປັນບ້ານທີ 1 ຂອງເມືອງ ທ່າພະບາດ ແລະ ເປັນບ້ານທີ 7 ຂອງແຂວງບໍລິຄຳໄຊ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍລິຄຳໄຊ, ມີທ່ານ ສົມສົດ ແສງອາພອນ ກຳມະການພັກແຂວງ ເລຂາ ພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ເຈົ້າເມືອງ ເມືອງທ່າພະບາດ, ແຂກຖືກເຊີນ, ຄະນະຮັບຜິດຊອບ, ອຳນາດການປົກຄອງບ້ານ ພ້ອມ ດ້ວຍພໍ່ແມ່ປະຊາຊົນໃນທົ່ວບ້ານ ເຂົ້າຮ່ວມ. ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ກໍໄດ້ ຂຶ້ນກ່າວເປີດການປະເມີນສ້າງ ຄອບຄົວ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງ, ຈາກນັ້ນ ສະຫາຍ ພັນໂທ ບຸນເກີດ ປະດາໄຊ ຫົວ ໜ້າການເມືອງ ກອງບັນຊາ ການທະຫານເມືອງທ່າພະບາດ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ເຈົ້າແຂວງບໍລິຄຳໄຊ ວ່າດ້ວຍ ການອະນຸມັດໃຫ້ກອງບັນຊາ ການທະຫານແຂວງບໍລິຄຳໄຊ ສ້າງຄອບຄົວ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງ, ຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ວ່າດ້ວຍ ການອະນຸມັດ ໃຫ້ກອງບັນຊາການທະຫານ ເມືອງທ່າພະບາດສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ ແລະ ຂໍ້ຕົກລົງຂອງເຈົ້າເມືອງ ທ່າພະບາດ ວ່າດ້ວຍ ການແຕ່ງ ຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ອະນຸກຳມະການຮັບຜິດ ຊອບດຳເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງຢູ່ບ້ານທ່າບົກ, ພ້ອມທັງ ຜ່ານແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງເປັນຕົ້ນເນື້ອໃນທີ່ນຳມາເຜີຍແຜ່ປະກອບມີຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ເອກະສານເກັບກຳສະທິຕິ ແລະ ຂໍ້ມູນ, ເອກະສານປະເທດລາວ ຄົນລາວເປັນເຈົ້າ, ເອກະສານ ວຽກງານງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບ ດ້ານ, ເອກະສານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ເອກະສານວຽກງານຊາຍແດນ ແລະ ແຜນການປ້ອງກັນບ້ານ, ພ້ອມທັງຮັບຟັງການລາຍງານ ປະຫວັດຄວາມເປັນມາໂດຍຫຍໍ້ ຂອງບ້ານທ່າບົກຈາກ ທ່ານ ໄພວັນ ສາວິສິດ ຮອງເລຂາພັກບ້ານ ຮອງນາຍບ້ານ ບ້ານທ່າບົກ, ບ້ານທ່າບົກໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1907, ມີເນື້ອທີ່ທັງໝົດ 4,200 ເຮັກຕາ, ປັດຈຸບັນມີ 552 ຫຼັງຄາເຮືອນ, ມີ 434 ຄອບຄົວ, ມີພົນລະເມືອງທັງໝົດ 2.314 ຄົນ, ຍິງ 1.172 ຄົນ, ມີລະບົບອົງ ການຈັດຕັ້ງບໍລິຫານບ້ານຄົບ ຊຸດ, ພາຍໃນບ້ານມີສະມາຊິກ ພັກ ທັງໝົດ 41 ສະຫາຍ, ຍິງ 18 ແລະ ໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແຕ່ປີ 2019 ເປັນຕົ້ນ ມາ. ໂອກາດນີ້, ສະຫາຍ ພັນເອກ ຄຳແດງ ແພງພົງພັນ ໄດ້ຍ້ອງຍໍ ຊົມເຊີຍທີ່ເມືອງ ກໍຄືອຳນາດການ ປົກຄອງບ້ານ ສະເພາະກໍແມ່ນ ພາກສ່ວນຮັບຜິດຊອບທີ່ເຮັດໃຫ້ການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງໃນຄັ້ງນີ້ໄດ້ຮັບການເປີດ ຂຶ້ນ, ສະຫາຍຍັງໄດ້ຮຽກຮ້ອງ ໃຫ້ພະນັກງານວິຊາການຕ້ອງ ຍົກສູງຕໍ່ໜ້າທີ່ການເມືອງຂອງ ຕົນທີ່ໄດ້ຮັບມອບໝາຍ, ຕ້ອງ ເກັບກຳບັນດາຂໍ້ມູນຕ່າງໆ ໃຫ້ ຖືກຕ້ອງ, ຊັດເຈນຕາມມາດຖານ ໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ຮຽກຮ້ອງໃຫ້ອຳນາດການປົກ ຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຕ້ອງເອົາໃຈໃສ່ປະຕິບັດຕາມ ແຜນການ, ສະເພາະກໍແມ່ນ ການເຂົ້າຮ່ວມຮໍ່າຮຽນບັນດາ ເອກະສານຕ່າງໆ, ກໍຄືກິດຈະ ກຳອື່ນໆ ທີ່ກ່ຽວຂ້ອງກັບການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃນ ຄັ້ງນີ້ ໃຫ້ໄດ້ຕາມລະດັບຄາດ ໝາຍທັງປະລິມານ ແລະ ຄຸນນະ ພາບ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ